Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:6 - ພຣະຄຳພີສັກສິ

6 ໃນ​ວັນ​ຊະບາໂຕ​ອີກ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ສັ່ງສອນ​ໃນ​ທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ທີ່​ມື​ເບື້ອງ​ຂວາ​ລີບ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ໃນ​ວັນຊະບາໂຕ​ອີກ​ວັນ​ໜຶ່ງ ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ກຳລັງ​ສັ່ງສອນ​ຢູ່ ແລະ ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ມື​ເບື້ອງຂວາ​ລີບ.

Uka jalj uñjjattʼäta Copia luraña




ລູກາ 6:6
14 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ເຢໂຣໂບອາມ​ໄດ້ຍິນ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ທີ່​ເບັດເອນ. ເພິ່ນ​ກໍ​ຊີ້​ໜ້າ​ຊາຍ​ຜູ້ນັ້ນ ແລະ​ສັ່ງ​ວ່າ, “ຈັບ​ຊາຍ​ຄົນ​ນີ້​ໄວ້.” ໃນ​ທັນໃດນັ້ນ ແຂນ​ຂອງ​ກະສັດ​ກໍ​ລ່ອຍ​ຈົນ​ພັບຄືນ​ບໍ່ໄດ້.


ເຄາະກຳ​ເປັນ​ຂອງ​ຄົນລ້ຽງແກະ​ທີ່​ບໍ່​ມີ​ຄ່າ​ເສຍ​ແລ້ວ ລາວ​ໄດ້​ປະຖິ້ມ​ຝູງແກະ​ຂອງ​ລາວ. ເສິກ​ສົງຄາມ​ຈະ​ທຳລາຍ​ອຳນາດ​ຂອງ​ລາວ​ລົງ. ແຂນ​ຂອງ​ລາວ​ຈະ​ລີບ​ເຂົ້າ​ແລະ​ຕາ​ກໍ້າ​ຂວາ​ຂອງ​ລາວ​ກໍ​ຈະ​ບອດ​ດ້ວຍ.”


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກ​ທຳບັນດິດ ແລະ​ພວກ​ຟາຣີຊາຍ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ ອະນຸຍາດ​ເຮັດ​ໃຫ້​ດີ​ໃນ​ວັນ​ຊະບາໂຕ​ຫລື​ບໍ່?”


ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.


ແລ້ວ​ພຣະເຢຊູ​ຄຣິດເຈົ້າ ກໍໄດ້​ໄປ​ທີ່​ເມືອງ​ກາເປນາອູມ ໃນ​ແຂວງ​ຄາລີເລ ແລະ​ຢູ່​ໃນ​ເມືອງ​ນີ້ ພຣະອົງ​ໄດ້​ສັ່ງສອນ​ປະຊາຊົນ​ໃນ​ວັນ​ຊະບາໂຕ.


ວັນ​ໜຶ່ງ ໃນ​ວັນ​ຊະບາໂຕ ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຜ່ານ​ທົ່ງນາ ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ເດັດ​ເອົາ​ຮວງເຂົ້າ ແລະ​ເກັດ​ກິນ.


ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ບອກ​ພວກເຂົາ​ວ່າ, “ບຸດ​ມະນຸດ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ວັນ​ຊະບາໂຕ.”


ຕາມ​ສາລາ​ເຫຼົ່ານັ້ນ​ມີ​ຄົນ​ປ່ວຍ​ນອນ​ຄອຍ​ຖ້າ​ຢູ່​ຢ່າງ​ຫລວງຫລາຍ​ເຊັ່ນ: ຄົນ​ຕາບອດ, ຄົນ​ຂາເສັ້ງ ແລະ​ຄົນ​ເປັນ​ອົງຄະ​ລີບ.


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຜູ້​ທີ່​ເຮັດ​ການ​ເຊັ່ນນີ້​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່ໄດ້​ຖື​ຮັກສາ​ກົດ​ຂອງ​ວັນ​ຊະບາໂຕ.” ແຕ່​ຄົນອື່ນ​ເວົ້າ​ວ່າ, “ຄົນ​ບາບ​ຈະ​ເຮັດ​ການ​ອັດສະຈັນ​ແນວ​ນີ້​ໄດ້​ຢ່າງ​ໃດ?” ແລ້ວ​ພວກເຂົາ​ກໍ​ເກີດ​ມີ​ການ​ແຕກແຍກ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka