ລູກາ 8:13 - ພຣະຄຳພີສັກສິ13 ເມັດທີ່ຕົກໃສ່ພື້ນ ທີ່ມີຫີນຫລາຍດິນໜ້ອຍ ໄດ້ແກ່ຄົນທີ່ໄດ້ຍິນພຣະທຳ ແລະຮັບເອົາດ້ວຍຄວາມຊົມຊື່ນຍິນດີ, ແຕ່ພວກເຂົາບໍ່ໃຫ້ພຣະທຳນັ້ນ ຝັງຮາກລົງເລິກໃນຈິດໃຈ ພວກເຂົາເຊື່ອຢູ່ແຕ່ພຽງຊົ່ວຄາວ ແລະເມື່ອພວກເຂົາຖືກການທົດລອງ ກໍລົ້ມເລີກໄປເສຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່13 ເມັດພືດທີ່ຕົກໃສ່ເທິງພື້ນຫີນຄືຜູ້ທີ່ໄດ້ຍິນ ແລ້ວຮັບເອົາພຣະຄຳດ້ວຍຄວາມຍິນດີ, ແຕ່ພວກເຂົາບໍ່ມີຮາກ. ພວກເຂົາເຊື່ອຢູ່ພຽງຊົ່ວໄລຍະໜຶ່ງ, ແຕ່ເມື່ອພວກເຂົາຖືກທົດລອງພວກເຂົາກໍລົ້ມເລີກໄປ. Uka jalj uñjjattʼäta |
ເພາະວ່າ ຖ້າຫລັງຈາກທີ່ພວກເຂົາພົ້ນແລ້ວ ຈາກກິເລດຕັນຫາຂອງໂລກນີ້. ດ້ວຍການທີ່ພວກເຂົາຮູ້ຈັກອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດຊ່ວຍໃຫ້ພົ້ນ, ພວກເຂົາກັບໄປພົວພັນ ແລະຖືກພ່າຍແພ້ແກ່ຄົນຊົ່ວຮ້າຍນັ້ນອີກ. ສະພາບບັ້ນປາຍຂອງພວກເຂົາ ກໍກັບຊົ່ວຮ້າຍກວ່າບັ້ນຕົ້ນ.
ຄວາມປະພຶດຂອງພວກເຂົາກໍເປັນເລື່ອງອັບອາຍ ເມື່ອຮ່ວມພາເຂົ້າສາມັກຄີກັບພວກເຈົ້າ ບ່ອນທີ່ພວກເຂົາກິນລ້ຽງມ່ວນຊື່ນຢ່າງເຖິງໃຈນຳກັນ ໂດຍບໍ່ມີຄວາມລະອາຍ. ພວກເຂົາເປັນຜູ້ລ້ຽງແກະທີ່ລ້ຽງແຕ່ຕົນເອງ ເປັນດັ່ງກ້ອນເມກທີ່ບໍ່ມີຝົນ ຊຶ່ງໄຫລໄປຕາມລົມ ເປັນດັ່ງຕົ້ນໄມ້ທີ່ບໍ່ເກີດໝາກ ແມ່ນແຕ່ໃນລະດູໃບໄມ້ລົ່ນ ເປັນດັ່ງຕົ້ນໄມ້ທີ່ຕາຍໄປສອງເທື່ອ ແລະຖືກຖອນອອກທັງຮາກ.