ລູກາ 8:10 - ພຣະຄຳພີສັກສິ10 ພຣະອົງຊົງກ່າວວ່າ, “ສຳລັບພວກເຈົ້ານັ້ນ ພຣະເຈົ້າໄດ້ໂຜດໃຫ້ພວກເຈົ້າຮູ້ເຖິງຄວາມລັບເລິກ ແຫ່ງອານາຈັກຂອງພຣະເຈົ້າ, ແຕ່ສຳລັບຄົນອື່ນນັ້ນ ເຮົາກ່າວເປັນຄຳອຸປະມາ ເພື່ອວ່າ ເມື່ອພວກເຂົາເບິ່ງ ແຕ່ຈະບໍ່ເຫັນ ແລະເມື່ອພວກເຂົາຟັງ ແຕ່ຈະບໍ່ເຂົ້າໃຈ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ພຣະອົງກ່າວວ່າ, “ສິ່ງເລິກລັບເລື່ອງອານາຈັກຂອງພຣະເຈົ້າກໍໃຫ້ພວກເຈົ້າຮູ້ ແຕ່ສຳລັບຄົນອື່ນນັ້ນເຮົາໄດ້ກ່າວເປັນຄຳອຸປະມາ ເພື່ອວ່າ, “‘ເຖິງແມ່ນວ່າພວກເຂົາເບິ່ງ, ພວກເຂົາກໍບໍ່ເຫັນ ເຖິງແມ່ນວ່າພວກເຂົາຟັງ, ພວກເຂົາກໍບໍ່ເຂົ້າໃຈ’. Uka jalj uñjjattʼäta |
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.