Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:13 - ພຣະຄຳພີສັກສິ

13 ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.

Uka jalj uñjjattʼäta Copia luraña




ລູກາ 7:13
36 Jak'a apnaqawi uñst'ayäwi  

ພໍ່​ເມດຕາ​ກະລຸນາ​ລູກໆ​ຫລາຍ​ເທົ່າໃດ ພຣະເຈົ້າຢາເວ​ກໍ​ເມດຕາ​ຜູ້​ທີ່​ຢຳເກງ​ພຣະອົງ​ຫລາຍ​ເທົ່ານັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ຊົງ​ພຣະເມດຕາ ແລະ​ຊົງພຣະຄຸນ ບໍ່​ຮ້າຍ​ງ່າຍ ແລະ​ມີ​ຄວາມຮັກ​ອັນໝັ້ນຄົງ ແລະ​ສັດຊື່​ຢູ່​ສະເໝີ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ດີ​ຕໍ່​ພວກ​ຂ້ານ້ອຍ​ແທ້ໆ ທັງ​ຍົກໂທດ​ໃຫ້​ອະໄພ​ແກ່​ຂ້ານ້ອຍ​ດ້ວຍ. ຊົງ​ເຕັມ​ໄປ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ ຕໍ່​ທຸກຄົນ​ທີ່​ພາວັນນາ​ອະທິຖານ​ຫາ​ພຣະອົງ​ນັ້ນ.


ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ຊ່ວຍເຫລືອ​ພວກເຂົາ ໃຫ້​ພົ້ນ​ຈາກ​ຄວາມ​ທົນທຸກ​ທັງໝົດ. ບໍ່ແມ່ນ​ເທວະດາ​ຕົນໜຶ່ງ​ຕົນໃດ​ທີ່​ໄດ້​ຊ່ວຍເຫລືອ​ພວກເຂົາ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ. ເພາະ​ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ. ໃນ​ອະດີດ​ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ​ຕະຫລອດ​ມາ


ອິດສະຣາເອນ​ເອີຍ ເຈົ້າ​ຄື​ລູກ​ທີ່​ຮັກ​ຂອງເຮົາ ເປັນ​ເດັກນ້ອຍ​ທີ່​ເຮົາ​ຮັກແພງ​ຫລາຍ​ແທ້ໆ. ເມື່ອ​ເຮົາ​ເອີ່ຍ​ເຖິງ​ເຈົ້າ​ຄື​ເອີ່ຍ​ເຖິງ​ຊື່​ເຈົ້າ​ຍາມໃດ ເຮົາ​ກໍ​ມີ​ຄວາມຮັກ​ແລະ​ຄິດເຖິງ​ເຈົ້າ​ຍາມນັ້ນ; ຈິດໃຈ​ເຮົາ​ຄິດເຖິງ​ແຕ່​ເຈົ້າ​ຢູ່​ສະເໝີ​ມາ ເຮົາ​ບັງຄັບ​ເຮົາເອງ​ບໍ່​ໃຫ້​ເມດຕາ​ເຈົ້າ​ບໍ່ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ເຮົາ​ສົງສານ​ຄົນ​ເຫຼົ່ານີ້ ເພາະ​ພວກເຂົາ​ຢູ່​ນຳ​ເຮົາ​ເຖິງ​ສາມ​ວັນ​ແລ້ວ ແລະ​ບໍ່ມີ​ອາຫານ​ກິນ.


ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ອົງ​ພຣະຜູ້​ເປັນເຈົ້າ​ກໍໄດ້​ເລືອກ​ເອົາ​ເຈັດສິບສອງ ຄົນ​ຕື່ມ​ອີກ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ໝູ່ ໝູ່​ລະ​ສອງ​ຄົນ ເພື່ອ​ໄປ​ກ່ອນ​ໜ້າ​ພຣະອົງ​ໃນ​ທຸກ​ເມືອງ​ແລະ​ທຸກ​ບ້ານ ທີ່​ພຣະອົງ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.


ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ສະຖານທີ່​ແຫ່ງ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ຈົບ​ແລ້ວ ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ, ຂໍໂຜດ​ສອນ​ພວກ​ຂ້ານ້ອຍ​ໃຫ້​ພາວັນນາ​ອະທິຖານ ເໝືອນ​ດັ່ງ​ໂຢຮັນ​ໄດ້​ສອນ​ພວກ​ສິດ​ຂອງ​ເພິ່ນ​ແດ່ທ້ອນ.”


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຄົນ​ຟາຣີຊາຍ​ເອີຍ ເຈົ້າ​ເຄີຍ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະອາດ​ແຕ່​ຂ້າງ​ນອກ ແຕ່​ຂ້າງ​ໃນ​ແລ້ວ ພວກເຈົ້າ​ເຕັມ​ແຕ່​ການ​ໂລບ​ເອົາ ແລະ​ການ​ຊົ່ວຮ້າຍ.


ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ທີ່​ເປັນ​ຜູ້​ຈັດ​ການ​ທີ່​ສັດຊື່ ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ເບິ່ງແຍງ ຄົນ​ຮັບໃຊ້​ຜູ້​ອື່ນ​ຂອງ​ເພິ່ນ ແລະ​ແຈກຈ່າຍ​ອາຫານ​ໃຫ້​ຄົນ​ຮັບໃຊ້​ເຫຼົ່ານັ້ນ​ຕາມ​ເວລາ.


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນ​ໜ້າຊື່​ໃຈຄົດ​ເອີຍ ພວກເຈົ້າ​ແຕ່ລະຄົນ​ບໍ່ເຄີຍ​ແກ້​ງົວ ຫລື​ລໍ​ຂອງຕົນ ແລະ​ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນໍ້າ​ໃນ​ວັນ​ຊະບາໂຕ​ບໍ?


ແລ້ວ​ບັນດາ​ອັກຄະສາວົກ​ກໍ​ເວົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ຂໍໂຜດ​ເຮັດ​ໃຫ້​ພວກ​ຂ້ານ້ອຍ ມີ​ຄວາມເຊື່ອ​ຫລາຍ​ຂຶ້ນ​ແດ່ທ້ອນ.”


ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຈົ້າ​ຈະ​ບອກ​ກົກມອນ​ກົກ​ນີ້​ໄດ້​ວ່າ, ‘ຈົ່ງ​ຖອນ​ຂຶ້ນ ອອກ​ໄປ​ປັກ​ຢູ່​ໃນ​ທະເລ,’ ມັນ​ກໍ​ຈະ​ຟັງ​ຄວາມ​ເຈົ້າ.”


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ຄຳ​ຕຸລາການ ຜູ້​ບໍ່​ຍຸດຕິທຳ​ຄົນ​ນີ້​ເວົ້າ.


ແລ້ວ​ຊັກຂ່າຍ​ກໍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ພຣະອົງເຈົ້າ ພຣະອົງເຈົ້າ​ເອີຍ, ເບິ່ງແມ! ຂ້ານ້ອຍ​ຂໍ​ມອບ​ເຂົ້າຂອງ​ທີ່​ມີ​ຢູ່ ໃຫ້​ແກ່​ຄົນ​ຍາກຈົນ​ເຄິ່ງ​ໜຶ່ງ ແລະ​ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ຜູ້ໃດ ຂ້ານ້ອຍ​ກໍ​ຂໍ​ສົ່ງ​ຄືນ​ໃຫ້​ລາວ​ສີ່​ເທົ່າ.”


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຫລຽວ​ເບິ່ງ​ເປໂຕ ແລ້ວ​ເປໂຕ​ກໍ​ລະນຶກເຖິງ​ຖ້ອຍຄຳ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ກ່າວ​ແກ່​ຕົນ​ໄວ້​ວ່າ, “ຄືນ​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”


ດັ່ງນັ້ນ ພວກ​ນາງ​ຈຶ່ງ​ເຂົ້າ​ໄປ, ແຕ່​ບໍ່​ເຫັນ​ພຣະສົບ​ຂອງ​ອົງ​ພຣະເຢຊູເຈົ້າ.


ຕ່າງ​ກໍ​ເວົ້າ​ວ່າ, “ອົງພຣະ​ຜູ້​ເປັນຈົ້າ​ເປັນ​ຄືນ​ມາ​ຢ່າງ​ແທ້ຈິງ ແລະ​ໄດ້​ປາກົດ​ໃຫ້​ຊີໂມນ​ເຫັນ.”


ພໍ​ພຣະອົງ​ມາ​ໃກ້​ປະຕູ​ເມືອງ ກໍ​ມີ​ຄົນ​ຫາມ​ຊາກສົບ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ຄົນ​ທີ່​ຕາຍ​ນີ້ ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝ້າຍ ມີ​ຊາວ​ເມືອງ​ຫລາຍ​ຄົນ​ອອກ​ມາ​ນຳ​ນາງ.


ແລ້ວ​ພຣະອົງ​ກໍໄດ້​ຫຍັບ​ເຂົ້າ​ໄປ​ໃກ້​ບາຍ​ຫີບ​ສົບ ແລະ​ພວກ​ທີ່​ຫາມ​ຫີບ​ສົບ​ກໍ​ຢຸດ​ຢືນ​ຢູ່ ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ ຈົ່ງ​ລຸກ​ຂຶ້ນ.”


ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ຄອງຄອຍ​ຖ້າ​ຜູ້​ອື່ນ​ອີກ?”


ໃນ​ທີ່ນັ້ນ ຄົນ​ທັງຫລາຍ​ກຳລັງ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເດັກ​ຢູ່ ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເທາະ ເດັກນ້ອຍ​ນັ້ນ​ບໍ່​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ເທົ່ານັ້ນ.”


ມາຣີ​ແມ່ນ​ຜູ້​ທີ່​ເອົາ​ນໍ້າມັນ​ຫອມ​ຖອກ​ໃສ່​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເອົາ​ຜົມ​ຂອງຕົນ​ເຊັດ​ຕີນ​ຂອງ​ພຣະອົງ ລາຊະໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ເປັນ​ນ້ອງຊາຍ​ຂອງ​ນາງ.


ທັງສອງ​ເອື້ອຍ​ນ້ອງ​ໄດ້​ໃຊ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ເພື່ອນ​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່.”


ເທວະດາ​ທັງສອງ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ເອົາ​ໄປ​ໄວ້​ໃສ?”


ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ນາງ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ຊອກ​ຫາ​ຜູ້ໃດ?” ນາງ​ຄິດ​ວ່າ​ເປັນ​ຄົນ​ຮັກສາ​ສວນ ນາງ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ຖ້າ​ທ່ານ​ໄດ້​ເອົາ​ພຣະສົບ​ຂອງ​ເພິ່ນ​ໄປ ບອກ​ໃຫ້​ຂ້ານ້ອຍ​ຮູ້​ແດ່​ວ່າ ທ່ານ​ເອົາ​ໄປ​ໄວ້​ໃສ? ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ນຳ​ເອົາ​ພຣະສົບ​ຂອງ​ພຣະອົງ​ອອກ​ໄປ.”


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮູ້​ວ່າ ພວກ​ຟາຣີຊາຍ​ໄດ້ຍິນ​ຂ່າວ​ວ່າ​ພຣະອົງ​ມີ​ສາວົກ ແລະ​ໄດ້​ໃຫ້​ຜູ້​ຄົນ​ຮັບ​ບັບຕິສະມາ​ຫລາຍກວ່າ​ໂຢຮັນ (


ແຕ່​ມີ​ເຮືອ​ລຳ​ອື່ນ ຊຶ່ງ​ມາ​ຈາກ​ຕີເບເຣຍ​ມາ​ຈອດ​ຢູ່​ໃກ້​ກັບ​ບ່ອນ​ທີ່​ພວກເຂົາ​ກິນ​ເຂົ້າຈີ່ ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ແລ້ວ​ນັ້ນ.


ໃຫ້​ຜູ້​ທີ່​ຮ້ອງໄຫ້​ເປັນ​ເໝືອນ​ບໍ່​ຮ້ອງໄຫ້ ໃຫ້​ຜູ້​ທີ່​ຊົມຊື່ນ​ຍິນດີ ເປັນ​ເໝືອນ​ບໍ່​ຊົມຊື່ນ​ຍິນດີ ໃຫ້​ຜູ້​ທີ່​ຊື້ ເປັນ​ເໝືອນ​ບໍ່ໄດ້​ສິ່ງໃດ​ເລີຍ;


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຄວາມຈິງ ເຖິງ​ພວກ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເສົ້າໂສກ ເໝືອນ​ດັ່ງ​ຄົນອື່ນ​ທີ່​ບໍ່ມີ​ຄວາມຫວັງ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ກາຍເປັນ​ເໝືອນ​ດັ່ງ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໃນ​ທຸກຢ່າງ, ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປັນ​ມະຫາ​ປະໂຣຫິດ ຜູ້​ປະກອບ​ດ້ວຍ​ຄວາມ​ສັດຊື່​ແລະ​ມີ​ໃຈ​ເມດຕາ ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າ ເພື່ອ​ນຳ​ເຄື່ອງ​ບູຊາ​ໄປ​ຖວາຍ​ແທນ​ບາບກຳ​ຂອງ​ປະຊາຊົນ.


ເພາະວ່າ ພວກເຮົາ​ບໍ່ໄດ້​ມີ​ມະຫາ​ປະໂຣຫິດ ທີ່​ບໍ່​ສາມາດ​ຈະ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກເຮົາ, ແຕ່​ມີ​ຕົນ​ໜຶ່ງ​ທີ່​ຊົງ​ຖືກ​ທົດລອງ​ເໝືອນ​ຢ່າງ​ເຮົາ​ທຸກປະການ, ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ບໍ່ມີ​ບາບ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊົາ​ເຊື່ອຖື​ບັນດາ​ພະ​ຕ່າງຊາດ ແລະ​ກັບ​ມາ​ນະມັດສະການ​ພຣະເຈົ້າຢາເວ​ອີກ. ແລ້ວ​ພຣະອົງ​ກໍ​ທຸກຮ້ອນໃຈ ທີ່​ເຫັນ​ຄວາມ​ລຳບາກ​ຂອງ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka