Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:22 - ພຣະຄຳພີສັກສິ

22 ຢູ່ມາ​ວັນໜຶ່ງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ເຮືອ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ກ່າວ​ກັບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.” ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ຖອຍ​ເຮືອ​ອອກ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ວັນ​ໜຶ່ງ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາກັນ​ຂີ່​ເຮືອ​ອອກ​ໄປ.

Uka jalj uñjjattʼäta Copia luraña




ລູກາ 8:22
12 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກໍ​ຈັດ​ໃຫ້​ພວກ​ສາວົກ​ລົງ​ຂີ່​ເຮືອ​ຂ້າມ​ຟາກ​ໄປ​ກ່ອນ ຂະນະ​ດຽວກັນ​ພຣະອົງ​ກໍ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.


ເມື່ອ​ພຣະເຢຊູເຈົ້າ​ສັງເກດ​ເຫັນ​ປະຊາຊົນ​ອ້ອມ​ພຣະອົງ​ຢູ່ ພຣະອົງ​ຈຶ່ງ​ສັ່ງ​ໃຫ້​ຂ້າມ​ໄປ​ທະເລສາບ​ຟາກ​ພຸ້ນ.


ເມື່ອ​ພຣະເຢຊູເຈົ້າ​ຂີ່​ເຮືອ​ຂ້າມ​ທະເລສາບ​ກັບ​ໄປ​ແລ້ວ ທີ່​ແຄມ​ທະເລສາບ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ.


ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ຈັດ​ໃຫ້​ພວກ​ສາວົກ​ຂອງ​ພຣະອົງ ລົງ​ຂີ່​ເຮືອ​ໄປ​ເມືອງ​ເບັດສາອີດາ ຊຶ່ງ​ຢູ່​ຟາກ​ໜຶ່ງ​ອີກ​ກ່ອນ ສ່ວນ​ພຣະອົງ​ນັ້ນ​ໄດ້​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.


ພຣະອົງ​ຈຶ່ງ​ຈາກ​ພວກເຂົາ​ກັບ​ໄປ​ຂຶ້ນ​ເຮືອ ແລ້ວ​ຂ້າມ​ທະເລສາບ​ໄປ​ຟາກ​ອື່ນ​ອີກ.


ວັນ​ໜຶ່ງ ຂະນະທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ປະຊາຊົນ​ກໍ​ບຸບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຟັງ​ພຣະທຳ​ຂອງ​ພຣະເຈົ້າ.


ຂະນະທີ່​ຂ້າມ​ໄປ​ນັ້ນ ພຣະເຢຊູເຈົ້າ​ກໍ​ນອນ​ຫລັບ​ຢູ່ ມີ​ລົມ​ແຮງ​ພັດ​ລົງ​ມາ​ສູ່​ກາງ​ທະເລສາບ ແລະ​ນໍ້າ​ກໍ​ເລີ່ມ​ຊັດ​ເຂົ້າ​ເຮືອ​ໃກ້​ຈະ​ເຕັມ ເຮັດ​ໃຫ້​ທຸກຄົນ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ.


ແລ້ວ​ຜີມານຮ້າຍ​ເຫຼົ່ານັ້ນ ກໍ​ອອກ​ຈາກ​ຊາຍ​ຄົນ​ນີ້​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ, ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ ແລະ​ໂຕນ​ໃສ່​ທະເລສາບ​ຈົມ​ນໍ້າ​ຕາຍ​ໝົດ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ຂ້າມ​ທະເລສາບ​ຄາລີເລ (ມີ​ຊື່​ອີກ​ວ່າ​ທະເລ​ຕີເບເຣຍ).


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ອາຣະມິດ ຊຶ່ງ​ກຳລັງ​ຈະ​ອອກ​ໄປ​ທຽບ​ທ່າ​ຕ່າງໆ​ຕາມ​ແຂວງ​ເອເຊຍ ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ, ອາຣິດຕາໂຂ ຊາວ​ເມືອງ​ເທສະໂລນິກ​ໃນ​ແຂວງ​ມາເກໂດເນຍ ກໍ​ເດີນທາງ​ໄປ​ກັບ​ພວກເຮົາ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka