Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:3 - ພຣະຄຳພີສັກສິ

3 ເມື່ອ​ນາຍ​ທະຫານ​ຜູ້​ນີ້​ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພິ່ນ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ ໄປ​ຂໍຮ້ອງ​ເຊີນ​ພຣະອົງ​ໃຫ້​ມາ​ໂຜດ​ຮັກສາ​ຄົນ​ຮັບໃຊ້​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ​ໄປ​ເຊີນ​ພຣະເຢຊູເຈົ້າ​ໃຫ້​ມາ​ຮັກສາ​ຄົນຮັບໃຊ້​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ລູກາ 7:3
7 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ສະເດັດ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ ກໍ​ມີ​ນາຍ​ທະຫານ​ຜູ້ໜຶ່ງ​ເຂົ້າ​ມາ​ຫາ​ພຣະອົງ​ເພື່ອ​ຂໍຮ້ອງ​ໃຫ້​ຊ່ວຍເຫລືອ.


ມີ​ນາຍ​ທະຫານ​ໂຣມ​ຜູ້ໜຶ່ງ ເພິ່ນ​ມີ​ຄົນ​ຮັບໃຊ້​ຜູ້ໜຶ່ງ ທີ່​ເພິ່ນ​ຮັກ​ຫລາຍ ລາວ​ເຈັບປ່ວຍ​ໜັກ​ແລະ​ໃກ້​ຈະ​ຕາຍ.


ເມື່ອ​ພວກເຂົາ​ມາ​ເຖິງ​ພຣະເຢຊູເຈົ້າ​ແລ້ວ ກໍ​ວິງວອນ​ຂໍ​ພຣະອົງ​ດ້ວຍ​ຄວາມ​ຕັ້ງໃຈ​ວ່າ, “ນາຍ​ທະຫານ​ຜູ້​ນີ້ ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ຈາກ​ທ່ານ


ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່ ຢາອີໂຣ ເປັນ​ຫົວໜ້າ​ໂຮງ​ທຳມະສາລາ​ໃນ​ທ້ອງຖິ່ນ​ນັ້ນ ໄດ້​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ທູນ​ອ້ອນວອນ​ຂໍ​ພຣະອົງ​ໃຫ້​ໄປ​ທີ່​ເຮືອນ​ຂອງຕົນ,


ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ນັ້ນ​ຮ້ອງ​ຂຶ້ນ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ຂໍ​ຄວາມ​ເມດຕາ​ໃຫ້​ເບິ່ງ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ. ດ້ວຍວ່າ, ລາວ​ແມ່ນ​ລູກຊາຍ​ຄົນ​ດຽວ​ຂອງ​ຂ້ານ້ອຍ.


ເມື່ອ​ຂ້າຣາຊການ​ຄົນ​ນີ້​ໄດ້ຍິນ​ຂ່າວ​ວ່າ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ມາ​ຮອດ​ແຂວງ​ຄາລີເລ​ແລ້ວ ເພິ່ນ​ຈຶ່ງ​ໄປ​ຂໍຮ້ອງ​ພຣະອົງ ໃຫ້​ມາ​ຮັກສາ​ລູກຊາຍ​ຂອງຕົນ​ທີ່​ໃກ້​ຈະ​ຕາຍ.


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ເພື່ອ​ໂອເນຊີໂມ ຜູ້​ທີ່​ເປັນ​ລູກ​ຂອງເຮົາ​ໃນ​ພຣະຄຣິດ. ດ້ວຍວ່າ, ເມື່ອ​ເຮົາ​ຖືກ​ຄຸກ​ຢູ່​ນັ້ນ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ລາວ​ຝ່າຍ​ຄວາມເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka