Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:22 - ພຣະຄຳພີສັກສິ

22 ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ຄົນ​ທັງປວງ​ເວົ້າ​ຍົກຍ້ອງ​ພຣະອົງ ແລະ ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ເຕັມ​ດ້ວຍ​ຄວາມ​ເມດຕາ​ຈາກ​ປາກ​ຂອງ​ພຣະອົງ. ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ?”

Uka jalj uñjjattʼäta Copia luraña




ລູກາ 4:22
20 Jak'a apnaqawi uñst'ayäwi  

ທ່ານ​ເປັນ​ຜູ້​ງາມເລີດ​ຮູບຮ່າງ​ໄດ້​ສັດສ່ວນ​ດີ ໃນ​ທ່າມກາງ​ຜູ້ຊາຍ​ທັງຫລາຍ​ນັ້ນ ທ່ານ​ເປັນ​ນັກ​ເວົ້າ​ທີ່​ມີ​ໂວຫານ​ດີ ເພາະ​ພຣະເຈົ້າ​ໄດ້​ອວຍພອນ​ທ່ານ​ມາ​ຕະຫລອດ.


ໃນ​ຄວາມ​ຜ່າເຜີຍ​ນັ້ນ ທ່ານ​ຈົ່ງ​ຂີ່​ມ້າ​ອອກ​ໄປ ຈົ່ງ​ມຸ່ງໜ້າ​ສູ່​ຄວາມມີໄຊ ເພື່ອ​ປ້ອງກັນ​ໄວ້ ຊຶ່ງ​ຄວາມຈິງ​ແລະ​ຄວາມ​ຍຸດຕິທຳ ກຳລັງ​ທີ່​ທ່ານ​ມີ​ຢູ່​ຈະ​ໃຫ້​ທ່ານ​ມີໄຊ​ຍິ່ງໃຫຍ່


ຄົນ​ຊອບທຳ​ເວົ້າ​ແຕ່​ສິ່ງ​ທີ່​ຖືກຕ້ອງ, ແຕ່​ຄົນຊົ່ວຊ້າ​ເວົ້າ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ເຈັບໃຈ.


ຜູ້​ທີ່​ເຂົ້າໃຈ​ດີ​ກໍ​ເປັນ​ຄົນ​ມີ​ປັນຍາ ຄຳເວົ້າ​ອັນ​ໜ້າຮັກ​ກໍ​ຊະນະ​ໃຈ​ຄົນ.


ຄວາມ​ຄິດ​ເຫັນ​ອັນ​ເດັ່ນຊັດ ກໍ​ເໝືອນດັ່ງ​ກີ້ຄຳ​ທີ່​ປະດັບ​ຢູ່​ໃນ​ເງິນ.


ຄຳເວົ້າ​ຂອງ​ຄົນສະຫລາດ​ນຳ​ກຽດ​ມາ​ສູ່​ຕົນ, ແຕ່​ຄົນໂງ່ຈ້າ​ຖືກ​ທຳລາຍ​ເພາະ​ຖ້ອຍຄຳ​ທີ່​ຕົນ​ເວົ້າ.


ປາກ​ລາວ​ຫວານຊື່ນ ເປັນ​ໜ້າ​ຈູບ​ອີ່ຫລີ ທຸກສິ່ງ​ໃນ​ຕົວ​ລາວ ເຮັດ​ໃຫ້​ຂ້ອຍ​ໄຝ່ຝັນ​ຫາ​ເລື້ອຍ. ຄົນຮັກ​ຂອງຂ້ອຍ ກໍ​ເປັນ​ດັ່ງນີ້ແຫລະ ເປັນ​ທັງ​ເພື່ອນແທ້ ແລະ​ທີ່ຮັກ​ຂອງຂ້ອຍ​ຄືກັນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ ເພື່ອ​ວ່າ​ຂ້ອຍ​ຈະ​ໄດ້​ຊ່ວຍ​ຜູ້​ທີ່​ອ່ອນແຮງ ໃຫ້​ພວກເຂົາ​ເຂັ້ມແຂງ​ແລະ​ມີ​ແຮງ​ຂຶ້ນ​ໃໝ່. ທຸກໆເຊົ້າ ພຣະອົງ​ໄດ້​ໃຫ້​ຂ້ອຍ​ຫິວກະຫາຍ ຟັງ​ສິ່ງ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຂ້ອຍ.


ທຸກຄົນ​ທີ່​ໄດ້ຍິນ​ພຣະອົງ​ກ່າວ ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ສະຕິປັນຍາ ແລະ​ຄຳຕອບ​ຂອງ​ພຣະ​ກຸມມານ​ນັ້ນ.


ຝ່າຍ​ພໍ່​ແມ່​ກໍ​ປະຫລາດ​ໃຈ​ເມື່ອ​ໄດ້​ເຫັນ ແລະ​ແມ່​ຈຶ່ງ​ຖາມ​ວ່າ, “ລູກ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້​ກັບ​ພວກເຮົາ? ພໍ່​ກັບ​ແມ່​ເລາະ​ຊອກ​ຫາ​ເຈົ້າ​ດ້ວຍ​ຄວາມ​ກັງວົນ​ໃຈ​ທີ່ສຸດ.”


ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຖ້ອຍຄຳ ແລະ​ສະຕິປັນຍາ ຊຶ່ງ​ພວກ​ຜູ້​ຂັດຂວາງ​ຕໍ່ສູ້​ຈະ​ບໍ່​ສາມາດ​ໂຕ້ຕອບ ຫລື​ໂຕ້ແຍ້ງ​ພວກເຈົ້າ​ໄດ້.


ແລະ ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະທຳ​ຕອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ​ໃນວັນນີ້ ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ແຫຼະ.”


ຟີລິບ​ໄດ້​ໄປ​ຫາ​ນະທານາເອັນ ແລະ​ບອກ​ລາວ​ວ່າ, “ຂ້ອຍ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ເລື່ອງ​ຂອງ​ເພິ່ນ ໃນ​ໜັງສື​ກົດບັນຍັດ​ແລ້ວ ແລະ​ທັງ​ພວກ​ຜູ້ທຳນວາຍ​ກໍໄດ້​ຂຽນ​ໄວ້​ເໝືອນກັນ ເພິ່ນ​ແມ່ນ​ເຢຊູ ລູກ​ຂອງ​ໂຢເຊັບ​ໄທ​ນາຊາເຣັດ.”


ພວກເຂົາ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ​ບໍ່ແມ່ນ​ບໍ? ພວກເຮົາ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ​ດີ ດ້ວຍເຫດໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ, ‘ເຮົາ​ລົງ​ມາ​ຈາກ​ສະຫວັນ?”’


ພວກ​ເຈົ້າໜ້າທີ່​ຕອບ​ວ່າ, “ບໍ່ເຄີຍ​ເຫັນ​ຜູ້ໃດ​ທີ່​ເວົ້າ​ເໝືອນ​ດັ່ງ​ຊາຍ​ຄົນ​ນີ້​ຈັກເທື່ອ.”


ຄົນ​ເຫຼົ່ານັ້ນ​ຕໍ່ສູ້​ກັບ​ຄຳ​ທີ່​ທ່ານ​ກ່າວ​ດ້ວຍ​ສະຕິປັນຍາ ແລະ​ດ້ວຍ​ພຣະວິນຍານ​ບໍ່ໄດ້.


ຈົ່ງ​ໃຊ້​ຄຳ​ເວົ້າ​ອັນ​ຖືກຕ້ອງ​ທ່ຽງທຳ ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ຕິຕຽນ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຂັດຂວາງ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ໂດຍ​ບໍ່ມີ​ຄຳ​ຊົ່ວຊ້າ​ອັນ​ໃດ ທີ່​ຈະ​ວ່າ​ກ່າວ​ພວກເຮົາ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka