Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:41 - ພຣະຄຳພີສັກສິ

41 “ເປັນຫຍັງ​ເຈົ້າ​ຈຶ່ງ​ຫລຽວ​ເຫັນ​ຂີ້ເຫຍື້ອ ທີ່​ຢູ່​ໃນ​ຕາ​ພີ່ນ້ອງ​ຂອງ​ເຈົ້າ, ແຕ່​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນເອງ​ແລ້ວ​ພັດ​ແນມ​ບໍ່​ເຫັນ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 “ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ບໍ່​ສົນໃຈ​ກັບ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ?

Uka jalj uñjjattʼäta Copia luraña




ລູກາ 6:41
18 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ.


ຍ້ອນ​ໂຢອາບ​ບໍ່​ເຫັນ​ພ້ອມ​ກັບ​ຄຳສັ່ງ​ຂອງ​ກະສັດ ເພິ່ນ​ຈຶ່ງ​ບໍ່ໄດ້​ນັບ​ຈຳນວນ​ຄົນ​ໃນ​ເຜົ່າເລວີ ແລະ​ເຜົ່າ​ເບັນຢາມິນ.


ຍ້ອນ​ຄິດ​ວ່າ​ຕົນເອງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ຄິດ​ວ່າ ພຣະເຈົ້າ​ຈະ​ບໍ່​ຮູ້​ເຫັນ​ບາບ​ຂອງ​ພວກເຂົາ ແລະ​ຈະ​ບໍ່​ໃສ່​ໂທດ​ພວກເຂົາ​ໄດ້.


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ລາວ​ສຳນຶກ​ໄດ້​ເຖິງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ ແລະ​ລາວ​ກໍ​ເຊົາ​ເຮັດ​ບາບ; ສະນັ້ນ ລາວ​ຈຶ່ງ​ຈະ​ບໍ່​ຕາຍ​ແຕ່​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.


“ຢ່າ​ຕັດສິນ​ຄົນອື່ນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ເຈົ້າ.


ພວກເຂົາ​ຍັງ​ມີ​ປາ​ນ້ອຍ​ຈຳນວນ​ໜຶ່ງ. ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຂໍ​ພຣະພອນ​ສຳລັບ​ປາ​ນ້ອຍ​ເຫຼົ່ານັ້ນ ແລະ​ສັ່ງ​ໃຫ້​ພວກ​ສາວົກ​ນຳ​ເອົາ​ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ​ເຊັ່ນກັນ.


ສິດ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຄູ​ຂອງຕົນ, ແຕ່​ສິດ​ທຸກຄົນ​ເມື່ອ​ໄດ້​ຮັບ​ການ​ຝຶກສອນ​ຢ່າງ​ຄົບຖ້ວນ​ແລ້ວ ກໍ​ຈະ​ເປັນ​ດັ່ງ​ຄູ​ຂອງຕົນ.”


ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ພີ່ນ້ອງ​ເອີຍ, ກະລຸນາ​ໃຫ້​ຂ້ອຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ແດ່’ ໃນ​ເມື່ອ​ໄມ້​ທັງທ່ອນ​ຍັງ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ພັດ​ແນມ​ບໍ່​ເຫັນ? ໂອ ຄົນ​ໜ້າຊື່​ໃຈຄົດ​ເອີຍ ຈົ່ງ​ເອົາ​ທ່ອນ​ໄມ້​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເອງ​ກ່ອນ ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ​ເຈົ້າ.”


ເມື່ອ​ພວກເຂົາ​ຂຸ້ນຂ້ຽວ​ຖາມ​ຢູ່​ນັ້ນ ພຣະອົງ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄົນ​ໃດ​ແດ່​ໃນ​ພວກເຈົ້າ ທີ່​ບໍ່ໄດ້​ເຮັດ​ບາບ ໃຫ້​ຜູ້ນັ້ນ​ເປັນ​ຜູ້​ທຳອິດ​ແກວ່ງ​ກ້ອນຫີນ​ໃສ່​ຍິງ​ຄົນ​ນີ້.”


ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ.


ພໍ​ເມື່ອ​ແຍງເບິ່ງ​ຕົນເອງ​ແລ້ວ​ກໍ​ອອກ​ໄປ ແລ້ວ​ກໍ​ລືມ​ໃນ​ທັນທີ​ນັ້ນ​ໂລດ​ວ່າ ຕົນເອງ​ເປັນ​ຢ່າງ​ໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka