Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:12 - ພຣະຄຳພີສັກສິ

12 ພໍ​ພຣະອົງ​ມາ​ໃກ້​ປະຕູ​ເມືອງ ກໍ​ມີ​ຄົນ​ຫາມ​ຊາກສົບ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ຄົນ​ທີ່​ຕາຍ​ນີ້ ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝ້າຍ ມີ​ຊາວ​ເມືອງ​ຫລາຍ​ຄົນ​ອອກ​ມາ​ນຳ​ນາງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ພຣະອົງ​ມາ​ເກືອບ​ຮອດ​ປະຕູ​ເມືອງ, ກໍ​ມີ​ຄົນ​ຫາມ​ສົບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ລາວ​ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ແມ່ໝ້າຍ. ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຈາກ​ເມືອງ​ພ້ອມ​ກັບ​ຍິງ​ນັ້ນ.

Uka jalj uñjjattʼäta Copia luraña




ລູກາ 7:12
20 Jak'a apnaqawi uñst'ayäwi  

ແລະ​ພຣະອົງ​ໄດ້ກ່າວ​ວ່າ, “ຢ່າ​ທຳຮ້າຍ​ຫລື​ເຮັດ​ຫຍັງ​ແກ່​ເດັກຊາຍ​ນີ້​ເລີຍ. ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​ຢູ່​ສະເໝີ; ດ້ວຍວ່າ ເຈົ້າ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້​ຈາກ​ພຣະອົງ.”


ພຣະເຈົ້າ​ສັ່ງ​ວ່າ, “ເອົາ​ອີຊາກ​ລູກຊາຍ​ຂອງ​ເຈົ້າ ຄື​ລູກຊາຍ​ຄົນ​ດຽວ​ທີ່​ເຈົ້າ​ຮັກ​ຫລາຍ​ນັ້ນ ໄປ​ທີ່​ແຄວ້ນ​ໂມຣິຢາ. ໃຫ້​ເຈົ້າ​ເຜົາ​ລາວ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ເຮົາ​ຢູ່​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ຊຶ່ງ​ເຮົາ​ຈະ​ບອກ​ເຈົ້າ​ທີ່​ນັ້ນ.”


ດຽວ​ນີ້ ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ທັງໝົດ​ຕ່າງ​ກໍ​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ ແລະ​ຂໍຮ້ອງ​ຂ້ານ້ອຍ​ມອບ​ລູກຊາຍ​ໃຫ້​ພວກເຂົາ ເພື່ອ​ຂ້າ​ແກ້ແຄ້ນ​ຄືນ​ຍ້ອນ​ລາວ​ໄດ້​ຂ້າ​ອ້າຍ​ຂອງຕົນ. ຖ້າ​ພວກເຂົາ​ເຮັດ​ດັ່ງນັ້ນ ຂ້ານ້ອຍ​ກໍ​ຈະ​ບໍ່ມີ​ລູກ​ເຫຼືອ​ຢູ່​ນຳ​ເລີຍ. ພວກເຂົາ​ຈະ​ທຳລາຍ​ຄວາມຫວັງ​ອັນ​ສຸດທ້າຍ​ຂອງ​ຂ້ານ້ອຍ ແລະ​ຈະ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກຊາຍ​ເພື່ອ​ສືບ​ເຊື້ອສາຍ​ຜົວ​ຂອງ​ຂ້ານ້ອຍ​ອີກ​ຕໍ່ໄປ.”


ນາງ​ຕອບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ອົງ​ຊົງ​ພຣະຊົນຢູ່ ຂ້ານ້ອຍ​ຂໍ​ສາບານ​ວ່າ ຂ້ານ້ອຍ​ບໍ່ມີ​ເຂົ້າຈີ່​ເລີຍ. ຂ້ານ້ອຍ​ມີ​ແຕ່​ແປ້ງ​ກຳດຽວ​ໃນ​ຖ້ວຍ ແລະ​ນໍ້າມັນ​ໝາກກອກເທດ​ໜ້ອຍໜຶ່ງ​ໃນ​ໄຫ. ຂ້ານ້ອຍ​ມາ​ທີ່​ນີ້​ເພື່ອ​ເກັບ​ເອົາ​ຟືນ​ຈັກ​ສອງ ຫລື​ສາມ​ດົ້ນ​ເມືອ​ເຮືອນ ເພື່ອ​ຄົວ​ສິ່ງ​ທີ່​ມີ​ເຫຼືອ​ຢູ່​ເລັກນ້ອຍ​ສຳລັບ​ຂ້ານ້ອຍ​ແລະ​ລູກຊາຍ. ອາຫານ​ຄາບ​ນີ້​ຈະ​ເປັນ​ຄາບ​ສຸດທ້າຍ​ຂອງ​ພວກ​ຂ້ານ້ອຍ ແລ້ວ​ຕໍ່ໄປ​ພວກ​ຂ້ານ້ອຍ​ກໍ​ຈະ​ຫິວຕາຍ.”


ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອລີຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ແບບ​ນີ້? ທ່ານ​ມາ​ນີ້​ເພື່ອ​ທົບທວນ​ໃຫ້​ຫວນ​ລະນຶກເຖິງ​ບາບ​ຂອງ​ຂ້ານ້ອຍ​ແຕ່​ເກົ່າກ່ອນ ແລະ​ເປັນ​ເຫດ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ຕາຍ​ດ້ວຍ?”


ເອລີຢາ​ນຳ​ເອົາ​ເດັກນ້ອຍ​ລົງ​ມາ​ຫາ​ແມ່​ຂອງ​ລາວ​ທີ່​ຊັ້ນລຸ່ມ ແລະ​ເວົ້າ​ວ່າ, “ນີ້ເດ ລູກຊາຍ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່.”


“ບັດນີ້ ຈົ່ງ​ໄປ​ທີ່​ເມືອງ​ຊາເຣຟັດ​ຢູ່​ໃກ້​ກັບ​ເມືອງ​ຊີໂດນ ແລະ​ພັກ​ຢູ່​ທີ່​ນັ້ນ. ເຮົາ​ໄດ້​ສັ່ງ​ໃຫ້​ແມ່ໝ້າຍ​ຜູ້ໜຶ່ງ​ຢູ່​ໃນ​ເມືອງ​ນີ້ ເປັນ​ຜູ້​ລ້ຽງ​ເຈົ້າ.”


ແລະ​ເອລີຊາ​ກໍ​ບອກ​ນາງ​ວ່າ, “ປີໜ້າ​ໃນ​ເວລາ​ດຽວກັນ​ນີ້ ເຈົ້າ​ຈະ​ໄດ້​ອູ້ມ​ລູກຊາຍ.” ນາງ​ຮ້ອງ​ອຸທານ​ຂຶ້ນ​ວ່າ, “ໂອ ທ່ານ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ເອີຍ ກະລຸນາ​ຢ່າ​ຫລອກລວງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ເລີຍ.”


ຄົນ​ຮັບໃຊ້​ອູ້ມ​ເດັກ​ກັບຄືນ​ໄປ​ຫາ​ແມ່​ຂອງ​ລາວ. ຜູ້​ເປັນ​ແມ່​ໄດ້​ອູ້ມ​ລູກ​ໃສ່​ຕັກ​ຈົນເຖິງ​ທ່ຽງ ແລ້ວ​ເດັກ​ນັ້ນ​ກໍ​ຕາຍໄປ.


ຄົນ​ຂັດສົນ​ທີ່ສຸດ​ນັ້ນ​ຕ່າງ​ກໍ​ກ່າວ​ຊົມເຊີຍ ຂ້ອຍ​ເຄີຍ​ຊ່ວຍ​ໃຫ້​ຄວາມ​ປອດໄພ​ແກ່​ແມ່ໝ້າຍ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ຕໍ່​ຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ເມືອງ​ໜຶ່ງ​ຊື່​ວ່າ ນາອິນ ແລະ​ພວກ​ສາວົກ​ກັບ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຕິດຕາມ​ພຣະອົງ​ໄປ.


ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”


ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ສິບສອງ​ປີ ປ່ວຍ​ໃກ້​ຈະ​ສິ້ນ​ໃຈ​ຕາຍ​ແລ້ວ, ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ.


ໃນ​ທີ່ນັ້ນ ຄົນ​ທັງຫລາຍ​ກຳລັງ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເດັກ​ຢູ່ ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເທາະ ເດັກນ້ອຍ​ນັ້ນ​ບໍ່​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ເທົ່ານັ້ນ.”


ແລະ ຊາວ​ຢູດາຍ​ຫລາຍ​ຄົນ​ໄດ້​ມາ​ເພື່ອ​ເລົ້າໂລມ​ໃຈ​ນາງ​ມາຣີ​ແລະ​ນາງ​ມາທາ ຍ້ອນ​ນ້ອງຊາຍ​ຂອງ​ພວກເຂົາ​ໄດ້​ຕາຍ​ແລ້ວ.


ດັ່ງນັ້ນ ເປໂຕ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ພວກເຂົາ ເມື່ອ​ມາ​ເຖິງ​ແລ້ວ ພວກເຂົາ​ກໍ​ນຳ​ເພິ່ນ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ຊຶ່ງ​ມີ​ແມ່ໝ້າຍ​ທັງໝົດ​ໄດ້​ມາ​ອ້ອມ​ເພິ່ນ​ໄວ້ ທັງ​ຮ້ອງໄຫ້ ແລະ​ຊີ້​ໃຫ້​ເຫັນ​ເສື້ອຜ້າ ແລະ​ເສື້ອ​ຊັ້ນນອກ​ຕ່າງໆ​ທີ່​ໂດຣະກາ​ເປັນ​ຜູ້​ເຮັດ ເມື່ອ​ນາງ​ຍັງ​ມີ​ຊີວິດ​ຢູ່​ກັບ​ພວກ​ຕົນ.


ຝ່າຍ​ເປໂຕ​ກໍ​ຍື່ນ​ມື​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ, ແລ້ວ​ເພິ່ນ​ກໍ​ເອີ້ນ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທຸກຄົນ​ເຂົ້າ​ມາ ລວມທັງ​ບັນດາ​ແມ່ໝ້າຍ ແລະ​ເພິ່ນ​ໄດ້​ມອບ​ນາງ​ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ໃຫ້​ແກ່​ພວກເຂົາ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka