Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:21 - ພຣະຄຳພີສັກສິ

21 ພວກເຈົ້າ​ທີ່​ອຶດຢາກ​ດຽວ​ນີ້ ກໍ​ເປັນ​ສຸກ, ເພາະວ່າ ພຣະເຈົ້າ​ຈະ​ຊົງ​ໂຜດ​ ໃຫ້​ພວກເຈົ້າ​ອີ່ມ​ເຕັມ ພວກເຈົ້າ​ທີ່​ຮ້ອງ​ໄຫ້​ດຽວ​ນີ້​ກໍ​ເປັນ​ສຸກ, ເພາະວ່າ ພວກເຈົ້າ​ຈະ​ໄດ້​ຫົວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ອຶດຫິວ​ໃນ​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໄດ້​ອີ່ມບໍລິບູນ. ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຮ້ອງໄຫ້​ຢູ່​ໃນ​ເວລາ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ໄດ້​ຫົວຂັວນ.

Uka jalj uñjjattʼäta Copia luraña




ລູກາ 6:21
56 Jak'a apnaqawi uñst'ayäwi  

ອັບຣາຮາມ​ກົ້ມຂາບ​ລົງ​ຍິ້ມ​ຢູ່​ໃນ​ໃຈ ແລະ​ເວົ້າ​ວ່າ, “ຄົນ​ອາຍຸ​ໜຶ່ງຮ້ອຍ​ປີ​ແລ້ວ ຈະ​ມີ​ລູກ​ໄດ້​ຈັ່ງ​ໃດ? ແລະ​ຊາຣາ​ກໍ​ອາຍຸ​ເກົ້າສິບ​ປີ​ແລ້ວ ນາງ​ຍັງ​ຈະ​ມີ​ລູກ​ໄດ້​ຢູ່​ບໍ?”


ແລະ​ຊາຣາ​ເວົ້າ​ວ່າ, “ພຣະເຈົ້າ​ໃຫ້​ຂ້ອຍ​ຊົມຊື່ນ​ຍິນດີ​ແລະ​ຫົວເລາະ. ທຸກຄົນ​ທີ່​ໄດ້ຍິນ​ເລື່ອງ​ນີ້​ກໍ​ຈະ​ຫົວເລາະ​ນຳ​ຂ້ອຍ.”


ພຣະອົງ​ກະທຳ​ໃຫ້​ຜູ້​ຫິວນໍ້າ​ກິນ​ອີ່ມ​ຢ່າງ​ພໍໃຈ ແຕ່​ໃຫ້​ຜູ້​ຫິວເຂົ້າ​ເຕັມ​ໄປ​ດ້ວຍ​ຂອງດີ​ທຸກຢ່າງ.


ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ຈິດໃຈ​ຫິວກະຫາຍ​ພຣະອົງ​ດັ່ງ​ດິນ​ແຫ້ງແລ້ງ.


ແຕ່​ຂ້ານ້ອຍ​ຈະ​ໄດ້​ພົບ​ພຣະອົງ​ໃນ​ຄວາມ​ຊອບທຳ ເມື່ອ​ຂ້ານ້ອຍ​ຕື່ນ​ມາ​ຈິດໃຈ​ກໍ​ເບີກບານ​ມ່ວນຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ໂລ້​ຕ້ານທານ​ຂອງ​ຂ້ານ້ອຍ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ. ພຣະອົງ​ຊ່ວຍເຫລືອ​ຂ້ານ້ອຍ​ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຊົມຊື່ນ​ຍິນດີ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ອັນ​ອອນຊອນ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ເອົາ ໃຫ້​ເຂົ້າ​ມາ​ອາໄສ​ຢູ່​ໃນ​ຫໍ​ນະມັດສະການ​ໄດ້. ພວກ​ຂ້ານ້ອຍ​ຈະ​ອີ່ມ​ບໍຣິບູນ​ດ້ວຍ​ຂອງ​ດີ ທັງ​ພຣະພອນ​ນາໆ​ຈາກ​ພຣະວິຫານ​ອັນ​ສັກສິດ​ນັ້ນ.


ທີ່​ເທິງ​ພູເຂົາ​ຊີໂອນ​ບ່ອນ​ນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ຕຽມ​ງານກິນລ້ຽງ​ໃຫຍ່​ສຳລັບ​ຊົນຊາດ​ທັງໝົດ​ໃນ​ໂລກ ຄື​ການ​ກິນລ້ຽງ​ໃຫຍ່​ທີ່​ມີ​ອາຫານ​ບໍຣິບູນ​ທີ່ສຸດ ແລະ​ມີ​ເຫຼົ້າ​ອະງຸ່ນ​ທີ່​ດີເລີດ.


ພວກເຈົ້າ ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ບໍ່​ຮ້ອງໄຫ້​ຄໍ່າຄວນ​ອີກ​ຕໍ່ໄປ​ແລ້ວ. ອົງພຣະ​ຜູ້​ເປັນເຈົ້າ​ຍັງ​ເມດຕາ​ພວກເຈົ້າ ແລະ​ເມື່ອ​ພວກເຈົ້າ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ພຣະອົງ​ຈະ​ຕອບ​ພວກເຈົ້າ.


ຈົ່ງ​ຍິນດີ​ເຖີດ ຈົ່ງ​ດີໃຈ​ນຳ​ນະຄອນ​ເຢຣູຊາເລັມ ພວກເຈົ້າ​ທຸກຄົນ​ທີ່​ຮັກແພງ​ນະຄອນ​ນີ້ ບັດນີ້ ຈົ່ງ​ຍິນດີ​ເຖີດ ຈົ່ງ​ດີໃຈ​ນຳ​ນະຄອນ​ນີ້​ສາ ພວກເຈົ້າ​ທຸກຄົນ​ທີ່​ໄດ້​ໄວ້ທຸກ​ໃຫ້​ນະຄອນ​ນີ້


ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ​ກ່າວ ຂ້າພະເຈົ້າ​ຈະ​ລີ້​ຮ້ອງໄຫ້​ຍ້ອນ​ພວກເຈົ້າ​ຈອງຫອງ. ຂ້າພະເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ນໍ້າຕາ​ຫລັ່ງໄຫລ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ແລ້ວ.


ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ອິດເມື່ອຍ​ມີ​ແຮງ​ຂຶ້ນໃໝ່ ແລະ​ໃຫ້​ຜູ້​ທີ່​ອ່ອນແຮງ​ຍ້ອນ​ອຶດຫິວ​ໄດ້​ມີ​ອາຫານ​ການກິນ​ພຽງພໍ.


ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ບາງຄົນ​ຈະ​ປົບໜີໄປ​ເທິງ​ພູ​ຕ່າງໆ ດັ່ງ​ຝູງ​ນົກເຂົາ​ທີ່​ສະທ້ານ​ຢ້ານກົວ​ມາ​ແຕ່​ຮ່ອມພູ​ທັງຫລາຍ. ພວກເຂົາ​ທັງໝົດ​ຈະ​ຄວນຄາງ​ເພາະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.


“ຈົ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ເຮັດ​ເຄື່ອງໝາຍ​ໃສ່​ໜ້າຜາກ​ທຸກຄົນ​ທີ່​ທຸກໃຈ​ແລະ​ເດືອດຮ້ອນ ເພາະ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ຄົນ​ໃນ​ເມືອງ​ນີ້​ໄດ້​ເຮັດຂຶ້ນ.”


ຜູ້ໃດ​ໂສກເສົ້າ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ ການ​ຊົງ​ເລົ້າໂລມ


ຜູ້ໃດ​ອຶດຫິວ​ຄວາມ​ຊອບທຳ​ກໍ​ເປັນ​ສຸກ, ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍລິບູນ


ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ຂອງ​ດີ ແລະ​ໃຫ້​ຄົນ​ຮັ່ງມີ​ໜີໄປ​ມື​ເປົ່າ.


ເມື່ອ​ພຣະເຢຊູເຈົ້າ​ແນມ​ເບິ່ງ​ພວກ​ສາວົກ​ຂອງ​ພຣະອົງ​ແລ້ວ ກໍ​ກ່າວ​ວ່າ, “ພວກເຈົ້າ​ທີ່​ຍາກຈົນ​ກໍ​ເປັນ​ສຸກ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ ເປັນ​ຂອງ​ພວກເຈົ້າ


“ພວກເຈົ້າ​ກໍ​ເປັນ​ສຸກຫຼາຍ ເມື່ອ​ຄົນ​ທັງຫລາຍ​ກຽດຊັງ​ພວກເຈົ້າ, ຂັບໄລ່​ພວກເຈົ້າ​ໃຫ້​ໜີໄປ, ຕິຕຽນ​ນິນທາ​ພວກເຈົ້າ ແລະ​ປະຕິເສດ​ຊື່​ຂອງ​ພວກເຈົ້າ​ວ່າ​ຊົ່ວ ເພາະ​ພວກເຈົ້າ​ເຫັນ​ແກ່​ບຸດ​ມະນຸດ.


ວິບັດ​ມີ​ແກ່​ພວກເຈົ້າ ທີ່​ອີ່ມ​ເຕັມ​ດຽວ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ອຶດຢາກ ວິບັດ​ມີ​ແກ່​ພວກເຈົ້າ ທີ່​ກຳລັງ​ຫົວ​ ຢູ່​ດຽວ​ນີ້ ເພາະ​ພວກເຈົ້າ​ຈະ​ທຸກໂສກ​ ແລະ​ຮ້ອງ​ໄຫ້.”


ຝ່າຍ​ພຣະເຢຊູເຈົ້າ​ກໍ​ຮ້ອງໄຫ້.


ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ຜູ້​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຢາກ​ເຂົ້າ​ຈັກເທື່ອ ແລະ​ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຫິວນໍ້າ​ຈັກເທື່ອ.


ຈົນເຖິງ​ປະຈຸບັນ​ນີ້ ພວກເຮົາ​ກໍ​ຍັງ​ອຶດ​ເຂົ້າ, ຢາກ​ນໍ້າ, ຂາດ​ເຄື່ອງນຸ່ງຫົ່ມ, ຖືກ​ຕົບຕີ ແລະ​ບໍ່ມີ​ບ່ອນ​ພັກພາ​ອາໄສ​ເປັນ​ຫຼັກແຫຼ່ງ,


ເຮົາ​ໄດ້​ບາກບັ່ນ​ດຳເນີນ​ພາລະກິດ ອັນ​ໜັກໜ່ວງ​ແລະ​ຍາກ​ລຳບາກ ອົດຫລັບ​ອົດນອນ​ເປັນ​ປະຈຳ ອຶດ​ເຂົ້າ​ຢາກ​ນໍ້າ ແລະ​ຫລາຍ​ເທື່ອ​ເຮົາ​ຂາດ​ອາຫານ​ການກິນ ຂາດ​ບ່ອນ​ພັກເຊົາ ຂາດ​ເຄື່ອງນຸ່ງຫົ່ມ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ຊື່ນໃຈ ໃນ​ຄວາມ​ອ່ອນແຮງ ໃນ​ການ​ຖືກ​ໝິ່ນປະໝາດ​ໃນ​ຄວາມ​ຍາກ​ລຳບາກ ໃນ​ການ​ຖືກ​ຂົ່ມເຫັງ ແລະ​ໃນ​ຄວາມ​ຍາກຈົນ ເພື່ອ​ເຫັນ​ແກ່​ພຣະຄຣິດ. ດ້ວຍວ່າ, ເຮົາ​ອ່ອນແຮງ​ເມື່ອໃດ ເຮົາ​ກໍ​ເຂັ້ມແຂງ​ຂຶ້ນ​ເມື່ອນັ້ນ.


ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ເສົ້າໂສກ, ແຕ່​ກໍ​ຍັງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ; ເປັນ​ຄົນ​ຍາກຈົນ, ແຕ່​ກໍ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ເປັນ​ຄົນ​ບໍ່ມີ​ຫຍັງ, ແຕ່​ກໍ​ຍັງ​ມີ​ທຸກສິ່ງ.


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ພວກເຂົາ​ຈະ​ບໍ່​ອຶດເຂົ້າ​ຢາກນໍ້າ​ອີກ​ຕໍ່ໄປ​ຈັກເທື່ອ, ຕາເວັນ​ຫລື​ແສງ​ແດດ​ອັນ​ຮ້ອນກ້າ ຈະ​ບໍ່​ເຜົາ​ໄໝ້​ພວກເຂົາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka