Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:8 - ພຣະຄຳພີສັກສິ

8 ດ້ວຍວ່າ, ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ຍັງ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ເຂົາ​ກໍ​ໄປ ຂ້ານ້ອຍ​ສັ່ງ​ຄົນ​ນັ້ນ​ອີກ​ວ່າ, ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ວ່າ, ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເພາະວ່າ​ຂ້ານ້ອຍ​ເອງ​ມີ​ທັງ​ຜູ້​ບັງຄັບບັນຊາ ແລະ ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ, ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.

Uka jalj uñjjattʼäta Copia luraña




ລູກາ 7:8
12 Jak'a apnaqawi uñst'ayäwi  

ເພາະສະນັ້ນ ຂ້ານ້ອຍ​ຈຶ່ງ​ເຫັນ​ວ່າ ຕົນເອງ​ເປັນ​ຜູ້​ບໍ່​ສົມຄວນ ທີ່​ຈະ​ໄປ​ຫາ​ທ່ານ​ດ້ວຍ​ຕົນເອງ ຂໍ​ທ່ານ​ພຽງແຕ່​ສັ່ງ​ຄຳ​ດຽວ​ເທົ່ານັ້ນ ແລະ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ.


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ເຊັ່ນນັ້ນ​ແລ້ວ ກໍ​ປະຫລາດ​ໃຈ​ດ້ວຍ​ນາຍ​ທະຫານ​ຜູ້​ນີ້ ພຣະອົງ​ຫລຽວ​ຫລັງ​ມາ ແລະ​ກ່າວ​ແກ່​ປະຊາຊົນ​ທີ່​ຕິດຕາມ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ເຮົາ​ບໍ່ເຄີຍ​ພົບ​ຄົນ​ທີ່​ມີ​ຄວາມເຊື່ອ​ເຊັ່ນນີ້​ເລີຍ ແມ່ນແຕ່​ໃນ​ຊາດ​ອິດສະຣາເອນ.”


ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ໄປ​ຫາ​ທ່ານ​ນາຍພັນ, ລາວ​ມີ​ບາງ​ສິ່ງ​ທີ່​ຈະ​ບອກ​ເພິ່ນ.”


ແລ້ວ​ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ຂອງຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຈັດຕຽມ​ເອົາ​ທະຫານ​ສອງຮ້ອຍ​ຄົນ ເພື່ອ​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ພ້ອມ​ນີ້​ໃຫ້​ເອົາ​ທະຫານ​ມ້າ​ເຈັດສິບ​ຄົນ ກັບ​ທະຫານ​ຫອກ​ສອງຮ້ອຍ​ຄົນ​ໄປ​ນຳ ແລະ​ໃຫ້​ຕຽມພ້ອມ​ອອກ​ເດີນທາງ​ໃນ​ເວລາ​ເກົ້າ​ໂມງ​ຂອງ​ຄືນ​ນີ້.


“ຂ້າພະເຈົ້າ ກລາວດີໂອລີເຊຍ ກາບຮຽນ​ພະນະທ່ານ​ເຟລິກ​ຜູ້​ປົກຄອງ.


ພວກ​ທະຫານ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ, ພວກເຂົາ​ໄດ້​ເອົາ​ໂປໂລ​ໄປ​ໃນ​ຄືນ​ນັ້ນ​ເອງ ຈົນເຖິງ​ເມືອງ​ອັນຕີປາຕີ.


ຈາກ​ນັ້ນ ເພິ່ນ​ກໍ​ສັ່ງ​ໃຫ້​ນາຍຮ້ອຍ​ຜູ້​ມີ​ໜ້າທີ່​ຮັບຜິດຊອບ ນຳ​ໂປໂລ​ໄປ​ຄຸມ​ຕົວ​ໄວ້, ແຕ່​ໃຫ້​ໂປໂລ​ມີ​ອິດສະຫລະ​ບາງ​ຢ່າງ ແລະ​ອະນຸຍາດ​ໃຫ້​ໝູ່ເພື່ອນ​ຈັດຫາ​ສິ່ງ​ຈຳເປັນ​ມາ​ໃຫ້​ໂປໂລ​ໄດ້.


ຂ້າພະເຈົ້າ​ບໍ່ມີ​ລາຍ​ລະອຽດ​ອັນ​ໃດ​ກ່ຽວກັບ​ລາວ​ຢ່າງ​ຄັກແນ່ ພໍ​ທີ່​ຈະ​ຂຽນ​ໄປ​ກາບ​ຮຽນ​ຈັກກະພັດ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ທີ່​ນີ້​ຕໍ່ໜ້າ​ພວກທ່ານ ແລະ​ໂດຍ​ສະເພາະ​ຕໍ່ໜ້າ​ກະສັດ​ອັກຄຼີປາ ເພື່ອ​ວ່າ​ຫລັງຈາກ​ສອບຖາມ​ຄະດີ​ຂອງ​ລາວ​ແລ້ວ ຂ້າພະເຈົ້າ​ອາດ​ຈະ​ມີ​ເລື່ອງ​ເພື່ອ​ຂຽນ​ເປັນ​ລາຍງານ.


ຝ່າຍ​ບັນດາ​ຜູ້ຮັບໃຊ້ ຈົ່ງ​ຍອມ​ຟັງ​ນາຍ​ຝ່າຍ​ໂລກ​ໃນ​ທຸກສິ່ງ ບໍ່ແມ່ນ​ເມື່ອ​ຢູ່​ຕໍ່ໜ້າ​ນາຍ​ເທົ່ານັ້ນ ເພາະ​ຢາກ​ໃຫ້​ຖືກ​ໃຈ​ເພິ່ນ, ແຕ່​ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ນໍ້າໃສ​ໃຈຈິງ ເພາະ​ຄວາມ​ຢຳເກງ​ທີ່​ພວກເຈົ້າ​ມີ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka