Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:2 - ພຣະຄຳພີສັກສິ

2 ມີ​ນາຍ​ທະຫານ​ໂຣມ​ຜູ້ໜຶ່ງ ເພິ່ນ​ມີ​ຄົນ​ຮັບໃຊ້​ຜູ້ໜຶ່ງ ທີ່​ເພິ່ນ​ຮັກ​ຫລາຍ ລາວ​ເຈັບປ່ວຍ​ໜັກ​ແລະ​ໃກ້​ຈະ​ຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຢູ່​ທີ່​ນັ້ນ​ມີ​ຄົນຮັບໃຊ້​ຂອງ​ນາຍຮ້ອຍ​ຄົນ​ໜຶ່ງ, ເຊິ່ງ​ນາຍ​ຮັກ​ຫລາຍ, ລາວ​ປ່ວຍ​ໜັກ ແລະ ໃກ້​ຈະ​ຕາຍ.

Uka jalj uñjjattʼäta Copia luraña




ລູກາ 7:2
24 Jak'a apnaqawi uñst'ayäwi  

ລາວ​ເວົ້າ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ພຣະອົງ​ຮັກສາ​ຄຳສັນຍາ​ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ຢ່າງ​ສັດຊື່. ພຣະເຈົ້າຢາເວ​ໄດ້​ນຳພາ​ຂ້ານ້ອຍ​ມາ​ເຖິງ​ບ້ານ​ຍາດຕິ​ພີ່ນ້ອງ​ຂອງ​ເພິ່ນ.”


ນາງ​ເດໂບຣາ​ເອື້ອຍ​ລ້ຽງ​ຂອງ​ນາງ​ເຣເບກາ​ໄດ້​ເສຍ​ຊີວິດ ແລະ​ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​ເມືອງ​ເບັດເອນ. ສະນັ້ນ ພວກເຂົາ​ຈຶ່ງ​ໃສ່​ຊື່​ຕົ້ນໄມ້​ນັ້ນ​ວ່າ, “ຕົ້ນ​ໝາກກໍ່​ແຫ່ງ​ນໍ້າຕາ.”


ຂ້ອຍ​ສາບານ​ໄດ້​ວ່າ​ບໍ່ເຄີຍ​ກະທຳ​ຊົ່ວ​ໃດໆ ແລະ​ບໍ່ໄດ້​ພະຍາຍາມ​ຫລອກລວງ​ຄົນ​ໃດໆ​ທັງ​ນັ້ນ.


ຜູ້​ທີ່​ລ້ຽງດູ​ຄົນ​ຮັບໃຊ້​ຕາມໃຈ​ພວກເຂົາ​ຕັ້ງແຕ່​ພວກເຂົາ​ຍັງ​ເປັນ​ເດັກນ້ອຍ​ມາ, ມື້ໜຶ່ງ ລາວ​ຈະ​ເປັນ​ເຈົ້າຂອງ​ທຸກສິ່ງ​ທີ່​ເຈົ້າ​ມີ.


ເມື່ອ​ນາຍ​ທະຫານ​ກັບ​ພວກ​ທະຫານ​ທີ່​ເຝົ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ ແລະ​ເຫດການ​ທັງໝົດ​ທີ່​ເກີດຂຶ້ນ​ນັ້ນ ພວກເຂົາ​ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”


ເມື່ອ​ນາຍຮ້ອຍ​ທະຫານ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ລາວ​ກໍ​ສັນລະເສີນ​ພຣະເຈົ້າ​ໂດຍ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ທ່ານ​ຜູ້​ນີ້​ບໍ່ມີ​ຄວາມຜິດ.”


ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ສິ່ງ​ເຫຼົ່ານີ້ ແກ່​ປະຊາຊົນ​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ໄປ​ທີ່​ເມືອງ​ກາເປນາອູມ.


ເມື່ອ​ນາຍ​ທະຫານ​ຜູ້​ນີ້​ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພິ່ນ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ ໄປ​ຂໍຮ້ອງ​ເຊີນ​ພຣະອົງ​ໃຫ້​ມາ​ໂຜດ​ຮັກສາ​ຄົນ​ຮັບໃຊ້​ຂອງ​ເພິ່ນ.


ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ສິບສອງ​ປີ ປ່ວຍ​ໃກ້​ຈະ​ສິ້ນ​ໃຈ​ຕາຍ​ແລ້ວ, ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ.


ຢູ່​ທີ່​ເມືອງ​ກາຍຊາເຣຍ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໂກເນລີໂອ ເພິ່ນ​ເປັນ​ນາຍຮ້ອຍ​ຢູ່​ໃນ​ກອງ​ທະຫານ​ທີ່​ຊື່​ວ່າ, “ກອງ​ອີຕາລີ.”


ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ໄປ. ດັ່ງນັ້ນ ໂກເນລີໂອ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ປະຈຳ​ເຮືອນ​ຂອງຕົນ​ສອງ​ຄົນ​ເຂົ້າ​ມາ ພ້ອມ​ກັບ​ທະຫານ​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ ແລະ​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ທະຫານ​ທີ່​ຄອຍ​ຮັບໃຊ້​ຕົນ.


ເມື່ອ​ນາຍຮ້ອຍ​ໄດ້ຍິນ​ເຊັ່ນນີ້ ລາວ​ຈຶ່ງ​ໄປ​ຫາ​ນາຍພັນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ກຳລັງ​ຈະ​ເຮັດ​ຫຍັງ​ລົງ​ໄປ? ຊາຍ​ຜູ້​ນັ້ນ​ເປັນ​ຄົນ​ສັນຊາດ​ໂຣມ.”


ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ໄປ​ຫາ​ທ່ານ​ນາຍພັນ, ລາວ​ມີ​ບາງ​ສິ່ງ​ທີ່​ຈະ​ບອກ​ເພິ່ນ.”


ເມື່ອ​ໄດ້ມີ​ການ​ຕັດສິນໃຈ​ວ່າ ຈະ​ໃຫ້​ພວກເຮົາ​ເດີນທາງ​ໄປ​ທາງ​ເຮືອ​ກຳປັ່ນ ໄປ​ທີ່​ປະເທດ​ອີຕາລີ ພວກເຂົາ​ຈຶ່ງ​ມອບ​ໂປໂລ​ກັບ​ນັກໂທດ​ຄົນອື່ນໆ​ໄວ້​ກັບ​ນາຍຮ້ອຍ​ຄົນ​ໜຶ່ງ​ຊື່​ວ່າ, ຢູລີໂອ ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ຈັກກະພັດ​ໂອຄຸດໂຕ.


ວັນ​ຕໍ່ມາ ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີໂດນ, ຢູລີໂອ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ໂປໂລ​ໄປ​ຫາ​ໝູ່ເພື່ອນ​ໄດ້ ເພື່ອ​ຮັບ​ເອົາ​ເຄື່ອງຂອງ​ທີ່​ຕົນ​ຈຳເປັນ​ໃຊ້.


ແຕ່​ນາຍຮ້ອຍ​ໂຣມ​ມີ​ໃຈ​ຢາກ​ໃຫ້​ໂປໂລ​ລອດຊີວິດ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນ​ນັ້ນ, ນາຍຮ້ອຍ​ຈຶ່ງ​ສັ່ງ​ໃຫ້​ທຸກຄົນ​ທີ່​ລອຍ​ນໍ້າ​ເປັນ​ໂດດ​ລົງ​ນໍ້າ​ກ່ອນ​ໝູ່ ແລະ​ລອຍ​ເຂົ້າ​ໄປ​ຫາ​ຝັ່ງ.


ຝ່າຍ​ບັນດາ​ຜູ້ຮັບໃຊ້ ຈົ່ງ​ຍອມ​ຟັງ​ນາຍ​ຝ່າຍ​ໂລກ​ໃນ​ທຸກສິ່ງ ບໍ່ແມ່ນ​ເມື່ອ​ຢູ່​ຕໍ່ໜ້າ​ນາຍ​ເທົ່ານັ້ນ ເພາະ​ຢາກ​ໃຫ້​ຖືກ​ໃຈ​ເພິ່ນ, ແຕ່​ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ນໍ້າໃສ​ໃຈຈິງ ເພາະ​ຄວາມ​ຢຳເກງ​ທີ່​ພວກເຈົ້າ​ມີ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka