Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:7 - ພຣະຄຳພີສັກສິ

7 ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ​ບາງຄົນ ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ​ວ່າ ເຮັດ​ຜິດ ພວກເຂົາ​ຈຶ່ງ​ຊອມ​ເບິ່ງ​ວ່າ ພຣະອົງ​ຈະ​ໂຜດ​ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ວັນ​ຊະບາໂຕ​ຫລື​ບໍ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ຈ້ອງ​ຈັບ​ຜິດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕິດຕາມ​ພຣະອົງ​ຢ່າງ​ໃກ້ຊິດ​ເພື່ອ​ເບິ່ງ​ວ່າ​ພຣະອົງ​ຈະ​ຮັກສາ​ຄົນເຈັບ​ໃນ​ວັນຊະບາໂຕ​ບໍ່.

Uka jalj uñjjattʼäta Copia luraña




ລູກາ 6:7
14 Jak'a apnaqawi uñst'ayäwi  

ພວກ​ຄົນ​ທີ່​ຢາກ​ສັງຫານ​ຂ້ານ້ອຍ​ກໍ​ຫ້າງ​ແຮ້ວ​ດັກຈັບ​ຂ້ານ້ອຍ ຜູ້​ຢາກ​ທຳຮ້າຍ​ກໍ​ຂູ່ເຂັນ​ວ່າ​ຈະ​ບໍ່​ຢຸດ​ປອງຮ້າຍ​ຈັກເທື່ອ.


ພຣະເຈົ້າ​ຈະ​ທຳລາຍ​ພວກ​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ, ພວກ​ທີ່​ປົກປ້ອງ​ຜູ້​ຂ້າຄົນ​ບໍ່​ໃຫ້​ຖືກ​ໂທດ ແລະ​ພວກ​ທີ່​ເວົ້າຕົວະ​ເພື່ອ​ບໍ່​ໃຫ້​ຄົນ​ສັດຊື່​ໄດ້​ຮັບ​ຄວາມ​ຍຸດຕິທຳ.


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຢ່າ​ແກ້ແຄ້ນ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ພວກເຈົ້າ ຖ້າ​ຜູ້ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ເຈົ້າ ຈົ່ງ​ປິ່ນ​ໃຫ້​ເຂົາ​ຕົບ​ແກ້ມ​ເບື້ອງ​ຊ້າຍ​ດ້ວຍ.


ຄົນ​ໃນ​ທີ່ນັ້ນ​ຕ່າງ​ກໍ​ຊອມ​ເບິ່ງ​ວ່າ ພຣະເຢຊູເຈົ້າ​ຈະ​ຊົງ​ໂຜດ​ຮັກສາ​ຄົນ​ນີ້​ໃນ​ວັນ​ຊະບາໂຕ​ຫລື​ບໍ່ ເພາະ​ພວກເຂົາ​ຢາກ​ຫາ​ຂໍ້​ຟ້ອງ​ພຣະອົງ​ວ່າ​ເຮັດ​ຜິດ.


ແຕ່​ຫົວໜ້າ​ທຳມະສາລາ​ຊໍ້າພັດ​ເຄືອງໃຈ ທີ່​ພຣະເຢຊູເຈົ້າ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໃນ​ວັນ​ຊະບາໂຕ. ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ພວກເຮົາ​ຄວນ​ເຮັດ​ວຽກງານ ຈົ່ງ​ມາ​ຮັບ​ການ​ຮັກສາ​ໃນ​ຫົກ​ວັນ​ນັ້ນ ແຕ່​ຢ່າ​ມາ​ໃນ​ວັນ​ຊະບາໂຕ.”


ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ ແລະ​ໃຊ້​ຄົນ​ສອດແນມ​ໃຫ້​ປອມຕົວ​ເໝືອນ​ເປັນ​ຄົນ​ສັດຊື່ ເພື່ອ​ຫວັງ​ຈະ​ຈັບ​ຜິດ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ອຳນາດ ແລະ ອາດຍາສິດ​ຂອງ​ຜູ້ປົກຄອງ.


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຜູ້​ທີ່​ເຮັດ​ການ​ເຊັ່ນນີ້​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່ໄດ້​ຖື​ຮັກສາ​ກົດ​ຂອງ​ວັນ​ຊະບາໂຕ.” ແຕ່​ຄົນອື່ນ​ເວົ້າ​ວ່າ, “ຄົນ​ບາບ​ຈະ​ເຮັດ​ການ​ອັດສະຈັນ​ແນວ​ນີ້​ໄດ້​ຢ່າງ​ໃດ?” ແລ້ວ​ພວກເຂົາ​ກໍ​ເກີດ​ມີ​ການ​ແຕກແຍກ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka