Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:9 - ພຣະຄຳພີສັກສິ

9 ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ເຊັ່ນນັ້ນ​ແລ້ວ ກໍ​ປະຫລາດ​ໃຈ​ດ້ວຍ​ນາຍ​ທະຫານ​ຜູ້​ນີ້ ພຣະອົງ​ຫລຽວ​ຫລັງ​ມາ ແລະ​ກ່າວ​ແກ່​ປະຊາຊົນ​ທີ່​ຕິດຕາມ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ເຮົາ​ບໍ່ເຄີຍ​ພົບ​ຄົນ​ທີ່​ມີ​ຄວາມເຊື່ອ​ເຊັ່ນນີ້​ເລີຍ ແມ່ນແຕ່​ໃນ​ຊາດ​ອິດສະຣາເອນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ ພຣະອົງ​ກໍ​ປະຫລາດໃຈ​ໃນ​ລາວ ແລ້ວ​ຫັນ​ມາ​ກ່າວ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ບໍ່​ເຄີຍ​ພົບ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້​ແມ່ນແຕ່​ໃນ​ອິດສະຣາເອນ”.

Uka jalj uñjjattʼäta Copia luraña




ລູກາ 7:9
9 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ຕອບ​ນາງ​ວ່າ, “ເຈົ້າ​ເປັນ​ຍິງ​ທີ່​ມີ​ຄວາມເຊື່ອ​ຍິ່ງໃຫຍ່​ຫລາຍ ຈົ່ງ​ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ຕ້ອງການ​ເທີ້ນ.” ໃນ​ເວລາ​ດຽວກັນ​ນັ້ນ ລູກສາວ​ຂອງ​ນາງ​ກໍ​ຫາຍ​ດີ​ແລ້ວ.


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນີ້​ພຣະອົງ​ກໍ​ແປກໃຈ ແລະ​ເວົ້າ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຢູ່​ໃນ​ພວກ​ອິດສະຣາເອນ​ເຮົາ​ຍັງ​ບໍ່ໄດ້​ພົບ​ຜູ້ໃດ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເຊັ່ນ​ນີ້.


ແຕ່​ພໍ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄປ​ແລ້ວ ຄົນ​ປາກກືກ​ຜູ້ນັ້ນ​ກໍ​ເວົ້າ​ໄດ້ ຄົນ​ທັງຫລາຍ​ງຶດ​ປະຫລາດ​ໃຈ ແລະ​ພາກັນ​ເວົ້າ​ວ່າ, “ບໍ່ເຄີຍ​ເຫັນ​ເຫດການ​ຢ່າງ​ນີ້​ຈັກເທື່ອ​ໃນ​ຊາດ​ອິດສະຣາເອນ.”


ແລ້ວ​ພວກ​ທີ່​ນາຍ​ທະຫານ​ໃຊ້​ມາ ກໍ​ກັບຄືນ​ໄປ​ທີ່​ເຮືອນ ແລະ​ພົບ​ວ່າ ຄົນ​ຮັບໃຊ້​ຜູ້ນັ້ນ​ຫາຍ​ດີ​ແລ້ວ.


ພຣະເຢຊູເຈົ້າ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ.”


ດ້ວຍວ່າ, ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ຍັງ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ເຂົາ​ກໍ​ໄປ ຂ້ານ້ອຍ​ສັ່ງ​ຄົນ​ນັ້ນ​ອີກ​ວ່າ, ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ວ່າ, ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka