Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:2 - ພຣະຄຳພີສັກສິ

2 ໃນ​ທີ່ນັ້ນ ພຣະອົງ​ໄດ້​ຖືກ​ມານຮ້າຍ​ທົດລອງ​ເປັນ​ເວລາ​ສີ່ສິບ​ວັນ ໃນ​ວັນ​ເຫຼົ່ານັ້ນ ພຣະອົງ​ບໍ່ໄດ້​ກິນ​ຫຍັງ​ເລີຍ ເມື່ອ​ວັນ​ເຫຼົ່ານັ້ນ​ຜ່ານ​ພົ້ນ​ໄປ​ແລ້ວ ພຣະອົງ​ກໍ​ຢາກ​ອາຫານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພຣະອົງ​ຖືກ​ມານຮ້າຍ​ທົດລອງ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ. ໃນ​ລະຫວ່າງ​ວັນ​ເຫລົ່ານັ້ນ​ພຣະອົງ​ບໍ່​ໄດ້​ກິນ​ຫຍັງ​ເລີຍ ແລະ ເມື່ອ​ສິ້ນສຸດ​ສີ່ສິບ​ວັນ​ແລ້ວ​ພຣະອົງ​ກໍ​ຢາກ​ອາຫານ.

Uka jalj uñjjattʼäta Copia luraña




ລູກາ 4:2
16 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ເອລີຢາ​ກໍ​ລຸກ​ຂຶ້ນ​ກິນ​ແລະ​ດື່ມ; ດ້ວຍ​ອາຫານ​ນັ້ນ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ເຫື່ອແຮງ​ຍ່າງ​ໄດ້​ສີ່ສິບ​ວັນ ໄປ​ສູ່​ພູເຂົາ​ຊີນາຍ ພູ​ຂອງ​ພຣະເຈົ້າ.


“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ໂມເຊ​ໄດ້​ຍ່າງ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ​ເຂົ້າ​ໄປ​ໃນ​ເມກ​ນັ້ນ. ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ ແລະ​ສີ່ສິບ​ຄືນ.


ໂມເຊ​ໄດ້​ຢູ່​ທີ່​ນັ້ນ​ກັບ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ເພິ່ນ​ໄດ້​ຂຽນ​ຖ້ອຍຄຳ​ຕ່າງໆ​ຂອງ​ພັນທະສັນຍາ​ໃສ່​ລົງ​ໃນ​ແຜ່ນຫີນ ຄື​ຂຽນ​ຂໍ້ຄຳສັ່ງ​ສິບ​ປະການ.


ເພິ່ນ​ໄດ້​ປະກາດ​ໃຫ້​ປະຊາຊົນ​ຢູ່​ໃນ​ເມືອງ​ນີເນເວ​ຮູ້​ທົ່ວເຖິງກັນ​ວ່າ, “ຕໍ່ໄປນີ້ ແມ່ນ​ຄຳສັ່ງ​ຈາກ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງເພິ່ນ: ຢ່າ​ໃຫ້​ຜູ້ໃດ​ກິນ​ຫຍັງ​ເລີຍ; ຊາວ​ເມືອງ​ທຸກຄົນ ຝູງງົວ ແລະ​ຝູງແກະ​ທຸກ​ໂຕ ຫ້າມ​ກິນ​ຫລື​ດື່ມ​ສິ່ງໃດໆ​ທັງນັ້ນ.


ແຕ່​ເຊົ້າ​ຂອງ​ວັນ​ຕໍ່ມາ ຂະນະທີ່​ພຣະເຢຊູເຈົ້າ​ສະເດັດ​ຄືນ​ເຂົ້າ​ໄປ​ໃນ​ນະຄອນ ພຣະອົງ​ຊົງ​ຫິວ​ອາຫານ.


ຫລັງຈາກ​ອົດ​ອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ.


ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ນີ້​ໃຫ້​ກາຍເປັນ​ອາຫານ​ເບິ່ງດູ.”


ນໍ້າສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ປະມານ​ທ່ຽງວັນ ພຣະເຢຊູເຈົ້າ​ມີ​ຄວາມ​ອິດເມື່ອຍ​ຍ້ອນ​ການ​ເດີນທາງ ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນໍ້າສ້າງ​ນັ້ນ.


ແລ້ວ​ອີກເທື່ອໜຶ່ງ ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ​ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ຂ້າພະເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເພາະວ່າ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະເຈົ້າຢາເວ​ສີ່ສິບ​ວັນ​ສີ່ສິບ​ຄືນ ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ຕົກລົງ​ໃຈ​ທີ່​ຈະ​ທຳລາຍ​ພວກເຈົ້າ.


ຂ້າພະເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ ເພື່ອ​ຮັບ​ເອົາ​ແຜ່ນຫີນ ຊຶ່ງ​ເປັນ​ແຜ່ນຫີນ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ຢູ່​ທີ່​ນັ້ນ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ດື່ມ​ຫຍັງ.


ເພາະວ່າ ພຣະອົງ​ເອງ​ໄດ້​ຖືກ​ທົດລອງ ແລະ​ຖືກ​ທົນທຸກ​ທໍລະມານ​ມາ​ກ່ອນ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຊ່ວຍ​ຜູ້​ທີ່​ຖືກ​ທົດລອງ​ນັ້ນ​ໄດ້.


ເພາະວ່າ ພວກເຮົາ​ບໍ່ໄດ້​ມີ​ມະຫາ​ປະໂຣຫິດ ທີ່​ບໍ່​ສາມາດ​ຈະ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກເຮົາ, ແຕ່​ມີ​ຕົນ​ໜຶ່ງ​ທີ່​ຊົງ​ຖືກ​ທົດລອງ​ເໝືອນ​ຢ່າງ​ເຮົາ​ທຸກປະການ, ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ບໍ່ມີ​ບາບ.


ສ່ວນ​ໂກລີອາດ​ກໍໄດ້​ທ້າທາຍ​ພວກ​ອິດສະຣາເອນ ທຸກ​ເຊົ້າ​ທຸກ​ແລງ​ເປັນ​ເວລາ​ສີ່ສິບ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka