Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:41 - ພຣະຄຳພີສັກສິ

41 ບັນດາ​ຜີມານຮ້າຍ​ກໍ​ອອກ​ໄປ​ຈາກ​ຫລາຍ​ຄົນ​ໂດຍ​ຮ້ອງ​ແຜດ​ສຽງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.” ແຕ່​ພຣະເຢຊູເຈົ້າ​ຫ້າມ​ເດັດຂາດ​ບໍ່​ໃຫ້​ພວກ​ມັນ​ເວົ້າ​ອີກ​ຕໍ່ໄປ ເພາະ​ພວກ​ມັນ​ຮູ້​ດີ​ວ່າ ພຣະອົງ​ເປັນ​ພຣະຄຣິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ຫລາຍກວ່າ​ນັ້ນ​ອີກ, ມີ​ຜີມານຮ້າຍ​ໄດ້​ອອກ​ມາ​ຈາກ​ຫລາຍ​ຄົນ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!” ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກມັນ ແລະ ບໍ່​ອະນຸຍາດ​ໃຫ້​ພວກມັນ​ເວົ້າ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 4:41
14 Jak'a apnaqawi uñst'ayäwi  

ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລ້ວ​ມະຫາ​ປະໂຣຫິດ​ໄດ້​ເວົ້າ​ຕໍ່​ພຣະອົງ​ອີກ​ວ່າ, “ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ໃຫ້​ເຈົ້າ​ສາບານ​ວ່າ, ‘ເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ.”’


ແລ້ວ​ຜູ້ລໍ້ລວງ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫຼົ່ານີ້​ໃຫ້​ເປັນ​ອາຫານ​ແມ.”


ເມື່ອ​ເຖິງ​ຍາມ​ຄໍ່າ, ປະຊາຊົນ​ກໍ​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫຼົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ​ຊົງ​ໂຜດ​ຜູ້​ເຈັບໄຂ້​ໄດ້ປ່ວຍ​ທຸກຄົນ​ໃຫ້​ຫາຍ​ດີ.


ໃນ​ທັນໃດນັ້ນ ມັນ​ກໍ​ແຜດ​ສຽງ​ວ່າ, “ໂອ ບຸດ​ພຣະເຈົ້າ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກ​ຂ້ານ້ອຍ? ທ່ານ​ຈະ​ມາ​ລົງໂທດ​ພວກ​ຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ຊັ້ນບໍ?”


ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລ້ວ​ເພື່ອ​ເປັນ​ຫຼັກຖານ​ໃຫ້​ທຸກຄົນ​ເຫັນ​ວ່າ​ເຈົ້າ​ດີ​ສະອາດ ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້.”


ພຣະເຢຊູເຈົ້າ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ມິດ​ແມ ແລະ​ອອກ​ຈາກ​ຊາຍ​ຄົນ​ນີ້​ສາ.”


ເມື່ອ​ຍາມແລງ​ພໍ​ຕາເວັນ​ຕົກ​ດິນ ປະຊາຊົນ​ກໍ​ພາ​ທຸກຄົນ​ທີ່​ເຈັບປ່ວຍ ແລະ​ມີ​ຜີມານຮ້າຍ​ສິງ​ມາ​ຫາ​ພຣະເຢຊູເຈົ້າ.


ພຣະເຢຊູເຈົ້າ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ ທີ່​ເຈັບໄຂ້​ໄດ້ປ່ວຍ​ດ້ວຍ​ພະຍາດ​ທຸກ​ຊະນິດ​ໃຫ້​ຫາຍ​ດີ ແລະ​ຂັບໄລ່​ຜີມານຮ້າຍ​ຫລາຍ​ໂຕ​ອອກ​ໄປ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜີມານຮ້າຍ​ທັງຫລາຍ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ພວກ​ມັນ​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ.


ພວກ​ຜີຊົ່ວຮ້າຍ​ສິງ​ຢູ່​ໃນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະອົງ ພວກ​ມັນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”


ພຣະອົງ​ມາ​ຢືນ​ຢູ່​ຂ້າງ​ນາງ ແລະ​ສັ່ງ​ໄຂ້​ນັ້ນ​ໃຫ້​ໜີໄປ, ໄຂ້​ກໍ​ຫາຍ​ໜີໄປ​ຈາກ​ນາງ ແລະ​ທັນໃດນັ້ນ ນາງ​ກໍ​ລຸກ​ຂຶ້ນ​ບົວລະບັດ​ຮັບໃຊ້​ພຣະອົງ​ກັບ​ພວກ​ສາວົກ.


ການ​ທີ່​ໄດ້​ຈົດ​ເຫດການ​ເຫຼົ່ານີ້​ໄວ້​ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ຝ່າຍ​ພວກເຈົ້າ​ທີ່​ເຊື່ອ​ວ່າ ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ນັ້ນ​ກໍດີ​ຢູ່​ແລ້ວ, ສ່ວນ​ພວກ​ຜີມານຮ້າຍ​ກໍ​ເຊື່ອ​ເໝືອນກັນ ແລະ​ມັນ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka