ລູກາ 4:25 - ພຣະຄຳພີສັກສິ25 “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນສະໄໝຂອງເອລີຢາ ເມື່ອຝົນບໍ່ຕົກສາມປີເຄິ່ງ ຊຶ່ງເປັນເຫດໃຫ້ເກີດການອຶດຢາກຢ່າງຮ້າຍແຮງທົ່ວດິນແດນນັ້ນ ໄດ້ມີແມ່ໝ້າຍຫລາຍຄົນໃນຊາດອິດສະຣາເອນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່25 ເຮົາຢືນຢັນກັບພວກເຈົ້າວ່າມີແມ່ໝ້າຍຫລາຍຄົນຢູ່ອິດສະຣາເອນໃນຂອງສະໄໝເອລີຢາ, ເມື່ອເວລາທີ່ທ້ອງຟ້າຖືກປິດບໍ່ໃຫ້ຝົນຕົກເປັນເວລາສາມປີເຄິ່ງ ແລະ ເກີດການອຶດຢາກອາຫານຢ່າງຮ້າຍແຮງທົ່ວແຜ່ນດິນ, Uka jalj uñjjattʼäta |
ໃນເວລາໂມງນັ້ນ ພຣະເຢຊູເຈົ້າຊົງມີຄວາມຊື່ນຊົມຍີນດີ ດ້ວຍພຣະວິນຍານບໍຣິສຸດເຈົ້າ ຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງເປັນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ຊົງປົກບັງສິ່ງເຫຼົ່ານີ້ໄວ້ ຈາກຜູ້ມີປັນຍາ ແລະຜູ້ສະຫລາດ, ແຕ່ໄດ້ຊົງສຳແດງໃຫ້ແກ່ພວກເດັກນ້ອຍຮູ້ ຂ້າແດ່ພຣະບິດາເຈົ້າ ພຣະອົງຊົງເຫັນຊອບດັ່ງນັ້ນ.”