Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:2 - ພຣະຄຳພີສັກສິ

2 ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ກົດບັນຍັດ​ຂອງ​ພວກເຮົາ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ວັນ​ຊະບາໂຕ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ?”

Uka jalj uñjjattʼäta Copia luraña




ລູກາ 6:2
14 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໜຶ່ງ​ຮັບ​ເອົາ​ລໍ, ງົວ, ແກະ ຫລື​ສັດ​ຊະນິດ​ອື່ນໆ ທີ່​ເພື່ອນບ້ານ​ນຳ​ມາ​ຝາກ​ລ້ຽງ ແລະ​ຖ້າ​ສັດ​ນັ້ນ​ຕາຍ ຫລື​ບາດເຈັບ ຫລື​ມີ​ຜູ້​ໄລ່​ຕ້ອນ​ເອົາ​ໄປ​ໂດຍ​ບໍ່ມີ​ພະຍານ​ຮູ້​ເຫັນ


ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ່​ເຈັດ​ໃຫ້​ຖື​ເປັນ​ວັນ​ພັກຜ່ອນ​ເພື່ອ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.


ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ​ເຈັດ​ໃຫ້​ພວກເຈົ້າ​ຢຶດຖື​ເປັນ​ວັນ​ສັກສິດ ເປັນ​ວັນ​ສຳຄັນ​ຂອງ​ການ​ພັກຜ່ອນ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ຢຶດຖື​ວັນ​ຊະບາໂຕ ແລະ​ບໍ່​ເຫັນແກ່ຕົວ​ໃນ​ວັນ​ສັກສິດ​ຂອງ​ເຮົາ; ຖ້າ​ເຈົ້າ​ນັບຖື​ແລະ​ໃຫ້ກຽດ​ວັນ​ນັ້ນ​ໂດຍ​ບໍ່​ທ່ອງທ່ຽວ​ໄປມາ, ບໍ່​ເຮັດ​ການ ຫລື​ເວົ້າ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ໃນ​ວັນ​ສັກສິດ​ຂອງ​ພຣະເຈົ້າຢາເວ


ເມື່ອ​ພວກ​ຟາຣີຊາຍ​ເຫັນ​ຢ່າງ​ນັ້ນ ຈຶ່ງ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ເບິ່ງແມ! ພວກ​ສາວົກ​ຂອງທ່ານ​ເຮັດ​ຜິດ​ຕໍ່​ກົດ​ຂອງ​ວັນ​ຊະບາໂຕ.”


“ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ບູຮານ? ດ້ວຍວ່າ, ພວກເຂົາ​ບໍ່ໄດ້​ລ້າງ​ມື​ຕາມ​ທຳນຽມ​ກ່ອນ​ຮັບປະທານ​ອາຫານ.”


ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເປັນຫຍັງ ພວກ​ສາວົກ​ຂອງທ່ານ ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ກົດບັນຍັດ​ຂອງ​ພວກເຮົາ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ວັນ​ຊະບາໂຕ.”


ແລ້ວ​ບາງຄົນ​ກໍ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ພວກ​ສິດ​ຂອງ​ໂຢຮັນ​ຖືສິນ​ອົດອາຫານ​ຢູ່​ເລື້ອຍ ແລະ​ເຮັດ​ພິທີ​ພາວັນນາ​ອະທິຖານ ແລະ​ສິດ​ຂອງ​ພວກ​ຟາຣີຊາຍ​ກໍ​ເຮັດ​ເໝືອນກັນ ສ່ວນ​ສາວົກ​ຂອງທ່ານ​ແລ້ວ​ພັດ​ກິນ​ແລະ​ດື່ມ.”


ເຫດສະນັ້ນ ພວກ​ຢິວ​ຈຶ່ງ​ໄດ້​ຂົ່ມເຫັງ​ພຣະເຢຊູເຈົ້າ ເພາະ​ພຣະອົງ​ໄດ້​ຊົງ​ກະທຳ​ໃນ​ວັນ​ຊະບາໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka