Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:12 - ພຣະຄຳພີສັກສິ

12 ເມື່ອ​ພຣະເຢຊູເຈົ້າ​ຢູ່​ໃນ​ເມືອງ​ໜຶ່ງ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ພະຍາດ​ຂີ້ທູດ​ເຕັມ​ຕົວ ເມື່ອ​ເຫັນ​ພຣະເຢຊູເຈົ້າ ລາວ​ຈຶ່ງ​ກົ້ມ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ອ້ອນວອນ​ຂໍ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ພໍໃຈ ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ເມືອງ​ແຫ່ງ​ໜຶ່ງ, ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ພະຍາດ​ຂີ້ທູດ​ເຕັມໂຕ​ຍ່າງ​ມາ​ຕາມ​ທາງ. ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ​ລາວ​ຈຶ່ງ​ກົ້ມໜ້າ​ໝອບ​ລົງ​ພື້ນດິນ ແລະ ອ້ອນວອນ​ຂໍ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຖ້າ​ພຣະອົງ​ເຕັມໃຈ ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ສະອາດ​ໄດ້”.

Uka jalj uñjjattʼäta Copia luraña




ລູກາ 5:12
27 Jak'a apnaqawi uñst'ayäwi  

ມີ​ຫຍັງ​ແດ່​ຍາກ​ສຳລັບ​ພຣະເຈົ້າຢາເວ​ບໍ? ຕາມ​ທີ່​ເຮົາ​ບອກ​ເຈົ້າ​ແລ້ວ ໃນ​ລະຫວ່າງ​ເກົ້າ​ເດືອນ ເຮົາ​ຈະ​ກັບ​ມາ​ອີກ​ແລະ​ຊາຣາ​ຈະ​ມີ​ລູກຊາຍ​ຜູ້ໜຶ່ງ.”


ເມື່ອ​ປະຊາຊົນ​ເຫັນ​ດັ່ງນີ້ ພວກເຂົາ​ຈຶ່ງ​ກົ້ມ​ຂາບລົງ​ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າຢາເວ​ອົງນີ້​ເປັນ​ພຣະເຈົ້າ ພຣະເຈົ້າຢາເວ​ອົງ​ນີ້​ເປັນ​ພຣະເຈົ້າ.”


ນາອາມານ ຜູ້​ບັນຊາການ​ກອງທັບ​ຊີເຣຍ ເປັນ​ຄົນ​ທີ່​ກະສັດ​ແຫ່ງ​ຊີເຣຍ​ນັບຖື​ຢ່າງ​ສູງ ແລະ​ໃຫ້​ຄຳ​ຍ້ອງຍໍ​ຊົມເຊີຍ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ລາວ​ນຳ​ໄຊຊະນະ​ມາ​ສູ່​ກອງທັບ​ຊີເຣຍ. ລາວ​ເປັນ​ທະຫານ​ຜູ້​ສຳຄັນ ແຕ່​ລາວ​ໄດ້​ທົນທຸກ​ຍ້ອນ​ໂຣກ​ຂີ້ທູດ.


ເພາະສະນັ້ນ ພະຍາດ​ຂອງ​ນາອາມານ​ຈະ​ຕິດແປດ​ເຈົ້າ, ທັງ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ພະຍາດ​ນີ້​ຕະຫລອດໄປ.” ເມື່ອ​ເກຮາຊິ​ໄດ້​ອອກ​ໄປ ລາວ​ກໍ​ເປັນ​ພະຍາດ​ຂີ້ທູດ ໜັງ​ຂອງ​ລາວ​ຂາວ​ດັ່ງ​ຫິມະ.


ຍັງ​ມີ​ຊາຍ​ຂີ້ທູດ​ສີ່​ຄົນ ທີ່​ຢູ່​ນອກ​ປະຕູ​ເມືອງ​ຊາມາເຣຍ. ພວກເຂົາ​ເວົ້າ​ກັນ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ລໍຖ້າ​ຕາຍ​ຢູ່​ທີ່ນີ້?


ກະສັດ​ດາວິດ​ໄດ້​ຫລຽວຂື້ນ ແລະ​ໄດ້ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕົນ​ນັ້ນ​ຢືນ​ຢູ່​ໃນ​ກາງ​ອາກາດ ໂດຍ​ຖື​ດາບ​ຢູ່​ໃນ​ມື​ຕຽມພ້ອມ​ທີ່​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ. ແລ້ວ​ກະສັດ​ດາວິດ ແລະ​ບັນດາ​ຜູ້ນຳ​ປະຊາຊົນ ທຸກຄົນ​ລ້ວນແຕ່​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໄດ້​ຂາບລົງ​ດິນ.


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ອີກ​ວ່າ, “ສອດ​ມື​ເຂົ້າ​ໄປ​ໃນ​ເສື້ອ​ເບິ່ງດູ.” ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ ແລະ​ເມື່ອ​ເພິ່ນ​ຖອດ​ມື​ອອກ​ມາ ມື​ນັ້ນ​ກໍ​ເປັນ​ພະຍາດ​ຂີ້ທູດ ຫຸ້ມ​ໄປ​ດ້ວຍ​ດອກ​ຂາວໆ​ຄື​ຫິມະ.


ແຕ່​ເມື່ອ​ແຜ​ໃໝ່​ນັ້ນ​ດີ ປ່ຽນ​ເປັນ​ສີ​ຂາວ​ອີກ ຕ້ອງ​ໃຫ້​ລາວ​ໄປ​ຫາ​ປະໂຣຫິດ


ໄຟ​ໄດ້ລົງ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໄໝ້​ເຄື່ອງ​ຖວາຍບູຊາ​ແລະ​ສ່ວນ​ຕ່າງໆ​ຂອງ​ໄຂມັນ​ທີ່​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນັ້ນ ພວກເຂົາ​ກໍ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ກ້ອງສະໜັ່ນ ແລະ​ຂາບລົງ​ຈົນ​ໜ້າ​ຈຸ​ດິນ.


ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຊີໂມນ ຜູ້​ທີ່​ເຄີຍ​ເປັນ​ພະຍາດ​ຂີ້ທູດ​ໃນ​ບ້ານ​ເບັດທານີ.


ເມື່ອ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ, ຊາຍ​ຕາບອດ​ສອງ​ຄົນ​ນັ້ນ ກໍ​ເຂົ້າ​ມາ​ຫາ​ພຣະອົງ ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ເຊື່ອ​ວ່າ​ເຮົາ​ຊົງ​ໂຜດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍ​ດີ​ໄດ້​ບໍ?” ພວກເຂົາ​ຕອບ​ວ່າ, “ເຊື່ອ ທ່ານເອີຍ”.


ແລະ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ນຳ​ພຣະເຢຊູເຈົ້າ​ວ່າ, “ລູກສາວ​ຂ້ານ້ອຍ​ເຈັບ​ໜັກ​ໃກ້​ຈະ​ຕາຍ​ແລ້ວ ຂໍ​ທ່ານ​ກະລຸນາ​ໄປ​ວາງ​ມື​ໃສ່​ນາງ​ດ້ວຍ​ເຖີດ ເພື່ອ​ລາວ​ຈະ​ຫາຍ​ດີ ແລະ​ມີ​ຊີວິດ​ຢູ່.”


ລາວ​ກົ້ມ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຊາຍ​ຄົນ​ນີ້​ເປັນ​ໄທ​ຊາມາເຣຍ.


ພຣະເຢຊູເຈົ້າ​ເດ່​ມື​ອອກ​ແຕະຕ້ອງ​ລາວ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ແລ້ວ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນັ້ນ.


ເມື່ອ​ພວກເຈົ້າ​ຕ້ອງ​ທົນທຸກ​ທໍລະມານ​ຈາກ​ພະຍາດ​ຂີ້ທູດ ຈົ່ງ​ເອົາໃຈໃສ່​ປິ່ນປົວ​ຕາມ​ຄຳແນະນຳ​ຂອງ​ປະໂຣຫິດ​ຊາວ​ເລວີ; ຈົ່ງ​ປະຕິບັດ​ຕາມ​ຄຳແນະນຳ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ຊາຍ​ຜູ້ນັ້ນ​ໄດ້​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ຝ່າຍ​ໃດ​ໝົດ ເຮົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ.” ໂຢຊວຍ​ຈຶ່ງ​ກົ້ມຂາບ​ລົງ​ພື້ນດິນ ແລະ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ທ່ານ​ຢາກ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka