Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:21 - ພຣະຄຳພີສັກສິ

21 ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຊົງ​ໂຜດ​ຮັກສາ​ຫລາຍ​ຄົນ ໃຫ້​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ຈາກ​ພະຍາດ​ໂຣຄາ​ຕ່າງໆ, ໃຫ້​ພົ້ນ​ຈາກ​ຜີຊົ່ວຮ້າຍ ແລະ​ໂຜດ​ຄົນ​ຕາບອດ​ຫລາຍ​ຄົນ​ໃຫ້​ເຫັນ​ຮຸ່ງ​ອີກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ໃນ​ເວລາ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເປັນ​ພະຍາດ​ຕ່າງໆ, ຄົນເຈັບປ່ວຍ ແລະ ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ ແລະ ເຮັດ​ໃຫ້​ຄົນຕາບອດ​ຫລາຍ​ຄົນ​ເບິ່ງເຫັນ.

Uka jalj uñjjattʼäta Copia luraña




ລູກາ 7:21
12 Jak'a apnaqawi uñst'ayäwi  

ເມື່ອ​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ ຫລື​ມີ​ໂຣກ​ລະບາດ ຫລື​ມີ​ພືດຜົນ​ຖືກ​ທຳລາຍ​ຍ້ອນ​ລົມ​ຮ້ອນ​ພັດ ຫລື​ຍ້ອນ​ຝູງຕັກແຕນ ຫລື​ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ຖືກ​ໂຈມຕີ ຫລື​ເມື່ອ​ມີ​ໂຣກໄພ​ໄຂ້ເຈັບ​ເກີດຂຶ້ນ​ທ່າມກາງ​ພວກເຂົາ


ເມື່ອ​ປະໂຣຫິດ​ເຂົ້າ​ໄປ​ກວດເບິ່ງ​ແລ້ວ ຖ້າ​ຂີ້ເຮື້ອນ​ບໍ່​ປາກົດ​ເຫັນ​ອີກ ຫລັງຈາກ​ທີ່​ໄດ້​ໂບກ​ປູນ​ເຮືອນ​ໃໝ່​ແລ້ວ; ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ເຮືອນ​ຫລັງ​ນັ້ນ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ເພາະວ່າ​ຂີ້ເຮື້ອນ​ໄດ້​ຫາຍ​ໄປ​ໝົດ​ແລ້ວ.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ພຣະອົງ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ​ໂຣຄາ, ບັນດາ​ຄົນ​ເຈັບ​ດ້ວຍ​ພະຍາດ​ຕ່າງໆ ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຈະ​ຈັບບາຍ​ພຣະອົງ.


ໃນ​ຂະນະທີ່​ນາງ​ບາຍ​ເຄື່ອງນຸ່ງ​ຂອງ​ພຣະອົງ ແລະ​ພະຍາດ​ເລືອດ​ຕົກ​ນັ້ນ ກໍ​ຢຸດ​ທັນທີ, ນາງ​ຮູ້ສຶກ​ໃນ​ຕົວ​ວ່າ​ຕົນ​ດີ​ພະຍາດ​ແລ້ວ.


ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ລູກ​ຍິງ​ເອີຍ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ ແລະ​ດີ​ພະຍາດ​ສາ.”


ເມື່ອ​ພວກເຂົາ​ມາ​ພົບ​ພຣະເຢຊູເຈົ້າ​ແລ້ວ ກໍ​ຖາມ​ພຣະອົງ​ວ່າ, “ໂຢຮັນ​ບັບຕິສະໂຕ ໄດ້​ໃຊ້​ພວກ​ຂ້ານ້ອຍ​ມາ​ຖາມ​ວ່າ, ‘ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ຄອງຄອຍ​ຖ້າ​ຜູ້​ອື່ນ​ອີກ?”’


ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕີສອນ ຜູ້​ທີ່​ພຣະອົງ​ຊົງ​ຮັກ ແລະ​ເມື່ອ​ພຣະອົງ​ຊົງ​ຮັບ​ຜູ້ໃດ​ເປັນ​ລູກ ພຣະອົງ​ກໍ​ຊົງ​ຂ້ຽນສອນ​ຜູ້ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka