Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:13 - ພຣະຄຳພີສັກສິ

13 ພຣະເຢຊູເຈົ້າ​ເດ່​ມື​ອອກ​ແຕະຕ້ອງ​ລາວ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ແລ້ວ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ພຣະເຢຊູເຈົ້າ​ເດ່​ມື​ອອກ​ໄປ​ແຕະ​ລາວ ແລະ ກ່າວ​ວ່າ, “ເຮົາ​ເຕັມໃຈ​ຈະ​ຮັກສາ ຈົ່ງ​ດີ​ສະອາດ​ສາ!” ໃນ​ທັນໃດ​ນັ້ນ ພະຍາດຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ລາວ.

Uka jalj uñjjattʼäta Copia luraña




ລູກາ 5:13
15 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ເກີດ​ມີ​ແສງ​ແຈ້ງ​ສ່ອງ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ນໍ້າ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ມາ​ໂຮມ​ກັນ​ຢູ່​ບ່ອນ​ດຽວ ເພື່ອ​ພື້ນດິນ​ແຫ້ງ​ຈະ​ໄດ້​ປາກົດ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ເອລີຊາ​ໄດ້​ສັ່ງ​ຄົນ​ຮັບໃຊ້​ອອກ​ມາ​ບອກ​ນາອາມານ ໃຫ້​ໄປ​ອາບນໍ້າ​ທີ່​ແມ່ນໍ້າ​ຈໍແດນ​ເຈັດ​ເທື່ອ ແລະ​ເພິ່ນ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ.


ດັ່ງນັ້ນ ນາອາມານ​ຈຶ່ງ​ລົງ​ໄປ​ທີ່​ແມ່ນໍ້າ​ຈໍແດນ​ຈຸ່ມຕົວ​ລົງ​ໃນ​ນໍ້າ​ເຈັດ​ຄັ້ງ ຕາມ​ຄຳແນະນຳ​ຂອງ​ຄົນ​ຂອງ​ພຣະເຈົ້າ ແລະ​ລາວ​ກໍ​ຫາຍ​ດີ​ເປັນ​ປົກກະຕິ. ເນື້ອໜັງ​ຂອງ​ລາວ​ສະອາດ​ເສາະໃສ​ດີ​ເປັນ​ປົກກະຕິ​ດັ່ງ​ເນື້ອໜັງ​ຂອງ​ເດັກນ້ອຍ.


ເມື່ອ​ພຣະອົງ​ຊົງ​ກ່າວ ໂລກນີ້​ກໍໄດ້​ເກີດ​ມາ ທຸກສິ່ງ​ກໍໄດ້​ປາກົດ​ຂຶ້ນ​ມາ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມົນທິນ​ທັງໝົດ​ຂອງ​ພວກເຈົ້າ. ເຮົາ​ຈະ​ສັ່ງ​ໃຫ້​ມີ​ເຂົ້າ​ຢ່າງ​ອຸດົມສົມບູນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ອຶດຢາກ​ອີກ​ຈັກເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ມາ ເຮົາ​ຈະ​ຮັກ​ພວກເຂົາ​ດ້ວຍ​ສຸດໃຈ​ແລະ​ເຊົາ​ໂກດຮ້າຍ.


ພຣະເຢຊູເຈົ້າ​ໄດ້​ເດ່​ມື​ອອກ​ໄປ​ແຕະຕ້ອງ​ຄົນ​ນັ້ນ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ໃຫ້​ເຈົ້າ​ດີ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ຊາຍ​ຜູ້​ນັ້ນ​ກໍດີ​ພະຍາດ.


ພຣະອົງ​ມາ​ຢືນ​ຢູ່​ຂ້າງ​ນາງ ແລະ​ສັ່ງ​ໄຂ້​ນັ້ນ​ໃຫ້​ໜີໄປ, ໄຂ້​ກໍ​ຫາຍ​ໜີໄປ​ຈາກ​ນາງ ແລະ​ທັນໃດນັ້ນ ນາງ​ກໍ​ລຸກ​ຂຶ້ນ​ບົວລະບັດ​ຮັບໃຊ້​ພຣະອົງ​ກັບ​ພວກ​ສາວົກ.


ເມື່ອ​ພຣະເຢຊູເຈົ້າ​ຢູ່​ໃນ​ເມືອງ​ໜຶ່ງ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ພະຍາດ​ຂີ້ທູດ​ເຕັມ​ຕົວ ເມື່ອ​ເຫັນ​ພຣະເຢຊູເຈົ້າ ລາວ​ຈຶ່ງ​ກົ້ມ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ອ້ອນວອນ​ຂໍ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ພໍໃຈ ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້.”


ແລ້ວ​ພຣະເຢຊູເຈົ້າ ກໍ​ສັ່ງ​ລາວ​ວ່າ, “ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ສະແດງ​ຕົວ​ຕໍ່​ປະໂຣຫິດ ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລະ​ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ພິສູດ​ໃຫ້​ທຸກຄົນ​ເຫັນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka