44 ແລ້ວພຣະອົງໄດ້ເທດສະໜາປ່າວປະກາດ ຕາມທຳມະສາລາຕ່າງໆໃນແຂວງຢູດາຍ.
44 ແລະ ພຣະອົງໄດ້ສືບຕໍ່ເທດສະໜາໃນທຳມະສາລາຕ່າງໆໃນແຂວງຢູດາຍ.
ພຣະເຢຊູເຈົ້າໄດ້ເດີນທາງໄປທົ່ວແຂວງຄາລີເລ, ສັ່ງສອນຄົນຕາມທຳມະສາລາ ແລະປະກາດຂ່າວປະເສີດຂອງຣາຊອານາຈັກສະຫວັນ ຕະຫລອດທັງຊົງໂຜດຮັກສາຄົນທີ່ມີພະຍາດໂຣຄາແລະເຈັບໄຂ້ໄດ້ປ່ວຍທຸກຊະນິດໃຫ້ຫາຍດີ.
ດັ່ງນັ້ນ ພຣະອົງຈຶ່ງໄດ້ໄປທົ່ວແຂວງຄາລີເລໄດ້ສັ່ງສອນໃນທຳມະສາລາ ແລະຂັບໄລ່ພວກຜີມານຮ້າຍທັງຫລາຍໃຫ້ອອກໄປ.
ພຣະອົງໄດ້ສັ່ງສອນໃນທຳມະສາລາຂອງພວກເຂົາ ແລະໄດ້ຮັບຄຳສັນລະເສີນຈາກທຸກຄົນ.
ວັນໜຶ່ງ ຂະນະທີ່ພຣະເຢຊູເຈົ້າຢືນຢູ່ທີ່ແຄມທະເລສາບເຄັນເນຊາເຣັດ ປະຊາຊົນກໍບຸບຽດກັນເຂົ້າມາຫາພຣະອົງ ເພື່ອຟັງພຣະທຳຂອງພຣະເຈົ້າ.