ລູກາ 6:43 - ພຣະຄຳພີສັກສິ43 “ຕົ້ນໄມ້ດີ ບໍ່ຫ່ອນເກີດຜົນບໍ່ດີ ແລະຕົ້ນໄມ້ບໍ່ດີ ກໍບໍ່ຫ່ອນເກີດຜົນດີ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່43 “ຕົ້ນໄມ້ດີຍ່ອມບໍ່ໃຫ້ຜົນຊົ່ວ ແລະ ຕົ້ນໄມ້ຊົ່ວຍ່ອມບໍ່ໃຫ້ຜົນດີ. Uka jalj uñjjattʼäta |
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ດ້ວຍເຫດໃດເຈົ້າຈຶ່ງກ້າເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ພີ່ນ້ອງເອີຍ, ກະລຸນາໃຫ້ຂ້ອຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າແດ່’ ໃນເມື່ອໄມ້ທັງທ່ອນຍັງຢູ່ໃນຕາຂອງເຈົ້າພັດແນມບໍ່ເຫັນ? ໂອ ຄົນໜ້າຊື່ໃຈຄົດເອີຍ ຈົ່ງເອົາທ່ອນໄມ້ອອກຈາກຕາຂອງເຈົ້າເອງກ່ອນ ແລ້ວເຈົ້າກໍຈະເຫັນແຈ້ງດີ ເພື່ອເຂ່ຍຂີ້ເຫຍື້ອອອກຈາກຕາພີ່ນ້ອງຂອງເຈົ້າ.”