Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:43 - ພຣະຄຳພີສັກສິ

43 ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ ຄົງ​ຈະ​ແມ່ນ​ຜູ້​ທີ່​ເພິ່ນ​ໄດ້​ຍົກ​ໜີ້​ໃຫ້​ຫລາຍກວ່າ​ນັ້ນ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຄິດ​ຖືກຕ້ອງ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

43 ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ຄົນ​ທີ່​ເປັນໜີ້​ຫລາຍ​ແລ້ວ​ໄດ້​ຮັບ​ການຍົກໜີ້​ໃຫ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຈົ້າ​ຕັດສິນ​ຖືກຕ້ອງ​ແລ້ວ”.

Uka jalj uñjjattʼäta Copia luraña




ລູກາ 7:43
10 Jak'a apnaqawi uñst'ayäwi  

ກະສັດ​ຄິດ​ເມດຕາ​ສົງສານ​ລາວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ແລ້ວ​ປ່ອຍ​ໃຫ້​ລາວ​ໄປ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ ລາວ​ຕອບ​ດ້ວຍ​ຄວາມ​ສະຫລາດ ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເຈົ້າ​ບໍ່ໄດ້​ໄກ​ຈາກ​ອານາຈັກ​ຂອງ​ພຣະເຈົ້າ.” ຕັ້ງແຕ່​ນັ້ນ​ມາ ບໍ່ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ​ຕໍ່ໄປ.


ຂະນະທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ພຣະອົງ​ກໍ​ມາ​ຮອດ​ບ້ານ​ແຫ່ງ​ໜຶ່ງ ໃນ​ທີ່ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຊື່ ມາທາ ແລະ​ນາງ​ໄດ້​ຕ້ອນຮັບ​ພຣະອົງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງຕົນ.


ເມື່ອ​ບໍ່ມີ​ຜູ້ໃດ ສາມາດ​ຈະ​ໃຊ້​ໜີ້​ໄດ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງສອງ ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ ທີ່​ຈະ​ຮັກ​ເຈົ້າ​ໜີ້​ຫລາຍກວ່າ​ກັນ?”


ເມື່ອ​ພຣະອົງ​ຫລຽວ​ເບິ່ງ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້​ບໍ? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ ແລະ​ເຈົ້າ​ບໍ່ໄດ້​ໃຫ້​ນໍ້າ​ສຳລັບ​ລ້າງ​ຕີນ​ຂອງເຮົາ ແຕ່​ຍິງ​ຜູ້​ນີ້​ໄດ້​ລ້າງ​ຕີນ​ຂອງເຮົາ​ດ້ວຍ​ນໍ້າຕາ ແລະ​ເຊັດ​ຕີນ​ຂອງເຮົາ​ດ້ວຍ​ຜົມ​ຂອງ​ນາງ.


ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ເພາະ​ນາງ​ຮັກ​ຫລາຍ ຈຶ່ງ​ພິສູດ​ໃຫ້​ເຫັນ​ວ່າ ການບາບ​ທັງຫລາຍ​ຂອງ​ນາງ ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຜູ້ໃດ ທີ່​ໄດ້​ຮັບ​ການ​ໃຫ້​ອະໄພ​ໜ້ອຍ ຜູ້​ນັ້ນ​ກໍ​ຮັກ​ໜ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka