Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:36 - ພຣະຄຳພີສັກສິ

36 ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ເປັນ​ຢ່າງ​ໃດ​ໜໍ ເພາະວ່າ​ເພິ່ນ​ໄດ້​ສັ່ງ​ຜີຊົ່ວຮ້າຍ​ເຫຼົ່ານີ້​ດ້ວຍ​ອຳນາດ​ແລະ​ຣິດເດດ ແລ້ວ​ພວກ​ມັນ​ກໍ​ອອກ​ໜີໄປ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

36 ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ຖ້ອຍຄຳ​ເຫລົ່ານີ້​ແມ່ນ​ຫຍັງ? ເພາະວ່າ​ເພິ່ນ​ໄດ້​ສັ່ງ​ວິນຍານສົກກະປົກ​ເຫລົ່ານີ້​ດ້ວຍ​ສິດອຳນາດ ແລະ ລິດເດດ ແລ້ວ​ມັນ​ກໍ​ອອກ​ມາ!”

Uka jalj uñjjattʼäta Copia luraña




ລູກາ 4:36
10 Jak'a apnaqawi uñst'ayäwi  

ແຕ່​ພໍ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄປ​ແລ້ວ ຄົນ​ປາກກືກ​ຜູ້ນັ້ນ​ກໍ​ເວົ້າ​ໄດ້ ຄົນ​ທັງຫລາຍ​ງຶດ​ປະຫລາດ​ໃຈ ແລະ​ພາກັນ​ເວົ້າ​ວ່າ, “ບໍ່ເຄີຍ​ເຫັນ​ເຫດການ​ຢ່າງ​ນີ້​ຈັກເທື່ອ​ໃນ​ຊາດ​ອິດສະຣາເອນ.”


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ຄຳສັ່ງສອນ​ໃໝ່​ມີ​ສິດ​ອຳນາດ​ແທ້ ເພາະ​ທ່ານ​ຜູ້​ນີ້​ສັ່ງ​ຜີຊົ່ວຮ້າຍ ແລະ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”


ປະຊາຊົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ຈຶ່ງ​ເວົ້າ​ກັນ​ວ່າ, “ທຸກສິ່ງ​ທີ່​ທ່ານ​ໄດ້​ເຮັດ ລ້ວນແຕ່​ເປັນ​ການ​ດີ​ທັງສິ້ນ ແມ່ນແຕ່​ຄົນ​ຫູໜວກ​ທ່ານ​ກໍ​ເຮັດ​ໃຫ້​ໄດ້ຍິນ ແລະ​ຄົນ​ປາກກືກ​ກໍ​ເຮັດ​ໃຫ້​ປາກ​ໄດ້.”


ທຸກຄົນ​ທີ່​ໄດ້​ຟັງ​ພວກ​ຜູ້​ລ້ຽງ​ແກະ​ເລົ່າ ຕ່າງ​ກໍ​ປະຫລາດ​ໃຈ​ຕໍ່​ສິ່ງ​ທີ່​ພວກ​ຜູ້​ລ້ຽງ​ແກະ​ໄດ້​ເລົ່າ​ນັ້ນ.


ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຫລາດ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະອົງ ເພາະ​ພຣະອົງ​ສອນ​ດ້ວຍ​ຣິດອຳນາດ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka