7 ດັ່ງນັ້ນ ສິ່ງທັງໝົດເຫຼົ່ານີ້ ຈະເປັນຂອງທ່ານ ຖ້າທ່ານນະມັດສະການເຮົາ.”
7 ດັ່ງນັ້ນ ຖ້າທ່ານນະມັດສະການເຮົາ ສິ່ງທັງໝົດນີ້ຈະເປັນຂອງທ່ານ”.
ກະສັດທຸກຄົນຈະກົ້ມຂາບລົງຕໍ່ໜ້າເພິ່ນ ບັນດາຊົນຊາດທັງໝົດຈະຮັບໃຊ້ເພິ່ນ.
ພຣະເຈົ້າຢາເວກ່າວວ່າ, “ສົມບັດຂອງປະເທດເອຢິບກັບປະເທດເອທີໂອເປຍຈະເປັນຂອງເຈົ້າ ຄົນໃຫຍ່ສູງແຫ່ງເສບາກໍຈະເປັນທາດຮັບໃຊ້ເຈົ້າຄືກັນ ພວກເຂົາຈະຍ່າງຕາມເຈົ້າໄປໂດຍຖືກລ່າມໂສ້ພ້ອມ. ພວກເຂົາຈະກົ້ມຂາບເຈົ້າ ແລະທັງສາລະພາບວ່າ ‘ພຣະເຈົ້າຢູ່ນຳເຈົ້າ ເປັນພຣະເຈົ້າແຕ່ອົງດຽວ.
ປະຊາຊົນໄຂກະເປົາ ແລະຖອກຄຳອອກມາ ຊັ່ງເບິ່ງນໍ້າໜັກເງິນໃສ່ຊິງທີ່ພວກເຂົາມີນັ້ນ. ພວກເຂົາຈ້າງຊ່າງຫລອມຄຳໃຫ້ເຮັດເປັນຮູບພະ ແລ້ວກໍຂາບໄຫວ້ຮູບພະທີ່ໄດ້ສ້າງຂຶ້ນມາ.
ເມື່ອພວກເຂົາເຂົ້າໄປໃນເຮືອນແລ້ວ ກໍໄດ້ເຫັນກຸມມານ ແລະ ມາຣີແມ່ຂອງເພິ່ນ, ແລ້ວພວກເຂົາຈຶ່ງກົ້ມລົງຂາບໄຫວ້ນະມັດສະການກຸມມານນັ້ນ ແລ້ວກໍໄຂຫີບເອົາຊັບຂອງພວກເຂົາອອກມາຖວາຍແກ່ກຸມມານມີດັ່ງນີ້: ຄຳ, ກຳຍານ ແລະ ຢາງໄມ້ຫອມ.
ລາວກົ້ມຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະໂມທະນາຂອບພຣະຄຸນພຣະອົງ ຊາຍຄົນນີ້ເປັນໄທຊາມາເຣຍ.
ມານຮ້າຍໄດ້ບອກພຣະອົງວ່າ, “ເຮົາຈະໃຫ້ອຳນາດທັງໝົດນີ້ ກັບສະຫງ່າຣາສີແຫ່ງແຜ່ນດິນທັງໝົດແກ່ທ່ານ. ເພາະສິ່ງທັງໝົດເຫຼົ່ານັ້ນຖືກມອບໃຫ້ແກ່ເຮົາແລ້ວ ແລະເຮົາຢາກມອບໃຫ້ແກ່ຜູ້ໃດກໍໄດ້ ຕາມທີ່ເຮົາຕ້ອງການ.
ພຣະເຢຊູເຈົ້າຕອບມັນວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະບົວລະບັດຮັບໃຊ້ແຕ່ພຣະອົງເທົ່ານັ້ນ.”’
ເມື່ອຄົນນີ້ເຫັນພຣະເຢຊູເຈົ້າ ລາວກໍຮ້ອງຂຶ້ນທັງຂາບລົງຕໍ່ໜ້າພຣະອົງ ແລະເວົ້າຂຶ້ນດ້ວຍສຸດສຽງວ່າ, “ເຢຊູ ບຸດຂອງພຣະເຈົ້າອົງສູງສຸດເອີຍ ທ່ານຕ້ອງການຫຍັງຈາກພວກເຮົາ? ພວກເຮົາຂໍຮ້ອງທ່ານຢ່າທໍລະມານພວກເຮົາເລີຍ.”
ຂ້າພະເຈົ້າ ຄືໂຢຮັນ ເປັນຜູ້ທີ່ໄດ້ຍິນແລະໄດ້ເຫັນເຫດການທັງໝົດນີ້. ເມື່ອຂ້າພະເຈົ້າໄດ້ຍິນແລະໄດ້ເຫັນແລ້ວ ກໍນ້ອມຕົວລົງຈະນະມັດສະການໃກ້ຕີນຂອງເທວະດາ ຕົນທີ່ໄດ້ສຳແດງເຫດການທັງໝົດນີ້ໃຫ້ແກ່ຂ້າພະເຈົ້າ.
ເມື່ອນັ້ນ ບັນດາຜູ້ອາວຸໂສຊາວສີ່ທ່ານ ກໍຂາບລົງຖວາຍບັງຄົມພຣະອົງ ຜູ້ປະທັບເທິງຣາຊບັນລັງນັ້ນ ນະມັດສະການພຣະອົງ ຜູ້ຊົງພຣະຊົນຢູ່ຕະຫລອດຊົ່ວນິຣັນດອນ ແລ້ວຖອດມົງກຸດອອກວາງລົງຕໍ່ໜ້າຣາຊບັນລັງຮ້ອງວ່າ,
ເມື່ອຮັບເອົາໜັງສືມ້ວນນັ້ນແລ້ວ ສິ່ງທີ່ມີຊີວິດທັງສີ່ພ້ອມກັບພວກຜູ້ອາວຸໂສຊາວສີ່ທ່ານ ກໍກົ້ມຂາບລົງແທບຕີນພຣະເມສານ້ອຍນັ້ນ ແຕ່ລະຄົນຖືພິນແລະຂັນຄຳທີ່ເຕັມດ້ວຍເຄື່ອງຫອມ ຊຶ່ງເປັນຄຳພາວັນນາອະທິຖານແຫ່ງໄພ່ພົນທັງປວງຂອງພຣະເຈົ້າ.