Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:4 - ພຣະຄຳພີສັກສິ

4 ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ມະນຸດ​ຈະ​ບໍ່​ລ້ຽງ​ຊີວິດ ພຽງແຕ່​ອາຫານ​ຢ່າງ​ດຽວ.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ດ້ວຍ​ອາຫານ​ພຽງ​ຢ່າງ​ດຽວ​ກໍ​ບໍ່​ໄດ້’”.

Uka jalj uñjjattʼäta Copia luraña




ລູກາ 4:4
13 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ເຮົາ​ກໍ​ຈະ​ອວຍພອນ​ພວກເຈົ້າ ບໍຣິບູນ​ໄປ​ດ້ວຍ​ອາຫານ​ການ​ກິນ​ແລະ​ນໍ້າດື່ມ ທັງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ.


ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”


ຈົ່ງ​ປະ​ພວກ​ເດັກ​ກຳພ້າ​ໄວ້​ກັບ​ເຮົາ​ສາ ແລະ​ເຮົາ​ຈະ​ເບິ່ງແຍງ​ພວກເຂົາ​ເອງ. ບັນດາ​ແມ່ໝ້າຍ​ຂອງ​ພວກເຈົ້າ​ເພິ່ງພາ​ອາໄສ​ເຮົາ​ໄດ້.”


ຝ່າຍ​ພຣະອົງ​ກໍ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ ‘ມະນຸດ​ຈະ​ບໍ່​ລ້ຽງ​ຊີວິດ​ດ້ວຍ​ອາຫານ​ສິ່ງ​ດຽວ, ແຕ່​ລ້ຽງ​ດ້ວຍ​ພຣະຄຳ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະໂອດ​ຂອງ​ພຣະເຈົ້າ’.”


“ດັ່ງນັ້ນ ຢ່າ​ກະວົນ​ກະວາຍ​ເລີຍ​ວ່າ, ‘ຈະ​ກິນ​ຫຍັງ? ຈະ​ດື່ມ​ຫຍັງ? ແລະ​ຈະ​ນຸ່ງ​ຫົ່ມ​ຫຍັງ?’


ແລ້ວ​ພຣະອົງ​ຊົງ​ຖາມ​ພວກ​ສາວົກ​ວ່າ, “ເມື່ອ​ເຮົາ​ໄດ້​ໃຊ້​ເຈົ້າ​ທັງຫລາຍ​ອອກ​ໄປ​ນັ້ນ ໂດຍ​ບໍ່ມີ​ຖົງ​ເງິນ ບໍ່ມີ​ຖົງເຄື່ອງ​ແລະ​ບໍ່ມີ​ເກີບ ພວກເຈົ້າ​ໄດ້​ຂາດເຂີນ​ສິ່ງໃດ​ແດ່?” ພວກເພິ່ນ​ຕອບ​ວ່າ, “ບໍ່ໄດ້​ຂາດເຂີນ​ສິ່ງໃດ​ເລີຍ.”


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ຂອງ​ພຣະອົງ ມາ​ພິທັກ​ຮັກສາ​ທ່ານ​ໄວ້.’


ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ນີ້​ໃຫ້​ກາຍເປັນ​ອາຫານ​ເບິ່ງດູ.”


ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ​ບົວລະບັດ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ.”’


ຈົ່ງ​ເອົາ​ຄວາມ​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງກັນ​ຫົວ​ໄວ້ ແລະ​ຈົ່ງ​ຖື​ພຣະ​ແສງ​ຂອງ​ພຣະວິນຍານ ຄື​ພຣະທຳ​ຂອງ​ພຣະເຈົ້າ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ອຶດຫິວ ແລ້ວ​ພຣະອົງ​ກໍ​ໃຫ້​ພວກເຈົ້າ​ໄດ້​ກິນ​ມານາ ຄື​ອາຫານ​ທີ່​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ​ມາ​ກ່ອນ. ພຣະອົງ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ສອນ​ພວກເຈົ້າ​ວ່າ ມະນຸດ​ຈະ​ບໍ່ໄດ້​ລ້ຽງ​ຊີວິດ​ດ້ວຍ​ອາຫານ​ແຕ່​ຢ່າງ​ດຽວ ແຕ່​ດ້ວຍ​ທຸກ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka