Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:12 - ພຣະຄຳພີສັກສິ

12 ເມັດ​ພືດ​ທີ່​ຕົກ​ໃສ່​ຕາມ​ທາງຍ່າງ​ນັ້ນ ໄດ້​ແກ່​ພວກ​ຄົນ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ມານຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ໄປ​ຈາກ​ຈິດໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ​ແລະ​ພົ້ນ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເມັດພືດ​ທີ່​ຕົກ​ໃສ່​ຕາມ​ທາງ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ມານຮ້າຍ​ກໍ​ມາ​ເອົາ​ພຣະຄຳ​ໄປ​ຈາກ​ໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ ແລະ ໄດ້​ພົ້ນ.

Uka jalj uñjjattʼäta Copia luraña




ລູກາ 8:12
13 Jak'a apnaqawi uñst'ayäwi  

ເພາະ​ເຈົ້າ​ກຽດຊັງ​ຄວາມຮູ້ ແລະ​ປະຕິເສດ​ທີ່​ຈະ​ຢ້ານຢຳ​ພຣະເຈົ້າຢາເວ.


ຈົ່ງ​ຮັບ​ເອົາ​ປັນຍາ​ແລະ​ຄວາມ​ຮູ້​ແຈ້ງ​ເຫັນຈິງ ຢ່າ​ລືມໄລ​ແລະ​ຢ່າ​ຫລີກ​ໜີ​ຈາກ​ຖ້ອຍຄຳ​ແຫ່ງ​ປາກ​ຂອງເຮົາ.


ແຕ່​ມັນ​ຈະ​ແຕກຕ່າງ​ສຳລັບ​ພວກເຈົ້າ​ທີ່​ປະຖິ້ມ​ພຣະເຈົ້າຢາເວ​ໄປ ຄື​ຄົນ​ທີ່​ເມີນເສີຍ​ຕໍ່​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ແລະ​ຄົນ​ທີ່​ຂາບໄຫວ້​ພະ​ກາດ ແລະ​ພະ​ເມນີ ພະ​ທີ່​ໃຫ້​ໂຊກລາບ ແລະ​ພະ​ແຫ່ງ​ຊາຕາກຳ.


ຜູ້ໃດ​ທີ່​ໄດ້ຍິນ​ພຣະທຳ​ເລື່ອງ​ຣາຊອານາຈັກ​ສະຫວັນ ແຕ່​ບໍ່​ເຂົ້າໃຈ​ກໍ​ຄ້າຍ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ຕາມ​ທາງ, ມານຊົ່ວຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຖືກ​ຫວ່ານ​ເຂົ້າ​ໃນ​ຈິດໃຈ​ຂອງ​ຄົນ​ນັ້ນ​ໄປ​ເສຍ.


ຂະນະທີ່​ເຂົາ​ກຳລັງ​ຫວ່ານ​ເມັດ​ພືດ​ຢູ່​ນັ້ນ ບາງ​ເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.


ເມັດ​ທີ່​ຕົກ​ຕາມ​ຖະໜົນ​ຫົນທາງ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ​ນັ້ນ​ແລ້ວ ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດ​ຊີງ​ເອົາ​ພຣະທຳ​ທີ່​ຫວ່ານ​ໃນ​ໃຈ​ເຂົາ​ນັ້ນ​ໄປ​ເສຍ.


“ຄຳອຸປະມາ​ນັ້ນ​ມີ​ຄວາມໝາຍ​ດັ່ງນີ້: ເມັດ​ພືດ​ນັ້ນ ແມ່ນ​ພຣະທຳ​ຂອງ​ພຣະເຈົ້າ.


ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ.


“ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ ຂະນະທີ່​ລາວ​ຫວ່ານ​ເມັດ​ພືດ​ໃນ​ນາ​ຢູ່​ນັ້ນ ບາງ​ເມັດ​ກໍ​ຕົກ​ຕາມ​ທາງ​ຄົນ​ຍ່າງ​ກໍ​ຖືກ​ຢຽບຢໍ່າ ແລະ​ຝູງ​ນົກ​ກໍ​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.


ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka