ລູກາ 6:12 - ພຣະຄຳພີສັກສິ12 ໃນເວລານັ້ນ, ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູໜ່ວຍໜຶ່ງ ເພື່ອພາວັນນາອະທິຖານ ແລະໃຊ້ເວລາພາວັນນາອະທິຖານຕໍ່ພຣະເຈົ້າຢູ່ທີ່ນັ້ນຕະຫລອດຄືນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ວັນໜຶ່ງພຣະເຢຊູເຈົ້າອອກໄປທີ່ພູໜ່ວຍໜຶ່ງເພື່ອອະທິຖານ ແລະ ໃຊ້ເວລາອະທິຖານຕໍ່ພຣະເຈົ້າຕະຫລອດຄືນ. Uka jalj uñjjattʼäta |
ເມື່ອດານີເອນຮູ້ວ່າໜັງສືຄຳສັ່ງໄດ້ເຊັນລົງໄປແລ້ວ ເພິ່ນກໍກັບຄືນເມືອເຮືອນຂອງຕົນ. ໃນຫ້ອງຊັ້ນເທິງຂອງເຮືອນນັ້ນ ມີປ່ອງຢ້ຽມຢູ່ສາມປ່ອງປິ່ນໜ້າໃສ່ນະຄອນເຢຣູຊາເລັມ. ຢູ່ທີ່ນັ້ນດັ່ງທີ່ເຄີຍປະຕິບັດມາ ດານີເອນໄດ້ຄຸເຂົ່າລົງຕໍ່ໜ້າປ່ອງຢ້ຽມທີ່ໄຂໄວ້, ພາວັນນາອະທິຖານ ແລະໂມທະນາຂອບພຣະຄຸນຕໍ່ພຣະເຈົ້າຂອງເພິ່ນ ວັນລະສາມເທື່ອ ດັ່ງທີ່ເພິ່ນເຄີຍປະຕິບັດມາແຕ່ກ່ອນ.