Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:4 - ພຣະຄຳພີສັກສິ

4 ເມື່ອ​ພວກເຂົາ​ມາ​ເຖິງ​ພຣະເຢຊູເຈົ້າ​ແລ້ວ ກໍ​ວິງວອນ​ຂໍ​ພຣະອົງ​ດ້ວຍ​ຄວາມ​ຕັ້ງໃຈ​ວ່າ, “ນາຍ​ທະຫານ​ຜູ້​ນີ້ ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ຈາກ​ທ່ານ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເມື່ອ​ພວກເຂົາ​ມາ​ຮອດ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ຮ້ອງຂໍ​ພຣະເຢຊູເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ນາຍຮ້ອຍ​ຄົນ​ນີ້​ເປັນ​ຄົນ​ທີ່​ພຣະອົງ​ສົມຄວນ​ຈະ​ໄປ​ຊ່ວຍ​ແທ້,

Uka jalj uñjjattʼäta Copia luraña




ລູກາ 7:4
9 Jak'a apnaqawi uñst'ayäwi  

“ເມື່ອ​ພວກເຈົ້າ​ໄປ​ໃນ​ເມືອງ​ໃດ​ຫລື​ບ້ານ​ໃດ ຈົ່ງ​ເຂົ້າ​ໄປ​ຫາ​ຜູ້​ທີ່​ສົມຄວນ​ຈະ​ຕ້ອນຮັບ​ພວກເຈົ້າ ແລະ​ໃຫ້​ອາໄສ​ຢູ່​ກັບ​ເຂົາ​ຈົນກວ່າ​ຈາກ​ໄປ.


ຖ້າ​ໄທ​ເຮືອນ​ນັ້ນ​ສົມຄວນ​ຮັບ​ພຣະພອນ ກໍ​ຂໍ​ໃຫ້​ສັນຕິສຸກ​ຂອງ​ເຈົ້າ​ຢູ່​ນຳ​ເຮືອນ​ນັ້ນ, ແຕ່​ຖ້າ​ໄທ​ເຮືອນ​ນັ້ນ​ບໍ່​ສົມຄວນ​ຮັບ​ພຣະພອນ ກໍ​ໃຫ້​ສັນຕິສຸກ​ນັ້ນ​ກັບຄືນ​ມາ​ສູ່​ພວກເຈົ້າ.


ແຕ່​ຊາຍ​ແລະ​ຍິງ​ຜູ້​ທີ່​ສົມຄວນ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ດຳລົງ​ຊີວິດ​ຢູ່​ໃນ​ໂລກໜ້າ​ຈະ​ບໍ່ມີ​ການ​ແຕ່ງງານ​ກັນ ຫລື​ຍົກ​ໃຫ້​ເປັນ​ຜົວ​ເມຍ​ກັນ.


ເມື່ອ​ນາຍ​ທະຫານ​ຜູ້​ນີ້​ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພິ່ນ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ ໄປ​ຂໍຮ້ອງ​ເຊີນ​ພຣະອົງ​ໃຫ້​ມາ​ໂຜດ​ຮັກສາ​ຄົນ​ຮັບໃຊ້​ຂອງ​ເພິ່ນ.


ເພາະ​ເພິ່ນ​ຮັກ​ປະເທດ​ຊາດ​ຂອງ​ພວກເຮົາ ແລະ​ເພິ່ນ​ກໍໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ​ດ້ວຍ.”


ໂກເນລີໂອ​ເປັນ​ຜູ້​ຖື​ສາສະໜາ​ຢ່າງ​ຖືກຕ້ອງ ແລະ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ ຕ່າງ​ກໍ​ຢຳເກງ​ພຣະເຈົ້າ ເພິ່ນ​ເຄີຍ​ໃຫ້​ທານ​ຢ່າງ​ຫລວງຫລາຍ ເພື່ອ​ຊ່ວຍ​ຜູ້​ຍາກຈົນ ແລະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ຢ່າງ​ສະໝໍ່າ​ສະເໝີ​ບໍ່ໄດ້​ຂາດ.


ແຕ່​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ທີ່​ເມືອງ​ຊາເດ ທີ່​ຮັກສາ​ເສື້ອຜ້າ​ຂອງຕົນ​ບໍ່​ໃຫ້​ເປິເປື້ອນ ຄົນ​ເຫຼົ່ານັ້ນ​ຈະ​ນຸ່ງ​ເຄື່ອງ​ຂາວ ແລະ​ຍ່າງ​ໄປ​ກັບ​ເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ສົມຄວນ​ຢູ່​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka