Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:44 - ພຣະຄຳພີສັກສິ

44 ຕົ້ນໄມ້​ທຸກ​ຕົ້ນ​ຍ່ອມ​ຮູ້​ໄດ້​ດ້ວຍ​ຜົນ​ຂອງ​ມັນ ພວກເຈົ້າ​ບໍ່​ຫ່ອນ​ເກັບ​ໝາກ​ເດື່ອເທດ​ຈາກ​ຕົ້ນ​ມີ​ໜາມ ແລະ​ບໍ່​ຫ່ອນ​ເກັບ​ໝາກ​ອະງຸ່ນ​ຈາກ​ເຄືອ​ໜາມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

44 ເຮົາ​ຈະ​ຮູ້​ຈັກ​ຕົ້ນໄມ້​ແຕ່​ລະ​ຕົ້ນ​ໄດ້​ດ້ວຍ​ຜົນ​ຂອງ​ມັນ. ຄົນ​ຈະ​ບໍ່​ເກັບ​ໝາກເດື່ອ​ຈາກ​ຟຸ່ມໜາມ ຫລື ຈະ​ບໍ່​ເກັບ​ໝາກອະງຸ່ນ​ຈາກ​ເຄືອໜາມ.

Uka jalj uñjjattʼäta Copia luraña




ລູກາ 6:44
7 Jak'a apnaqawi uñst'ayäwi  

“ຕ້ອງ​ມີ​ຕົ້ນໄມ້​ດີ​ໝາກ​ມັນ​ຈຶ່ງ​ຈະ​ດີ ຖ້າ​ຕົ້ນໄມ້​ບໍ່​ດີ ໝາກ​ມັນ​ກໍ​ບໍ່​ດີ ເພາະວ່າ​ຈະ​ໄດ້​ຮູ້ຈັກ​ຕົ້ນໄມ້​ດ້ວຍ​ໝາກ​ຂອງ​ມັນ.


ພວກເຈົ້າ​ຈະ​ຮູ້ຈັກ​ຄົນ​ເຫຼົ່ານີ້​ດ້ວຍ​ການ​ກະທຳ​ຂອງ​ເຂົາ ມີ​ຜູ້ໃດ​ເກັບ​ໝາກອະງຸ່ນ​ຈາກ​ເຄືອ​ມີ​ໜາມ? ມີ​ຜູ້ໃດ​ເກັບ​ໝາກ​ເດື່ອເທດ​ຈາກ​ຕົ້ນ​ມີ​ໜາມ?


ດ້ວຍເຫດນັ້ນ ພວກເຈົ້າ​ຈະ​ຮູ້ຈັກ​ຜູ້​ປະກາດ​ພຣະຄຳ​ປອມ​ດ້ວຍ​ຜົນ​ຂອງ​ພວກເຂົາ.”


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຕົ້ນ​ເດື່ອເທດ​ຈະ​ເກີດຜົນ​ເປັນ​ໝາກກອກ​ໄດ້​ບໍ? ຫລື​ເຄືອ​ອະງຸ່ນ​ຈະ​ເກີດຜົນ​ເປັນ​ໝາກ​ເດື່ອເທດ​ໄດ້​ບໍ? ດັ່ງນັ້ນ ນໍ້າເຄັມ​ຈະ​ເກີດ​ເປັນ​ນໍ້າຈືດ​ກໍ​ບໍ່ໄດ້.


ຄວາມ​ປະພຶດ​ຂອງ​ພວກເຂົາ​ກໍ​ເປັນ​ເລື່ອງ​ອັບອາຍ ເມື່ອ​ຮ່ວມ​ພາເຂົ້າ​ສາມັກຄີ​ກັບ​ພວກເຈົ້າ ບ່ອນ​ທີ່​ພວກເຂົາ​ກິນລ້ຽງ​ມ່ວນຊື່ນ​ຢ່າງ​ເຖິງ​ໃຈ​ນຳ​ກັນ ໂດຍ​ບໍ່ມີ​ຄວາມ​ລະອາຍ. ພວກເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົນເອງ ເປັນ​ດັ່ງ​ກ້ອນ​ເມກ​ທີ່​ບໍ່ມີ​ຝົນ ຊຶ່ງ​ໄຫລ​ໄປ​ຕາມ​ລົມ ເປັນ​ດັ່ງ​ຕົ້ນໄມ້​ທີ່​ບໍ່​ເກີດ​ໝາກ ແມ່ນແຕ່​ໃນ​ລະດູ​ໃບໄມ້ລົ່ນ ເປັນ​ດັ່ງ​ຕົ້ນໄມ້​ທີ່​ຕາຍໄປ​ສອງ​ເທື່ອ ແລະ​ຖືກ​ຖອນ​ອອກ​ທັງ​ຮາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka