Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:18 - ພຣະຄຳພີສັກສິ

18 “ເຫດສະນັ້ນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ ພວກເຈົ້າ​ຟັງ​ດ້ວຍ​ທ່າທີ​ຢ່າງ​ໃດ ເພາະ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ຊົງ​ເພີ່ມ​ເຕີມ​ໃຫ້​ອີກ, ແຕ່​ຜູ້ໃດ​ທີ່​ບໍ່ມີ ແມ່ນແຕ່​ສິ່ງ​ທີ່​ຕົນ​ຄິດ​ວ່າ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ເສຍ​ຈາກ​ລາວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ເຫດສະນັ້ນ ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຟັງ​ໃຫ້​ດີ. ດ້ວຍ​ວ່າ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມ​ຂຶ້ນ​ອີກ; ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ຄິດ​ວ່າ​ພວກເຂົາ​ມີ​ຢູ່​ນັ້ນ​ກໍ​ຈະ​ຖືກ​ເອົາ​ໄປ​ຈາກ​ພວກເຂົາ”.

Uka jalj uñjjattʼäta Copia luraña




ລູກາ 8:18
25 Jak'a apnaqawi uñst'ayäwi  

ສິ່ງ​ທີ່​ມະນຸດ​ຄິດວ່າ​ຖືກຕ້ອງ ອາດ​ເປັນ​ທາງ​ນຳ​ໄປ​ສູ່​ຄວາມຕາຍ.


ດ້ວຍວ່າ, ຜູ້​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມ​ຕື່ມ​ອີກ ເພື່ອ​ວ່າ​ເຂົາ​ຈະ​ມີ​ຢ່າງ​ເຕັມ​ບໍລິບູນ, ແຕ່​ຜູ້​ທີ່​ບໍ່ມີ​ນັ້ນ ເຖິງ​ແມ່ນ​ສິ່ງ​ທີ່​ຕົນ​ມີ​ຢູ່​ພຽງ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ຜູ້ນັ້ນ.


ເພາະ​ທຸກຄົນ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ ເພື່ອ​ວ່າ​ລາວ​ຈະ​ໄດ້​ມີ​ຢ່າງ​ເຕັມ​ບໍລິບູນ, ແຕ່​ຜູ້​ທີ່​ບໍ່ມີ​ນັ້ນ ແມ່ນແຕ່​ສິ່ງ​ທີ່​ຕົນ​ມີ​ຢູ່​ແລ້ວ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ລາວ.


“ແຕ່​ເມື່ອໃດ​ເຈົ້າ​ທັງຫລາຍ​ເຫັນ ‘ສິ່ງ​ທີ່​ໜ້າ​ກຽດຊັງ’ ຕັ້ງ​ຢູ່​ໃນ​ບ່ອນ​ທີ່​ບໍ່ຄວນ​ຈະ​ຕັ້ງ, (ໃຫ້​ຜູ້ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) ເມື່ອນັ້ນ​ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ຕ້ອງ​ປົບໜີໄປ​ຍັງ​ພູ​ທັງຫລາຍ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ‘ທຸກຄົນ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ໄດ້​ຮັບ​ຫລາຍ​ເພີ່ມ​ຂຶ້ນ​ອີກ, ແຕ່​ຜູ້​ທີ່​ບໍ່ມີ​ຫຍັງ​ເລີຍ​ນັ້ນ ແມ່ນແຕ່​ສິ່ງ​ທີ່​ຕົນ​ມີ​ຢູ່​ແລ້ວ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ລາວ.


“ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນີ້​ໃຫ້​ດີ ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຄົນ​ທັງຫລາຍ.”


ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ ພຣະອົງ​ຊົງ​ລິ​ຖິ້ມ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດຜົນ ພຣະອົງ​ຊົງ​ຕອນ ເພື່ອ​ໃຫ້​ເກີດຜົນ​ຫລາຍ​ຂຶ້ນ.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ໃຊ້​ຄົນ​ໄປ​ຫາ​ທ່ານ​ໂດຍ​ທັນທີ ແລະ​ທ່ານ​ກໍດີ​ແທ້ໆ ທີ່​ໄດ້​ກະລຸນາ​ມາ, ບັດນີ້ ພວກ​ຂ້ານ້ອຍ​ທັງໝົດ ກໍ​ພ້ອມ​ກັນ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ທີ່​ນີ້​ແລ້ວ ເພື່ອ​ຈະ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ໄວ້​ກັບ​ທ່ານ.”


ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.


ເນື່ອງ​ຈາກ​ວ່າ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພຣະຄຸນ​ແກ່​ເຮົາ, ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ທຸກຄົນ​ວ່າ ຢ່າ​ຄິດ​ຖືຕົວ​ເກີນ​ທີ່​ຕົນ​ເປັນ​ຢູ່ ແຕ່​ໃຫ້​ຄິດ​ສົມເຫດ​ສົມຜົນ ໃຫ້​ຄິດ​ສົມກັບ​ຂະໜາດ​ແຫ່ງ​ຄວາມເຊື່ອ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ແຕ່ລະຄົນ​ນັ້ນ.


ຖ້າ​ຜູ້ໃດ​ອ້າງ​ວ່າ​ຕົນ​ເປັນ​ຜູ້​ປະກາດ​ພຣະທຳ ຫລື​ຕົນ​ມີ​ຂອງ​ປະທານ​ຝ່າຍ​ພຣະວິນຍານ ກໍ​ໃຫ້​ຜູ້​ນັ້ນ​ຮັບ​ຮູ້​ວ່າ ຂໍ້​ຄວາມ​ຊຶ່ງ​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ນັ້ນ ເປັນ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ຢ່າ​ມົວ​ແຕ່​ຫລອກລວງ​ຕົນເອງ​ຢູ່​ເລີຍ, ຖ້າ​ຜູ້ໃດ​ໃນ​ທ່າມກາງ​ຂອງ​ພວກເຈົ້າ ຄິດ​ວ່າ​ຕົນ​ມີ​ປັນຍາ​ໃນ​ສະໄໝ​ນີ້ ຈົ່ງ​ໃຫ້​ຜູ້​ນັ້ນ​ຍອມ​ເປັນ​ຄົນ​ໂງ່ ເພື່ອ​ຈະ​ໄດ້​ເປັນ​ຜູ້​ມີ​ປັນຍາ​ຢ່າງ​ແທ້ຈິງ.


ຖ້າ​ຜູ້ໃດ ຖື​ວ່າ​ຕົນ​ຮູ້​ສິ່ງໃດ​ແລ້ວ ຜູ້ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.


ເຖິງ​ແມ່ນ​ວ່າ​ເຮົາ​ມີ​ເຫດ​ທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ​ກໍຕາມ ຖ້າ​ຄົນອື່ນ​ນຶກ​ວ່າ​ຕົນ​ມີ​ເຫດ​ທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ​ນັ້ນ ເຮົາ​ກໍ​ມີ​ຫລາຍກວ່າ​ເຂົາ​ອີກ.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ຕ້ອງ​ໃຫ້​ຄວາມ​ສົນໃຈ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຂໍ້​ຄວາມຈິງ ຊຶ່ງ​ພວກເຮົາ​ໄດ້ຍິນ​ໄດ້​ຟັງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຖືກ​ລໍ້ລວງ​ໃຫ້​ຫລົງ​ເສຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka