Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:42 - ພຣະຄຳພີສັກສິ

42 ເມື່ອ​ບໍ່ມີ​ຜູ້ໃດ ສາມາດ​ຈະ​ໃຊ້​ໜີ້​ໄດ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງສອງ ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ ທີ່​ຈະ​ຮັກ​ເຈົ້າ​ໜີ້​ຫລາຍກວ່າ​ກັນ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

42 ເມື່ອ​ທັງ​ສອງ​ຄົນ​ບໍ່​ມີ​ເງິນ​ຈະ​ໃຊ້​ໜີ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງ​ສອງ. ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ​ຈະ​ຮັກ​ເຈົ້າໜີ້​ຫລາຍ​ກວ່າ​ກັນ?”

Uka jalj uñjjattʼäta Copia luraña




ລູກາ 7:42
23 Jak'a apnaqawi uñst'ayäwi  

ນາງ​ເວົ້າ​ໃຫ້​ເພິ່ນ​ວ່າ, “ເປັນຫຍັງ​ກະສັດ​ຈຶ່ງ​ເຮັດ​ຜິດ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ນີ້? ກະສັດ​ບໍ່​ອະນຸຍາດ​ໃຫ້​ລູກຊາຍ​ຂອງທ່ານ​ທີ່​ໄດ້​ປົບໜີໄປ​ນັ້ນ​ກັບຄືນ​ມາ. ສະນັ້ນ ກະສັດ​ຈຶ່ງ​ປະນາມ​ທ່ານເອງ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ໄປ​ນັ້ນ.


ພຣະອົງ​ຍົກ​ການບາບ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ ແລະ​ປິ່ນປົວ​ພະຍາດ​ທຸກ​ຊະນິດ​ຂອງ​ຂ້ານ້ອຍ.


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ກະສັດ​ຄິດ​ເມດຕາ​ສົງສານ​ລາວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ແລ້ວ​ປ່ອຍ​ໃຫ້​ລາວ​ໄປ.


ກະສັດ​ໂກດຮ້າຍ​ຫລາຍ ແລະ​ເພິ່ນ​ກໍ​ສັ່ງ​ໃຫ້​ເອົາ​ຜູ້ຮັບໃຊ້​ຄົນ​ນັ້ນ​ໄປ​ຂັງ​ໄວ້​ຄຸກ​ທໍລະມານ ຈົນກວ່າ​ລາວ​ໃຊ້​ໜີ້​ຄືນ​ໝົດ.


ຂໍ​ຊົງ​ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ ເໝືອນ​ຂ້ານ້ອຍ​ຍົກໂທດ ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້ານ້ອຍ​ນັ້ນ


ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ ຄົງ​ຈະ​ແມ່ນ​ຜູ້​ທີ່​ເພິ່ນ​ໄດ້​ຍົກ​ໜີ້​ໃຫ້​ຫລາຍກວ່າ​ນັ້ນ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຄິດ​ຖືກຕ້ອງ​ແລ້ວ.”


ແຕ່​ດ້ວຍ​ພຣະຄຸນ​ອັນ​ບໍ່​ຄິດຄ່າ​ຂອງ​ພຣະເຈົ້າ ພວກເຂົາ​ຈຶ່ງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ທີ່​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ.


ຂະນະທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຕາຍ​ເພື່ອ​ຊ່ວຍ​ຄົນ​ບາບ​ຕາມ​ເວລາ​ທີ່​ເໝາະສົມ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.


ຈົ່ງ​ຜ່ອນໜັກ​ຜ່ອນເບົາ​ຊຶ່ງກັນແລະກັນ ແລະ​ຖ້າ​ແມ່ນ​ຜູ້ໃດ​ມີ​ເລື່ອງ​ຕໍ່ກັນ ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ຍົກໂທດ​ໃຫ້​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ​ຢ່າງ​ນັ້ນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka