ລູກາ 4:23 - ພຣະຄຳພີສັກສິ23 ພຣະອົງຊົງກ່າວແກ່ພວກເຂົາວ່າ, “ພວກເຈົ້າຄົງຈະກ່າວຄຳສຸພາສິດຂໍ້ນີ້ ຕໍ່ເຮົາເປັນແນ່ຄືວ່າ, ‘ທ່ານໝໍເອີຍ, ຈົ່ງປົວຕົວເອງໃຫ້ດີ’ ຄື ‘ບັນດາການ ຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະທຳໃນເມືອງກາເປນາອູມ ຈົ່ງເຮັດໃນເມືອງຂອງຕົນທີ່ນີ້ເໝືອນກັນ.”’ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່23 ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ແນ່ນອນ ພວກເຈົ້າຄົງຈະຍົກສຸພາສິດນີ້ກ່າວຕໍ່ເຮົາວ່າ: ‘ທ່ານໝໍ, ຈົ່ງປິ່ນປົວຕົນເອງສາ!’ ແລະ ພວກເຈົ້າຈະເວົ້າຕໍ່ເຮົາວ່າ, ‘ສິ່ງທີ່ພວກເຮົາໄດ້ຍິນວ່າທ່ານເຮັດຢູ່ໃນເມືອງກາເປນາອູມນັ້ນ ຈົ່ງເຮັດໃນເມືອງຂອງຕົນບ່ອນນີ້ເໝືອນກັນ’”. Uka jalj uñjjattʼäta |
ດ້ວຍເຫດໃດເຈົ້າຈຶ່ງກ້າເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ພີ່ນ້ອງເອີຍ, ກະລຸນາໃຫ້ຂ້ອຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າແດ່’ ໃນເມື່ອໄມ້ທັງທ່ອນຍັງຢູ່ໃນຕາຂອງເຈົ້າພັດແນມບໍ່ເຫັນ? ໂອ ຄົນໜ້າຊື່ໃຈຄົດເອີຍ ຈົ່ງເອົາທ່ອນໄມ້ອອກຈາກຕາຂອງເຈົ້າເອງກ່ອນ ແລ້ວເຈົ້າກໍຈະເຫັນແຈ້ງດີ ເພື່ອເຂ່ຍຂີ້ເຫຍື້ອອອກຈາກຕາພີ່ນ້ອງຂອງເຈົ້າ.”