Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:2 - ພຣະຄຳພີສັກສິ

2 ພ້ອມ​ດ້ວຍ​ພວກ​ແມ່ຍິງ​ບາງຄົນ​ທີ່​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຜີຊົ່ວຮ້າຍ ແລະ​ໃຫ້​ຫາຍ​ດີ​ຈາກ​ພະຍາດ​ຕ່າງໆ​ຄື ມາຣີ (ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ໄທ​ມັກດາລາ) ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພ້ອມ​ກັບ​ບັນດາ​ແມ່ຍິງ​ທີ່​ພຣະອົງ​ໄດ້​ຮັກສາ​ໃຫ້​ພົ້ນ​ຈາກ​ວິນຍານຊົ່ວຮ້າຍ ແລະ ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຄື: ມາຣີ (ຜູ້​ທີ່​ເອີ້ນ​ວ່າ​ຊາວ​ມັກດາລາ) ຜູ້​ທີ່​ພຣະອົງ​ຂັບໄລ່​ວິນຍານຊົ່ວຮ້າຍ​ເຈັດ​ໂຕ​ອອກ​ຈາກ​ນາງ,

Uka jalj uñjjattʼäta Copia luraña




ລູກາ 8:2
11 Jak'a apnaqawi uñst'ayäwi  

ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ເມື່ອ​ວັນ​ຊະບາໂຕ​ຜ່ານ​ພົ້ນ​ໄປ​ແລ້ວ ມາຣີ​ໄທ​ມັກດາລາ ມາຣີ​ແມ່​ຂອງ​ຢາໂກໂບ ແລະ ນາງ​ຊາໂລເມ​ກໍ​ຊື້​ເຄື່ອງຫອມ ເພື່ອ​ເອົາ​ໄປ​ຫົດສົງ​ພຣະສົບ​ຂອງ​ພຣະເຢຊູເຈົ້າ.


ເມື່ອ​ຮຸ່ງ​ເຊົ້າ​ຂອງ​ວັນ​ອາທິດ ຫລັງຈາກ​ພຣະເຢຊູເຈົ້າ ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ໄທ​ມັກດາລາ​ເປັນ​ຜູ້​ທຳອິດ ຄື​ຜູ້​ທີ່​ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.


ປະຊາຊົນ​ຢ່າງ​ໜາແໜ້ນ ໄດ້​ຕາມ​ພຣະເຢຊູເຈົ້າ​ໄປ ໃນ​ທ່າມກາງ​ປະຊາຊົນ​ນັ້ນ ມີ​ແມ່ຍິງ​ບາງຄົນ​ຕີ​ເອິກ​ຮ້ອງໄຫ້​ສຳລັບ​ພຣະອົງ.


ທຸກຄົນ​ທີ່​ຮູ້ຈັກ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນຕົວ ຕະຫລອດ​ທັງ​ພວກ​ແມ່ຍິງ​ທີ່​ໄດ້​ຕິດຕາມ​ພຣະອົງ​ມາ​ແຕ່​ແຂວງ​ຄາລີເລ ຕ່າງ​ກໍ​ຢືນ​ເຝົ້າ​ຖ້າ​ເບິ່ງ​ຢູ່​ຫ່າງໆ.


ສ່ວນ​ພວກ​ແມ່ຍິງ​ທີ່​ຕິດຕາມ​ພຣະອົງ​ມາ​ຈາກ​ແຂວງ​ຄາລີເລ ກໍ​ໄປ​ກັບ​ໂຢເຊັບ ພວກ​ນາງ​ໄດ້​ເຫັນ​ອຸບມຸງ ແລະ​ໄດ້​ເຫັນ​ພຣະສົບ​ຂອງ​ພຣະອົງ​ວາງໄວ້​ຢູ່​ໃນ​ທີ່ນັ້ນ​ຢ່າງ​ໃດ.


ພຣະເຢຊູເຈົ້າ​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່ ‘ກອງທັບ.”’ ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ຄົນ​ນີ້.


ຝ່າຍ​ແມ່​ຂອງ​ພຣະເຢຊູເຈົ້າ​ພ້ອມ​ທັງ​ນ້າສາວ​ກັບ​ນາງ​ມາຣີ ຜູ້​ເປັນ​ເມຍ​ຂອງ​ກະໂລປາ ແລະ​ນາງ​ມາຣີ​ໄທ​ມັກດາລາ​ກໍ​ຢືນ​ຢູ່​ໃກ້​ໄມ້ກາງແຂນ​ຂອງ​ພຣະອົງ.


ຄົນ​ເຫຼົ່ານີ້​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ພາວັນນາ​ອະທິຖານ​ປະຈຳ​ສະໝໍ່າ​ສະເໝີ ໂດຍ​ມີ​ພວກ​ແມ່ຍິງ ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ກໍ​ຮ່ວມ​ຢູ່​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka