Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:13 - ພຣະຄຳພີສັກສິ

13 ຄັນ​ຮຸ່ງ​ເຊົ້າ​ແລ້ວ, ພຣະອົງ​ໄດ້​ເອີ້ນ​ບັນດາ​ສາວົກ​ມາ​ຫາ​ພຣະອົງ ແລະ​ໃນ​ພວກເຂົາ​ພຣະອົງ​ເລືອກ​ເອົາ​ສິບສອງ​ຄົນ ແລ້ວ​ພຣະອົງ​ຊົງ​ຕັ້ງ​ຊື່​ໃຫ້​ວ່າ ອັກຄະສາວົກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເມື່ອ​ຮຸ່ງ​ເຊົ້າ​ມາ, ພຣະອົງ​ໄດ້​ເອີ້ນ​ພວກສາວົກ​ມາ​ຫາ​ພຣະອົງ ແລະ ໄດ້​ເລືອກ​ເອົາ​ພວກເພິ່ນ​ສິບສອງ​ຄົນ, ເຊິ່ງ​ພຣະອົງ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ຄື:

Uka jalj uñjjattʼäta Copia luraña




ລູກາ 6:13
20 Jak'a apnaqawi uñst'ayäwi  

ພວກ​ອັກຄະສາວົກ​ສິບສອງ​ຄົນ​ນັ້ນ ຜູ້​ທຳອິດ​ຊື່ ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ​ເປັນ​ລູກຊາຍ​ຂອງ​ເຊເບດາຍ;


ພຣະເຢຊູເຈົ້າ​ຊົງ​ຕອບ​ພວກ​ສາວົກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ບຸດ​ມະນຸດ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງຕົນ​ໃນ​ໂລກ​ໃໝ່​ແລ້ວ ພວກເຈົ້າ​ຜູ້​ຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ສິບສອງ​ບ່ອນ ເພື່ອ​ພິພາກສາ​ພວກ​ອິດສະຣາເອນ​ສິບສອງ​ຕະກຸນ​ເໝືອນກັນ.


ເມື່ອ​ພຣະອົງ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ກັງວົນ​ເປັນທຸກໃຈ​ແລະ​ຂາດ​ທີ່​ເພິ່ງ ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ.


ຝ່າຍ​ພວກ​ອັກຄະສາວົກ​ໄດ້​ກັບ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ເລົ່າ​ທຸກສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ ແລະ​ໄດ້​ສັ່ງສອນ​ສູ່​ພຣະອົງ​ຟັງ.


ພຣະອົງ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ຄູ່ໆ ໂດຍ​ໃຫ້​ພວກເພິ່ນ​ມີ​ສິດ​ອຳນາດ​ເໜືອ​ບັນດາ​ຜີຊົ່ວຮ້າຍ


ດ້ວຍເຫດນີ້ ພຣະ​ປັນຍາ​ຂອງ​ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ມາ​ຫາ​ພວກເຂົາ, ພວກເຂົາ​ຈະ​ຂ້າ​ບາງຄົນ ແລະ​ຈະ​ຂົ່ມເຫັງ​ບາງຄົນ.’


ເພື່ອ​ພວກເຈົ້າ​ຈະ​ກິນ​ແລະ​ດື່ມ​ທີ່​ໂຕະ​ຂອງເຮົາ ໃນ​ອານາຈັກ​ຂອງເຮົາ ແລະ​ເພື່ອ​ພວກເຈົ້າ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ ເພື່ອ​ພິພາກສາ​ຕັດສິນ​ຊາດ​ອິດສະຣາເອນ​ທັງ​ສິບສອງ​ເຜົ່າ​ນັ້ນ.”


ຄື​ຊີໂມນ (ທີ່​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ, “ເປໂຕ”) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ, ຟີລິບ ແລະ ບາຣະໂທໂລມາຍ,


ພວກ​ສາວົກ​ຈຶ່ງ​ເລີ່ມ​ຖາມ​ກັນ​ວ່າ, “ມີ​ຄົນ​ເອົາ​ອາຫານ​ມາ​ໃຫ້​ເພິ່ນ​ກິນ​ບໍ?”


ເມື່ອ​ເຂົ້າ​ໄປ​ໃນ​ນະຄອນ​ແລ້ວ ພວກເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກ​ເຊົາ ໃນ​ພວກເພິ່ນ​ມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບ​ກັບ​ໂທມາ, ບາຣະໂທໂລມາຍ ກັບ​ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ ລູກຊາຍ​ຂອງ​ຢາໂກໂບ.


ພວກເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກຖານ ຊຶ່ງ​ພວກ​ອັກຄະສາວົກ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໄດ້​ວາງ​ລົງ​ແລ້ວ ພຣະເຢຊູ​ຄຣິດເຈົ້າ​ເອງ​ຊົງ​ເປັນ​ຫີນ​ເສົາ​ເອກ.


ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ.


ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.


ເພື່ອ​ໃຫ້​ພວກເຈົ້າ​ຈົດຈຳ​ຖ້ອຍຄຳ​ທັງຫຼາຍ ຊຶ່ງ​ພວກ​ຜູ້ທຳນວາຍ​ຜູ້​ບໍຣິສຸດ ໄດ້​ກ່າວ​ໄວ້​ເມື່ອ​ກ່ອນ​ນັ້ນ ທັງ​ຂໍ້ຄຳສັ່ງ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຄື​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ຊຶ່ງ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ​ແກ່​ພວກເຈົ້າ​ນັ້ນ.


ມີ​ໝາຍສຳຄັນ​ອັນ​ໃຫຍ່​ປາກົດ​ຂຶ້ນ​ໃນ​ສະຫວັນ ຄື​ຍິງ​ຜູ້ໜຶ່ງ ມີ​ດວງອາທິດ​ປົກຄຸມ​ຕົວ​ເໝືອນ​ນຸ່ງ​ເສື້ອຜ້າ ມີ​ດວງເດືອນ​ຢູ່​ໃຕ້​ຕີນ ແລະ​ມີ​ດາວ​ສິບສອງ​ດວງ​ເປັນ​ມົງກຸດ​ສວມ​ຢູ່​ເທິງ​ຫົວ.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ກຳແພງ​ນະຄອນ​ນັ້ນ ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຫີນ​ສິບສອງ​ກ້ອນ​ເປັນ​ຮາກຖານ ຫີນ​ແຕ່ລະ​ກ້ອນ ໄດ້​ຈາລຶກ​ຊື່​ອັກຄະສາວົກ​ສິບສອງ​ຄົນ​ຂອງ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka