Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:25 - ພຣະຄຳພີສັກສິ

25 ພວກເຈົ້າ​ໄດ້​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ຈົບງາມ​ບໍ? ແທ້ຈິງ​ແລ້ວ ຄົນ​ທີ່​ນຸ່ງຫົ່ມ​ເຄື່ອງ​ອັນ​ຈົບງາມ​ທີ່ສຸດ ແລະ​ໃຊ້​ຊີວິດ​ຢ່າງ​ສະໜຸກ​ສະໜານ​ກໍ​ຢູ່​ໃນ​ຣາຊວັງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ລາຄາ​ແພງ ແລະ ຢູ່​ກິນ​ດ້ວຍ​ຂອງ​ປານີດ​ນັ້ນ​ກໍ​ຢູ່​ໃນ​ວັງ.

Uka jalj uñjjattʼäta Copia luraña




ລູກາ 7:25
16 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ອາຍຸ​ໄດ້​ແປດສິບ​ປີ​ແລ້ວ; ຄົງ​ບໍ່ມີ​ສິ່ງໃດ​ທີ່​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມສຸກ​ໄດ້​ດອກ. ເວລາ​ທີ່​ຂ້ານ້ອຍ​ກິນ​ຫລື​ດື່ມ ມັນ​ກໍ​ບໍ່ມີ​ຣົດຊາດ ແລະ​ຂ້ານ້ອຍ​ຟັງ​ສຽງ​ຄົນ​ຮ້ອງເພງ​ກໍ​ບໍ່ໄດ້ຍິນ. ທ່ານ​ຈະ​ລຳບາກ​ຍ້ອນ​ຂ້ານ້ອຍ​ລ້າໆ.


ຣາຊີນີ​ເຫັນ​ອາຫານ​ທີ່​ເທິງ​ໂຕະ​ຂອງ​ເພິ່ນ, ສຳນັກ​ຂອງ​ຂ້າຣາຊການ, ການ​ຈັດ​ລະບຽບ​ຂອງ​ຂ້າຣາຊການ​ປະຈຳວັງ​ກັບ​ເຄື່ອງແບບ​ທີ່​ພວກເຂົາ​ນຸ່ງ ພວກ​ທີ່​ລໍ​ຮັບໃຊ້​ເພິ່ນ​ໃນ​ງານ​ກິນລ້ຽງ​ຕ່າງໆ ແລະ​ເຄື່ອງ​ບູຊາ​ທີ່​ເພິ່ນ​ຖວາຍ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ສິ່ງ​ທັງໝົດ​ນີ້​ເຮັດ​ໃຫ້​ຣາຊີນີ​ງຶດງໍ້ ແລະ​ປະຫລາດ​ໃຈ​ຫລາຍ.


ພວກເຂົາ​ຕອບ​ເພິ່ນ​ວ່າ, “ລາວ​ນຸ່ງ​ເສື້ອຄຸມ​ທີ່​ເຮັດ​ດ້ວຍ​ໜັງສັດ​ແລະ​ໃສ່ ສາຍໜັງ​ຮັດ​ເລົາຄີງ.” ກະສັດ​ຮ້ອງ​ຂຶ້ນ​ວ່າ, “ແມ່ນ​ເອລີຢາ​ຊາວ​ຕີຊະເບ.”


ເພິ່ນ​ໄດ້​ສັ່ງ​ພວກເຂົາ​ໃຫ້​ພາ​ນາງ​ວາຊະຕີ ທີ່​ກຳລັງ​ໃສ່​ມົງກຸດ​ແຫ່ງ​ຣາຊີນີ​ຢູ່​ນັ້ນ​ມາ​ຫາ​ຕົນ. ຣາຊີນີ​ເປັນ​ຍິງ​ທີ່​ງາມ​ຫລາຍ ແລະ​ກະສັດ​ຢາກ​ສະແດງ​ໃຫ້​ບັນດາ​ຂ້າຣາຊການ ແລະ​ແຂກ​ທຸກໆ​ຄົນ​ທີ່​ຖືກ​ເຊີນ​ມາ​ນັ້ນ​ໄດ້​ເຫັນ​ຄວາມງາມ​ຂອງ​ຣາຊີນີ.


ໃນ​ຣາຊການ​ປີ​ທີ​ສາມ ເພິ່ນ​ໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ສຳລັບ​ບັນດາ​ຂ້າຣາຊການ​ແລະ​ພວກ​ບໍລິຫານງານ​ທັງໝົດ​ຂອງ​ເພິ່ນ. ກອງທັບ​ຂອງ​ເປີເຊຍ​ແລະ​ເມເດຍ​ກໍ​ຢູ່​ໃນ​ທີ່ນັ້ນ ຕະຫລອດ​ທັງ​ບັນດາ​ຜູ້​ປົກຄອງ​ແຂວງ ແລະ​ພວກ​ຂຸນນາງ​ປະຈຳ​ແຂວງ​ຕ່າງໆ.


ຈົນ​ມາ​ຮອດ​ປະຕູ​ທາງ​ເຂົ້າ​ວັງ. ລາວ​ເຂົ້າ​ໄປ​ຂ້າງ​ໃນ​ວັງ​ບໍ່ໄດ້ ເພາະ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ວັງ.


ໃນ​ວັນ​ທີ​ສາມ ທີ່​ຣາຊີນີ​ເອສະເທີ​ຖືສິນ​ອົດອາຫານ ຣາຊີນີ​ໄດ້​ນຸ່ງ​ຊຸດ​ຣາຊີນີ​ອອກ​ໄປ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວັງ ແລະ​ຫັນໜ້າ​ໄປ​ທາງ​ຫ້ອງ​ບັນລັງ. ສ່ວນ​ກະສັດ​ກໍ​ນັ່ງ​ເທິງ​ບັນລັງ​ຂ້າງ​ໃນ ແລະ​ຫັນໜ້າ​ໄປ​ສູ່​ທາງ​ເຂົ້າ.


ແລ້ວ​ມໍເດໄກ​ກໍ​ອອກ​ຈາກ​ວັງ. ລາວ​ນຸ່ງ​ເສື້ອ​ລ່າມ​ສີຟ້າ ແລະ​ສີຂາວ​ຂອງ​ກະສັດ ແລະ​ເສື້ອ​ຄຸມ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ສີມ່ວງ​ເນື້ອ​ລະອຽດ​ດີ​ທັງ​ສວມ​ມົງກຸດ​ຄຳ​ອັນ​ງົດງາມ. ແລ້ວ​ຄົນ​ຕາມ​ຖະໜົນ​ໃນ​ນະຄອນ​ຊູຊາ ຕ່າງ​ກໍ​ຮ້ອງໂຮ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ພຣະອົງ​ຈະ​ສວມ​ຄວາມ​ຍຸດຕິທຳ​ໄວ້ ດັ່ງ​ສວມ​ເສື້ອ​ຫຸ້ມເກາະ ແລະ​ສວມ​ໄຊຊະນະ​ໄວ້ ດັ່ງ​ໃສ່​ໝວກ​ແຫ່ງ​ຄວາມພົ້ນ. ພຣະອົງ​ຈະ​ປະດັບ​ຕົນເອງ​ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງກ້າ ເພື່ອ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ ທັງ​ລົງໂທດ​ແລະ​ແກ້ແຄ້ນ​ຄວາມຜິດ​ທີ່​ປະຊາຊົນ​ທົນທຸກ.


ພວກເຈົ້າ​ໄດ້​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ບໍ? ຜູ້​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ເຊັ່ນ​ນັ້ນ ກໍ​ຢູ່​ໃນ​ວັງ​ຂອງ​ກະສັດ


ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ດ້ວຍ​ຂົນ​ອູດ ແລະ ເພິ່ນ​ໃຊ້​ສາຍ​ໜັງ​ຮັດ​ແອວ ສ່ວນ​ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ​ແລະ​ນໍ້າເຜິ້ງ​ປ່າ


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ ແມ່ນແຕ່​ກະສັດ​ໂຊໂລໂມນ ຜູ້​ທີ່​ຮັ່ງມີ​ດ້ວຍ​ຊັບສົມບັດ​ທີ່​ຕົນ​ມີ​ຢູ່​ທັງໝົດ ກໍ​ຍັງ​ບໍ່ມີ​ເຄື່ອງນຸ່ງ​ງາມ​ເທົ່າ​ກັບ​ດອກໄມ້​ເຫຼົ່ານີ້​ດອກ​ໜຶ່ງ.


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ.


ຫລັງຈາກ​ຄົນ​ທີ່​ໂຢຮັນ​ໄດ້​ໃຊ້​ມາ​ນັ້ນ ໄດ້​ກັບ​ໄປ​ແລ້ວ ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ແກ່​ປະຊາຊົນ ເຖິງ​ເລື່ອງ​ຂອງ​ໂຢຮັນ​ວ່າ, “ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ອອກ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໂນ້ມ​ໄປມາ​ຕາມ​ກະແສ​ລົມ​ພັດ​ບໍ?


ແຕ່​ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ໄປ​ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ ເຮົາ​ບອກ​ພວກເຈົ້າ​ວ່າ ເພິ່ນ​ຜູ້​ນັ້ນ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka