Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:5 - ພຣະຄຳພີສັກສິ

5 ຊີໂມນ​ຕອບ​ວ່າ, “ພຣະອາຈານ​ເອີຍ ພວກ​ຂ້ານ້ອຍ​ໄດ້​ຫາ​ຕະຫລອດ​ຄືນ ຈົນ​ອິດເມື່ອຍ ແລະ​ບໍ່ໄດ້​ຫຍັງ​ເລີຍ, ແຕ່​ເພື່ອ​ເຫັນແກ່​ທ່ານ​ບອກ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ​ຕາມ​ຄຳ​ຂອງ​ນາຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຊີໂມນ​ຕອບ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຫາປາ​ຢ່າງ​ໜັກໜ່ວງ​ມາ​ຕະຫລອດ​ຄືນ ແລະ ຈັບ​ປາ​ບໍ່​ໄດ້​ປາ​ຈັກ​ໂຕ. ແຕ່​ເພາະ​ພຣະອົງ​ບອກ​ຢ່າງ​ນັ້ນ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ”.

Uka jalj uñjjattʼäta Copia luraña




ລູກາ 5:5
14 Jak'a apnaqawi uñst'ayäwi  

ຕັ້ງແຕ່​ນໍ້າພຸ​ເອນ-ເກດີ​ໄປ ຈົນເຖິງ​ນໍ້າພຸ​ເອເນັກລາອີມ ຈະ​ມີ​ຊາວ​ຫາປາ​ຕາມ​ແຄມ​ຝັ່ງ​ທະເລ ແລະ​ພວກເຂົາ​ຈະ​ກາງ​ມອງ​ຂອງ​ພວກເຂົາ​ຕາກ​ໄວ້​ໃນ​ທີ່ນັ້ນ. ທີ່​ນັ້ນ​ຈະ​ມີ​ປາ​ຫລາຍ​ຊະນິດ ດັ່ງ​ທີ່​ມີ​ຢູ່​ໃນ​ທະເລ​ເມດີແຕຣາເນ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ພຣະເຢຊູເຈົ້າ, ພຣະອາຈານ​ເອີຍ, ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ພວກ​ສາວົກ​ຈຶ່ງ​ໄປ​ຫາ​ພຣະເຢຊູເຈົ້າ ແລ້ວ​ປຸກ​ພຣະອົງ​ໃຫ້​ລຸກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ພຣະອາຈານ​ເອີຍ, ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.” ພຣະເຢຊູເຈົ້າ​ລຸກ​ຂຶ້ນ​ສັ່ງ​ຫ້າມ​ລົມ​ແລະ​ຟອງນໍ້າ ລົມ​ແລະ​ຟອງນໍ້າ​ກໍ​ມິດງຽບ​ລົງ ແລະ​ມີ​ຄວາມ​ງຽບ​ສະຫງົບ​ທັນທີ.


ພຣະເຢຊູເຈົ້າ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ບາຍ​ເຮົາ?” ເມື່ອ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຕິເສດ ເປໂຕ​ຈຶ່ງ​ເວົ້າ​ວ່າ, “ພຣະອາຈານ​ເອີຍ ກໍ​ແມ່ນ​ປະຊາຊົນ​ທີ່​ແໜ້ນໜາ​ກຳລັງ​ບຸບຽດ​ທ່ານ​ຢູ່.”


ເມື່ອ​ສອງ​ຄົນ​ນັ້ນ​ກຳລັງ​ຈາກ​ພຣະເຢຊູເຈົ້າ​ໄປ, ເປໂຕ​ຈຶ່ງ​ກ່າວ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້ ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຄື​ຫລັງ​ໜຶ່ງ​ສຳລັບ​ທ່ານ ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ອີກ​ສຳລັບ​ເອລີຢາ.” (ເປໂຕ​ບໍ່​ຮູ້​ສຶກ​ຕົວ​ວ່າ​ຕົນເອງ​ກຳລັງ​ເວົ້າ​ຫຍັງ.)


ແລ້ວ​ໂຢຮັນ​ກໍ​ເວົ້າ​ຂຶ້ນ​ວ່າ, “ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງທ່ານ ແລະ​ພວກ​ຂ້ານ້ອຍ​ໄດ້​ຫ້າມ​ໃຫ້​ລາວ​ເຊົາ ເພາະ​ລາວ​ບໍ່ໄດ້​ຕິດຕາມ​ພຣະອົງ​ກັບ​ພວກ​ຂ້ານ້ອຍ.”


ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ມິດ​ສະຫາຍ​ຂອງເຮົາ.


ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ຕໍ່​ຄົນ​ຮັບໃຊ້​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເດີ.”


ຊີໂມນ​ເປໂຕ​ບອກ​ພວກເພິ່ນ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ປາ.” ພວກເພິ່ນ​ຕອບ​ວ່າ, “ພວກເຮົາ​ກໍ​ຈະ​ໄປ​ກັບ​ເຈົ້າ​ດ້ວຍ,” ແລ້ວ​ພວກເພິ່ນ​ກໍ​ລົງ​ເຮືອ​ໄປ ແຕ່​ໃນ​ຄືນ​ນັ້ນ ພວກເພິ່ນ​ບໍ່ໄດ້​ປາ​ຈັກ​ໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka