Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:6 - ພຣະຄຳພີສັກສິ

6 ດັ່ງນັ້ນ, ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ໄປ​ກັບ​ພວກເຂົາ ເມື່ອ​ພຣະອົງ​ເກືອບ​ຈະ​ເຖິງ​ເຮືອນ​ແລ້ວ ນາຍ​ທະຫານ​ໄດ້​ໃຊ້​ພວກ​ໝູ່ເພື່ອນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຢ່າ​ໃຫ້​ເປັນ​ການ​ລຳບາກ​ແກ່​ທ່ານ​ເອງ​ເລີຍ ເພາະວ່າ ຂ້ານ້ອຍ​ເປັນ​ຄົນ​ບໍ່​ສົມຄວນ ທີ່​ທ່ານ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ພວກເຂົາ. ເມື່ອ​ພຣະອົງ​ມາ​ໃກ້​ຈະ​ຮອດ​ເຮືອນ​ນັ້ນ​ແລ້ວ, ນາຍຮ້ອຍ​ໄດ້​ໃຊ້​ບັນດາ​ໝູ່​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າ​ໃຫ້​ເປັນ​ການ​ລຳບາກ​ພຣະອົງ​ເລີຍ, ເພາະ​ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ລູກາ 7:6
15 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ບໍ່​ສົມຄວນ​ກັບ​ພຣະ​ກະລຸນາ ແລະ​ຄວາມ​ສັດຊື່​ທີ່​ພຣະອົງ​ໄດ້​ສຳແດງ​ຕໍ່​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເລີຍ. ຂ້ານ້ອຍ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ມີ​ພຽງ​ໄມ້ເທົ້າ​ເທົ່ານັ້ນ; ແຕ່​ບັດນີ້ ຂ້ານ້ອຍ​ກັບ​ມາ​ພ້ອມ​ດ້ວຍ​ຈຳນວນ​ຄົນ​ແລະ​ຝູງສັດ​ສອງ​ໝວດ​ນີ້.


ການ​ອວດດີ​ພາ​ໃຫ້​ຕົນ​ຕົກຕໍ່າ, ແຕ່​ການ​ຖ່ອມຕົວ​ນັ້ນ​ເຮັດ​ໃຫ້​ຄົນ​ນັບຖື.


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ຂ້າພະເຈົ້າ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ໝາຍເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ​ກໍ​ມີ​ຣິດ​ກວ່າ​ຂ້າພະເຈົ້າ​ອີກ ຊຶ່ງ​ຂ້າພະເຈົ້າ​ບໍ່​ສົມຄວນ​ຈະ​ຈັບ​ແມ່ນແຕ່​ເກີບ​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ແລະ​ດ້ວຍ​ໄຟ


ພຣະເຢຊູເຈົ້າ​ກໍ​ໄປ​ກັບ​ລາວ ມີ​ປະຊາຊົນ​ຢ່າງ​ໜາແໜ້ນ​ບຸບຽດ​ພຣະອົງ​ໄປ.


ເມື່ອ​ຊີໂມນ​ເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ກ່າວ​ວ່າ, “ພຣະອົງເຈົ້າ​ເອີຍ, ຂໍ​ໄປ​ໃຫ້​ຫ່າງ​ຈາກ​ຂ້ານ້ອຍ​ທ້ອນ ເພາະ​ຂ້ານ້ອຍ​ເປັນ​ຄົນ​ບາບ.”


ເມື່ອ​ພວກເຂົາ​ມາ​ເຖິງ​ພຣະເຢຊູເຈົ້າ​ແລ້ວ ກໍ​ວິງວອນ​ຂໍ​ພຣະອົງ​ດ້ວຍ​ຄວາມ​ຕັ້ງໃຈ​ວ່າ, “ນາຍ​ທະຫານ​ຜູ້​ນີ້ ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ຈາກ​ທ່ານ


ເພາະ​ເພິ່ນ​ຮັກ​ປະເທດ​ຊາດ​ຂອງ​ພວກເຮົາ ແລະ​ເພິ່ນ​ກໍໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ​ດ້ວຍ.”


ເພາະສະນັ້ນ ຂ້ານ້ອຍ​ຈຶ່ງ​ເຫັນ​ວ່າ ຕົນເອງ​ເປັນ​ຜູ້​ບໍ່​ສົມຄວນ ທີ່​ຈະ​ໄປ​ຫາ​ທ່ານ​ດ້ວຍ​ຕົນເອງ ຂໍ​ທ່ານ​ພຽງແຕ່​ສັ່ງ​ຄຳ​ດຽວ​ເທົ່ານັ້ນ ແລະ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ.


ໃນ​ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ນີ້ ກໍ​ມີ​ຄົນ​ໜຶ່ງ​ມາ​ຈາກ​ເຮືອນ​ຂອງ​ຢາອີໂຣ ຫົວໜ້າ​ທຳມະສາລາ ລາວ​ບອກ​ວ່າ, “ລູກສາວ​ຂອງ​ເຈົ້າ​ຕາຍ​ແລ້ວ ຢ່າ​ລົບກວນ​ອາຈານ​ຕໍ່ໄປ​ອີກ​ເລີຍ.”


ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.


ຈົ່ງ​ຖ່ອມຕົວ​ລົງ​ຊ້ອງ​ພຣະພັກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ.


ແຕ່​ພຣະອົງ​ໄດ້​ຊົງ​ປະທານ​ພຣະຄຸນ​ເພີ່ມ​ຂຶ້ນ​ອີກ. ເຫດສະນັ້ນ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ ແກ່​ຄົນ​ທີ່​ຖ່ອມໃຈ​ລົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka