Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:40 - ພຣະຄຳພີສັກສິ

40 ພໍ​ຕາເວັນ​ຕົກ​ດິນ ຜູ້​ທີ່​ມີ​ໝູ່ເພື່ອນ​ບໍ່​ສະບາຍ​ຍ້ອນ​ພະຍາດ​ໂຣຄາ​ຕ່າງໆ ກໍໄດ້​ນຳ​ຄົນ​ເຫຼົ່ານັ້ນ​ມາ​ຫາ​ພຣະເຢຊູເຈົ້າ ພຣະອົງ​ວາງ​ມື​ໃສ່​ເທິງ​ພວກເຂົາ​ທຸກຄົນ ແລະ​ຊົງ​ໂຜດ​ໃຫ້​ພວກເຂົາ​ຫາຍ​ດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

40 ເມື່ອ​ຕາເວັນ​ກຳລັງ​ຕົກ​ດິນ ປະຊາຊົນ​ໄດ້​ນຳ​ຄົນ​ເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ຫາ​ພຣະເຢຊູເຈົ້າ, ພຣະອົງ​ໄດ້​ວາງ​ມື​ໃສ່​ພວກເຂົາ​ແຕ່ລະຄົນ ແລະ ປິ່ນປົວ​ພວກເຂົາ​ໃຫ້​ຫາຍດີ.

Uka jalj uñjjattʼäta Copia luraña




ລູກາ 4:40
12 Jak'a apnaqawi uñst'ayäwi  

ຄື: ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ຄົນ​ຂາ​ຫ້ານ​ຍ່າງ​ໄດ້, ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວປະເສີດ​ກໍ​ມີ​ການ​ປະກາດ​ແກ່​ຄົນ​ຍາກຈົນ.


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ກ່ຽວກັບ​ໂຢຮັນ ພຣະອົງ​ກໍ​ສະເດັດ​ລົງ​ເຮືອ​ຈາກ​ທີ່​ນັ້ນ ໄປ​ບ່ອນທີ່​ມິດງຽບ​ຢູ່​ຕ່າງຫາກ, ເມື່ອ​ປະຊາຊົນ​ຮູ້​ເລື່ອງ​ນີ້ ຈຶ່ງ​ອອກ​ຈາກ​ເມືອງ​ຕ່າງໆ​ຍ່າງ​ຕິດຕາມ​ພຣະອົງ​ໄປ.


ພຣະອົງ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ​ໂຣຄາ, ບັນດາ​ຄົນ​ເຈັບ​ດ້ວຍ​ພະຍາດ​ຕ່າງໆ ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຈະ​ຈັບບາຍ​ພຣະອົງ.


ແລະ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ນຳ​ພຣະເຢຊູເຈົ້າ​ວ່າ, “ລູກສາວ​ຂ້ານ້ອຍ​ເຈັບ​ໜັກ​ໃກ້​ຈະ​ຕາຍ​ແລ້ວ ຂໍ​ທ່ານ​ກະລຸນາ​ໄປ​ວາງ​ມື​ໃສ່​ນາງ​ດ້ວຍ​ເຖີດ ເພື່ອ​ລາວ​ຈະ​ຫາຍ​ດີ ແລະ​ມີ​ຊີວິດ​ຢູ່.”


ພຣະເຢຊູເຈົ້າ​ບໍ່ໄດ້​ເຮັດ​ການ​ອັດສະຈັນ​ໃດໆ​ຢູ່​ໃນ​ເມືອງ​ນີ້ ນອກຈາກ​ພຣະອົງ​ໄດ້​ວາງ​ມື​ໃສ່​ຄົນ​ເຈັບໄຂ້​ໄດ້ປ່ວຍ​ບາງຄົນ ແລະ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ.


ແມ່ນແຕ່​ຜ້າ​ເຊັດເຫື່ອ​ກັບ​ຜ້າ​ກັນເປື້ອນ​ທີ່​ເພິ່ນ​ໃຊ້ ຊຶ່ງ​ຖືກ​ນຳ​ໄປ​ວາງ​ໃສ່​ຄົນ​ເຈັບປ່ວຍ ແລະ​ໂຣກໄພໄຂ້ເຈັບ​ຕ່າງໆ​ຂອງ​ພວກເຂົາ​ກໍ​ຫາຍ​ດີ ແລະ​ບັນດາ​ຜີຊົ່ວຮ້າຍ​ທີ່​ສິງ​ກໍ​ອອກ​ໄປ​ຈາກ​ພວກເຂົາ​ດ້ວຍ.


ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບປ່ວຍ​ໃສ່​ບ່ອນ​ນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນທາງ ເພື່ອ​ວ່າ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງໜ້ອຍ​ເງົາ​ຂອງທ່ານ​ຈະ​ຖືກ​ບາງຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka