Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:11 - ພຣະຄຳພີສັກສິ

11 ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຄຽດແຄ້ນ ແລະ ເລີ່ມ​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງໃດ​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 6:11
16 Jak'a apnaqawi uñst'ayäwi  

ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.


ແລ້ວ​ພວກ​ສາວົກ​ກໍ​ເວົ້າ​ກັນ​ໃນ​ພວກເພິ່ນ​ວ່າ, “ຄົງ​ຈະ​ແມ່ນ​ຍ້ອນ​ພວກເຮົາ​ບໍ່ໄດ້​ເອົາ​ເຂົ້າຈີ່​ມາ​ນຳ.”


ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ໄດ້ຍິນ​ຄຳອຸປະມາ​ນີ້ ກໍ​ຮູ້​ໄດ້​ວ່າ​ພຣະອົງ​ເວົ້າ​ເຖິງ​ພວກເຂົາ,


ເມື່ອ​ປະຊາຊົນ​ໃນ​ທຳມະສາລາ​ໄດ້ຍິນ​ເຊັ່ນ​ນີ້ ພວກເຂົາ​ກໍ​ຄຽດຮ້າຍ​ທີ່ສຸດ.


ພຣະອົງ​ຫລຽວ​ເບິ່ງ​ໜ້າ​ພວກເຂົາ​ທຸກຄົນ​ແລ້ວ​ກ່າວ ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ເຈົ້າ​ອອກ” ຊາຍ​ມື​ລີບ​ຢຽດ​ມື​ຂອງຕົນ​ອອກ ແລະ​ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.


ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ຈຶ່ງ​ເອີ້ນ​ສະມາຊິກ​ສະພາ​ມາ​ປະຊຸມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ? ເພາະວ່າ​ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ໝາຍສຳຄັນ​ຫລາຍ​ຢ່າງ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ທຽວ​ໄປມາ​ຕາມ​ແຂວງ​ຄາລີເລ ພຣະອົງ​ບໍ່​ຢາກ​ທຽວ​ໄປ​ໃນ​ແຂວງ​ຢູດາຍ ເພາະ​ພວກ​ເຈົ້າໜ້າທີ່​ຢິວ​ໃນ​ທີ່ນັ້ນ​ຢາກ​ຂ້າ​ພຣະອົງ.


ຫລາຍ​ເທື່ອ​ທີ່​ຂ້ານ້ອຍ​ໄດ້​ລົງໂທດ​ພວກເຂົາ​ໃນ​ທຳມະສາລາ​ຕ່າງໆ ແລະ​ພະຍາຍາມ​ບັງຄັບ​ພວກເຂົາ​ໃຫ້​ກ່າວ​ຄຳ​ທີ່​ໝິ່ນປະໝາດ​ຕໍ່​ພຣະເຈົ້າ, ຂ້ານ້ອຍ​ໂກດແຄ້ນ​ພວກເຂົາ​ແຮງ ຈົນ​ວ່າ​ຂ້ານ້ອຍ​ໄດ້​ໄປ​ຂົ່ມເຫັງ​ພວກເຂົາ ຕາມ​ເມືອງ​ຕ່າງໆ​ໃນ​ຕ່າງ​ປະເທດ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ສັ່ງ​ໃຫ້​ທ່ານ​ທັງສອງ​ອອກ​ໄປ​ຈາກ​ຫ້ອງ​ປະຊຸມ​ຂອງ​ສະພາ​ສູງສຸດ ແລະ​ໃນ​ຂະນະ​ນັ້ນ ພວກເຂົາ​ໄດ້​ສືບຕໍ່​ປຶກສາ​ກັນ


ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.


ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ດັ່ງນັ້ນ ກໍ​ເຈັບແຄ້ນ​ຢ່າງ​ສຸດຂີດ ຈົນ​ຄິດ​ຢາກ​ຂ້າ​ພວກ​ອັກຄະສາວົກ​ເສຍ.


ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ຊະເຕຟາໂນ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້ ພວກເຂົາ​ກໍ​ໂມໂຫ​ເຕັມທີ ແລະ​ຂົບ​ແຂ້ວ​ຄ້ຽວຟັນ​ໃສ່​ຊະເຕຟາໂນ​ດ້ວຍ​ຄວາມ​ເຈັບແຄ້ນ​ແໜ້ນໃຈ.


ແຕ່​ເຂົາ​ກ້າວ​ໜ້າ​ຕໍ່ໄປ​ອີກ​ບໍ່ໄດ້ ເພາະວ່າ​ຄວາມ​ໂງ່​ຂອງ​ເຂົາ​ນັ້ນ ຈະ​ປາກົດ​ແຈ້ງ​ແກ່​ຄົນ​ທັງປວງ ເໝືອນ​ດັ່ງ​ຄວາມ​ໂງ່​ຂອງ​ຊາຍ​ສອງ​ຄົນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka