Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:42 - ພຣະຄຳພີສັກສິ

42 ພໍ​ຮຸ່ງ​ເຊົ້າ​ມາ ພຣະເຢຊູເຈົ້າ​ກໍ​ຈາກ​ເມືອງ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ງຽບ​ສະຫງັດ ຝ່າຍ​ປະຊາຊົນ​ຕ່າງ​ກໍ​ຊອກ​ຫາ​ພຣະອົງ ແລະ​ເມື່ອ​ພົບ​ພຣະອົງ​ແລ້ວ ພວກເຂົາ​ກໍ​ໜ່ວງໜ່ຽວ​ພຣະອົງ​ໄວ້​ບໍ່​ໃຫ້​ຈາກ​ພວກເຂົາ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

42 ພໍ​ຮຸ່ງເຊົ້າ​ມາ ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຍັງ​ບ່ອນ​ທີ່​ງຽບສະຫງົບ. ປະຊາຊົນ​ຕ່າງ​ກໍ​ຊອກຫາ​ພຣະອົງ ແລະ ເມື່ອ​ພວກເຂົາ​ພົບ​ພຣະອົງ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ໜ່ວງໜ່ຽວ​ພຣະອົງ​ໄວ້​ບໍ່​ໃຫ້​ໄປ​ຈາກ​ພວກເຂົາ.

Uka jalj uñjjattʼäta Copia luraña




ລູກາ 4:42
10 Jak'a apnaqawi uñst'ayäwi  

ແຕ່​ຊາຍ​ຄົນ​ນີ້​ພໍ​ຈາກ​ໄປ​ແລ້ວ ລາວ​ກໍ​ປະກາດ​ຂ່າວ​ນີ້​ໃຫ້​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ. ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ອາດ​ເຂົ້າ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່ໄປ, ແຕ່​ພຣະອົງ​ໄດ້​ໄປ​ອາໄສ​ຢູ່​ນອກ​ເມືອງ ໃນ​ບ່ອນ​ປ່ຽວ ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ແຕ່​ພວກເພິ່ນ​ທັງສອງ​ໄດ້​ຊັກຊວນ​ໃຫ້​ພຣະອົງ​ຢູ່ ໂດຍ​ເວົ້າ​ວ່າ, “ເຊີນ​ພັກ​ຄ້າງຄືນ​ຢູ່​ກັບ​ພວກເຮົາ​ສາ ເພາະ​ໃກ້​ຈະ​ຄໍ່າ​ມືດ​ແລ້ວ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກ​ຢູ່​ກັບ​ພວກເພິ່ນ.


ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.


ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ.


ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.


ເມື່ອ​ປະຊາຊົນ​ເຫັນ​ວ່າ ພຣະເຢຊູເຈົ້າ​ບໍ່​ຢູ່​ໃນ​ທີ່ນັ້ນ ແລະ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ບໍ່​ຢູ່​ທີ່​ນັ້ນ​ເໝືອນກັນ ພວກເຂົາ​ຈຶ່ງ​ຂີ່​ເຮືອ​ໄປ​ທີ່​ເມືອງ​ກາເປນາອູມ ເພື່ອ​ຊອກ​ຫາ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka