Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:14 - ພຣະຄຳພີສັກສິ

14 ແລ້ວ​ພຣະອົງ​ກໍໄດ້​ຫຍັບ​ເຂົ້າ​ໄປ​ໃກ້​ບາຍ​ຫີບ​ສົບ ແລະ​ພວກ​ທີ່​ຫາມ​ຫີບ​ສົບ​ກໍ​ຢຸດ​ຢືນ​ຢູ່ ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ ຈົ່ງ​ລຸກ​ຂຶ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ແລ້ວ​ພຣະອົງ​ກໍ​ໄດ້​ເຂົ້າ​ໄປ​ໃກ້ ແລະ ແຕະ​ຫີບສົບ​ທີ່​ພວກເຂົາ​ກຳລັງ​ຫາມ​ຢູ່​ນັ້ນ ບັນດາ​ຄົນ​ທີ່​ຫາມ​ຫີບສົບ​ກໍ​ຢຸດ​ຢືນ​ຢູ່. ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ​ວ່າ​ຈົ່ງ​ລຸກຂຶ້ນ!”

Uka jalj uñjjattʼäta Copia luraña




ລູກາ 7:14
20 Jak'a apnaqawi uñst'ayäwi  

ເອລີຢາ​ນອນ​ຢຽດ​ເທິງ​ຮ່າງກາຍ​ຂອງ​ເດັກນ້ອຍ​ນີ້​ສາມ​ເທື່ອ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍໂຜດ​ຊ່ວຍ​ເດັກ​ຄົນ​ນີ້​ໃຫ້​ມີ​ຊີວິດ​ຄືນ​ມາ​ແດ່ທ້ອນ.”


ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເອລີຢາ; ເດັກນ້ອຍ​ກໍ​ເລີ່ມ​ຫາຍໃຈ ແລະ​ມີ​ຊີວິດ​ຄືນມາ​ອີກ.


ຄົນ​ຕາຍ​ແລ້ວ ຢ່າ​ຫວັງ​ເລີຍ​ຈະ​ເປັນຄືນມາ​ໃໝ່ ໃນ​ເມື່ອ​ຟ້າ​ສະຫວັນ​ຄົງ​ຢູ່​ຢ່າງ​ນີ້ ເຂົາ​ຈະ​ບໍ່​ຕື່ນມາ​ເລີຍ ເຂົາ​ຈະ​ບໍ່​ເໜັງຕີງ ແລະ​ບໍ່​ກະດິກ​ກະດຽມ ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈາກ​ນອນຫລັບ​ຈັກເທື່ອ.


ຖ້າ​ຄົນຕາຍ​ແລ້ວ ເຂົາ​ຈະ​ຄືນ​ມີ​ຊີວິດ​ອີກ​ບໍ? ແຕ່​ຂ້ານ້ອຍ​ຈະ​ລໍຄອຍ​ໃຫ້​ວັນ​ເວລາ​ນັ້ນ​ດີຂຶ້ນ ລໍຄອຍ​ຢູ່​ຈົນກວ່າ​ວັນ​ເວລາ​ນັ້ນ​ຈະ​ມາເຖິງ ຄື​ວັນ​ຄວາມ​ທຸກລະທົມ​ຈະ​ສິ້ນສູນ​ຈາກ​ໄປ.


ເມື່ອ​ພຣະອົງ​ຊົງ​ກ່າວ ໂລກນີ້​ກໍໄດ້​ເກີດ​ມາ ທຸກສິ່ງ​ກໍໄດ້​ປາກົດ​ຂຶ້ນ​ມາ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ຄົນ​ພວກ​ຂ້ານ້ອຍ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ມີ​ຊີວິດ​ຢູ່​ ຮ່າງກາຍ​ເຂົາເຈົ້າ​ຈະ​ກັບຄືນ​ມີ​ຊີວິດ​ອີກ​ຄັ້ງ. ທຸກຄົນ​ທີ່​ນອນ​ຫລັບ​ຢູ່​ໃນ​ຂຸມຝັງສົບ ຈະ​ຕື່ນ​ຂຶ້ນ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໃຫຍ່. ນໍ້າ​ຄ້າງ​ໃສເຫລື້ອມ​ເຮັດ​ໃຫ້​ໂລກນີ້​ສົດຊື່ນ​ສັນໃດ ພຣະອົງ​ຈະ​ເຮັດ​ໃຫ້​ຜູ້​ຕາຍໄປ​ແຕ່​ດົນນານ​ຟື້ນ​ຄືນ​ສັນນັ້ນ.


ພຣະອົງ​ຈັບ​ມື​ເດັກນ້ອຍ​ນັ້ນ ແລະ​ກ່າວ​ແກ່​ນາງ​ວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງ​ນ້ອຍ​ເອີຍ ຈົ່ງ​ລຸກ​ຂຶ້ນ.


ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”


ແລ້ວ​ຄົນ​ທີ່​ຕາຍ​ນັ້ນ ກໍ​ລຸກ​ຂຶ້ນ​ນັ່ງ​ແລະ​ໄດ້​ເລີ່ມຕົ້ນ​ເວົ້າ. ພຣະເຢຊູເຈົ້າ​ຈຶ່ງ​ມອບ​ຊາຍ​ຄົນ​ນັ້ນ​ໃຫ້​ແມ່​ຂອງ​ລາວ.


ຂ່າວ​ກ່ຽວກັບ​ພຣະເຢຊູເຈົ້າ ໄດ້​ຊ່າລື​ໄປ​ທົ່ວ​ທັງ​ແຂວງ​ຢູດາຍ ແລະ​ທົ່ວ​ທັງ​ຂົງເຂດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ.


ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ເຫດ​ໃຫ້​ຄົນ​ທັງປວງ​ເປັນ​ຄືນ​ມາ ທັງ​ເປັນ​ຊີວິດ, ຜູ້​ທີ່​ວາງໃຈເຊື່ອ​ໃນ​ເຮົາ ເຖິງ​ແມ່ນ​ວ່າ​ຕາຍໄປ​ແລ້ວ ກໍ​ຍັງ​ມີ​ຊີວິດ​ຢູ່.


ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ເປັນ​ຄືນ​ມາ​ສູ່​ຊີວິດ​ສັນໃດ ຖ້າ​ພຣະບຸດ​ຢາກ​ໃຫ້​ຊີວິດ​ແກ່​ຜູ້ໃດ ກໍ​ຈະ​ເຮັດ​ສັນນັ້ນ​ເໝືອນກັນ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ຕາຍ​ແລ້ວ ຈະ​ໄດ້ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ບັນດາ​ຜູ້​ທີ່​ໄດ້ຍິນ​ກໍ​ຈະ​ມີ​ຊີວິດ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ” ຕັ້ງ​ໄວ້​ຈຳເພາະ​ພຣະພັກ​ພຣະເຈົ້າ​ທີ່​ເພິ່ນ​ໄດ້​ເຊື່ອ​ນັ້ນ ຄື​ພຣະເຈົ້າ​ຜູ້​ຊົງ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ມີ​ຊີວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່ມີ ໃຫ້​ເກີດ​ມີ​ຂຶ້ນ​ມາ.


ເພາະວ່າ ແມ່ນແຕ່​ຈະ​ເວົ້າ​ເຖິງ​ການ​ເຫຼົ່ານັ້ນ ທີ່​ພວກເຂົາ​ເຮັດ​ໃນ​ທີ່​ລັບລີ້ ກໍ​ຍັງ​ເປັນ​ການ​ໜ້າອາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka