Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:41 - ພຣະຄຳພີສັກສິ

41 ພຣະເຢຊູເຈົ້າ​ເລີ່ມ​ກ່າວ​ວ່າ, “ຍັງ​ມີ​ຊາຍ​ສອງ​ຄົນ ທີ່​ເປັນ​ໜີ້​ເງິນ​ຂອງ​ເຈົ້າ​ໜີ້​ຄົນ​ໜຶ່ງ ຄົນ​ໜຶ່ງ​ເປັນ​ໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ ແລະ​ຄົນ​ໜຶ່ງ​ອີກ ເປັນ​ໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ພຣະອົງ​ກ່າວ​ວ່າ, “ມີ​ຊາຍ​ສອງ​ຄົນ​ທີ່​ເປັນໜີ້​ເງິນ​ຂອງ​ເຈົ້າໜີ້​ຄົນ​ໜຶ່ງ, ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ​ເດນາຣິອົນ ແລະ ອີກ​ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.

Uka jalj uñjjattʼäta Copia luraña




ລູກາ 7:41
17 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ​ກໍດີ ນາງ​ຍັງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ຕົນ​ຍັງ​ດີກວ່າ​ຢູດາ​ທີ່​ບໍ່​ສັດຊື່.”


“ພໍ່​ຂອງ​ພວກເຮົາ​ໄດ້​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ບໍ່ມີ​ລູກຊາຍ​ຈັກ​ຄົນ. ເພິ່ນ​ບໍ່ແມ່ນ​ພັກພວກ​ຂອງ​ໂກຣາ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ເພິ່ນ​ໄດ້​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ເພິ່ນ​ເອງ.


ຕໍ່ມາ ຊາຍ​ຜູ້​ນີ້​ອອກ​ໄປ​ແລ້ວ ກໍ​ພົບ​ເພື່ອນ​ຜູ້ຮັບໃຊ້​ຄົນ​ໜຶ່ງ ທີ່​ເປັນ​ໜີ້​ຕົນ​ບໍ່ພໍ​ເທົ່າ​ໃດ​ສິບ​ຕະລັນຕົນ ລາວ​ຈຶ່ງ​ຄວ້າ​ຈັບ​ຄໍ​ຄົນ​ນັ້ນ​ບີບ​ເຂົ້າ​ແໜ້ນໆ ແລະ​ເວົ້າ​ວ່າ ‘ໃຊ້​ໜີ້​ກູ​ແມ.’


ຂໍ​ຊົງ​ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ ເໝືອນ​ຂ້ານ້ອຍ​ຍົກໂທດ ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້ານ້ອຍ​ນັ້ນ


ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຈົ່ງ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ.” ພວກ​ສາວົກ​ຖາມ​ພຣະອົງ​ວ່າ, “ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຫາ​ຊື້​ອາຫານ ລາຄາ​ເຖິງ​ສອງຮ້ອຍ​ຫລຽນ​ເງິນ ໃຫ້​ພວກເຂົາ​ກິນ​ບໍ?”


ຂໍໂຜດ​ຍົກໂທດ​ບາບກຳ ໃຫ້​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ ດ້ວຍວ່າ, ພວກ​ຂ້ານ້ອຍ​ຍົກ​ຄວາມຜິດ​ ຄວາມ​ບາບ​ໃຫ້​ທຸກຄົນ ທີ່​ເຮັດ​ຜິດ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ ໃນ​ການ​ທົດລອງ.”’


ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ ແລ້ວ​ໄດ້​ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ຂ້ຽນ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ໜ້ອຍ ຜູ້ໃດ​ໄດ້​ຮັບ​ຫລາຍ ກໍ​ຈະ​ທວງ​ເອົາ​ກັບ​ຜູ້ນັ້ນ​ຫລາຍ ແລະ​ຜູ້​ທີ່​ຮັບ​ຝາກ​ໄວ້​ຫລາຍ ເພິ່ນ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້ນັ້ນ​ຫລາຍ.”


ທັງ​ພວກ​ສິບແປດ​ຄົນ​ໃນ​ສີໂລອາມ ທີ່​ປ້ອມ​ເຈື່ອນ​ທັບ​ຕາຍ​ນັ້ນ​ເດ? ພວກເຈົ້າ​ກໍ​ຄິດ​ວ່າ ພວກເຂົາ​ເປັນ​ຄົນ​ເຮັດ​ຜິດ​ຫລາຍກວ່າ​ປະຊາຊົນ​ອື່ນໆ​ທັງໝົດ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຊັ້ນບໍ?


ແລ້ວ​ພຣະເຢຊູເຈົ້າ ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ຊີໂມນ​ເອີຍ ເຮົາ​ມີ​ສິ່ງ​ໜຶ່ງ ທີ່​ຈະ​ກ່າວ​ກັບ​ເຈົ້າ.” ຊີໂມນ​ຕອບ​ວ່າ, “ເຊີນ​ກ່າວ​ມາ​ເລີຍ ອາຈານ​ເອີຍ.”


ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ເພາະ​ນາງ​ຮັກ​ຫລາຍ ຈຶ່ງ​ພິສູດ​ໃຫ້​ເຫັນ​ວ່າ ການບາບ​ທັງຫລາຍ​ຂອງ​ນາງ ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຜູ້ໃດ ທີ່​ໄດ້​ຮັບ​ການ​ໃຫ້​ອະໄພ​ໜ້ອຍ ຜູ້​ນັ້ນ​ກໍ​ຮັກ​ໜ້ອຍ.”


ດ້ວຍວ່າ, ທຸກຄົນ​ໄດ້​ເຮັດ​ຜິດບາບ ແລະ​ຂາດ​ຈາກ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ;


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka