Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:16 - ພຣະຄຳພີສັກສິ

16 ແຕ່​ພຣະອົງ​ໄດ້​ໜີໄປ​ສະຖານທີ່​ປ່ຽວ ແລະ​ພາວັນນາ​ອະທິຖານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແຕ່​ພຣະເຢຊູເຈົ້າ​ມັກ​ຈະ​ແຍກ​ໂຕ​ໄປ​ຢູ່​ໃນ​ບ່ອນ​ທີ່​ສະຫງົບ ແລະ ອະທິຖານ.

Uka jalj uñjjattʼäta Copia luraña




ລູກາ 5:16
8 Jak'a apnaqawi uñst'ayäwi  

ຫລັງຈາກ​ປະຊາຊົນ​ເລີກ​ເມືອ​ໝົດ​ແລ້ວ ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ແຕ່​ຜູ້​ດຽວ ເພື່ອ​ພາວັນນາ​ອະທິຖານ. ເມື່ອ​ຄໍ່າ​ມາ ພຣະອົງ​ກໍ​ຍັງ​ຢູ່​ທີ່​ນັ້ນ​ແຕ່​ຜູ້​ດຽວ,


ເມື່ອ​ລາ​ຈາກ​ພວກເຂົາ​ແລ້ວ ພຣະອົງ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ ເພື່ອ​ພາວັນນາ​ອະທິຖານ.


ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ແລ້ວ ພຣະເຢຊູເຈົ້າ​ກໍ​ຮັບ​ບັບຕິສະມາ​ເໝືອນກັນ ຂະນະທີ່​ພຣະອົງ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ທ້ອງຟ້າ​ກໍ​ໄຂ​ອອກ​ແກ່​ພຣະອົງ


ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.


ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ແລ້ວ ປະມານ​ໜຶ່ງ​ອາທິດ ພຣະອົງ​ກໍ​ພາ​ເປໂຕ, ໂຢຮັນ ແລະ ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູ​ກັບ​ພຣະອົງ ເພື່ອ​ພາວັນນາ​ອະທິຖານ.


ຂະນະທີ່​ພຣະອົງ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ໃບ​ໜ້າ​ຂອງ​ພຣະອົງ​ກໍ​ຊົງ​ປ່ຽນ​ໄປ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເຫຼື້ອມໃສ.


ເມື່ອ​ພຣະເຢຊູເຈົ້າ​ຮູ້​ວ່າ, ພວກເຂົາ​ກຳລັງ​ຈະ​ມາ​ຈັບ​ເອົາ​ພຣະອົງ​ໄປ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ. ດັ່ງນັ້ນ ພຣະອົງ​ຈຶ່ງ​ສະເດັດ​ຂຶ້ນ​ໄປ​ເທິງ​ພູເຂົາ​ອີກ ໂດຍ​ລຳພັງ​ແຕ່​ຜູ້​ດຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka