Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:23 - ພຣະຄຳພີສັກສິ

23 ອັນໃດ​ງ່າຍ​ກວ່າ ທີ່​ຈະ​ເວົ້າ​ວ່າ, ‘ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ຈະ​ເວົ້າ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ​ຍ່າງ​ໄປ’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ທີ່​ຈະ​ກ່າວ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ກັບ ‘ຈົ່ງ​ລຸກຂຶ້ນ ແລະ ຍ່າງ​ໄປ’ ອັນໃດ​ຈະ​ງ່າຍ​ກວ່າ​ກັນ?

Uka jalj uñjjattʼäta Copia luraña




ລູກາ 5:23
6 Jak'a apnaqawi uñst'ayäwi  

ບ່ອນ​ນັ້ນ ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້ໜຶ່ງ ນອນ​ຢູ່​ເທິງ​ບ່ອນ​ນອນ​ມາ​ຫາ​ພຣະອົງ, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, “ລູກເອີຍ, ຈົ່ງ​ຊື່ນ​ໃຈ​ເຖີດ ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”


ອັນ​ໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ເວົ້າ​ວ່າ, ‘ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ຈະ​ເວົ້າ​ວ່າ ‘ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ໄປ?’


ອັນໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ວ່າ, ‘ຄວາມ​ຜິດບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ກ່າວ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ເມືອ?’


ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ


ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຫັນ​ວ່າ ບຸດ​ມະນຸດ​ມີ​ສິດ​ອຳນາດ​ເທິງ​ແຜ່ນດິນ​ໂລກ ໃຫ້​ອະໄພ​ບາບກຳ​ຂອງ​ມະນຸດ​ໄດ້.” ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ວ່າ, “ເຮົາ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ​ເມືອ​ເຮືອນ​ສາ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ການບາບ​ທັງຫລາຍ​ຂອງ​ເຈົ້າ ໄດ້​ຮັບ​ການອະໄພ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka