ລູກາ 4:18 - ພຣະຄຳພີສັກສິ18 “ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ຊົງສະຖິດຢູ່ເທິງຂ້ານ້ອຍ ເພາະພຣະອົງໄດ້ຫົດສົງແຕ່ງຕັ້ງຂ້ານ້ອຍໄວ້ ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ. ພຣະອົງໃຊ້ຂ້ານ້ອຍໄປປະກາດ ອິດສະຫລະພາບ ແກ່ຄົນທັງຫລາຍທີ່ຖືກຈຳຈອງ ແລະ ຄົນຕາບອດຈະເຫັນຮຸ່ງອີກ ປົດປ່ອຍຜູ້ຖືກກົດຂີ່ໃຫ້ເປັນອິດສະຫລະ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່18 “ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຢູ່ເທິງຂ້ານ້ອຍ ເພາະພຣະອົງເຈີມແຕ່ງຕັ້ງຂ້ານ້ອຍໄວ້ ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ. ພຣະອົງໃຊ້ຂ້ານ້ອຍໄປປະກາດອິດສະຫລະພາບແກ່ນັກໂທດ ແລະ ໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ປົດປ່ອຍຜູ້ທີ່ຖືກກົດຂີ່ຂົ່ມເຫັງໃຫ້ເປັນອິດສະຫລະ, Uka jalj uñjjattʼäta |
ເຮົາເອງໄດ້ປຸກປັ່ນໄຊຣັດໃຫ້ດຳເນີນການ ເພື່ອສຳເລັດເປົ້າໝາຍ ແລະຈັດໃຫ້ຖືກຕ້ອງ. ເຮົາຈະເຮັດທາງທຸກເສັ້ນທີ່ລາວເດີນໄປໃຫ້ຊື່ ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ຄືເມືອງຂອງເຮົາ ແລະຈະປ່ອຍຄົນຂອງເຮົາທີ່ຖືກຈັບໃຫ້ເປັນເສລີ ບໍ່ມີຜູ້ໃດຈ້າງໃຫ້ເຮັດ ຫລືຈອບອອຍລາວດ້ວຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເລື່ອງທັງໝົດເຫຼົ່ານີ້ໄວ້.
ຝ່າຍເຮົາເຮັດພັນທະສັນຍາກັບພວກເຈົ້າ ພຣະເຈົ້າຢາເວກ່າວວ່າ: ເຮົາໄດ້ມອບພຣະວິນຍານຂອງເຮົາໃຫ້ພວກເຈົ້າ ແລະມອບຂໍ້ຄຳສັ່ງສອນຂອງເຮົາໃຫ້ເປັນຂອງພວກເຈົ້າຕະຫລອດໄປ ແລະຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຕ້ອງເຊື່ອຟັງເຮົາ ພ້ອມທັງສັ່ງສອນພວກລູກຫລານແລະເຊື້ອສາຍຂອງພວກເຈົ້າ ໃຫ້ເຊື່ອຟັງເຮົາທຸກຍຸກທຸກສະໄໝ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ.
ເຈັດເທື່ອເຈັດສິບປີນັ້ນແມ່ນໄລຍະເວລາ ທີ່ພຣະເຈົ້າໄດ້ກຳນົດໃຫ້ປະຊາຊົນແລະເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບແລະເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະຄວາມຍຸດຕິທຳອັນຖາວອນຈະປາກົດມີມາ ເພື່ອວ່ານິມິດ ແລະຖ້ອຍຄຳຂອງຜູ້ທຳນວາຍຈະກາຍເປັນຈິງ ແລະເພື່ອພຣະວິຫານອັນສັກສິດ ຈະໄດ້ຖືກຢຶດຖວາຍຄືນໃໝ່ໃຫ້ແກ່ພຣະເຈົ້າ.
ແລ້ວພຣະອົງກໍຕອບຄົນທີ່ໂຢຮັນໃຊ້ມານັ້ນວ່າ, “ຈົ່ງກັບໄປບອກໂຢຮັນ ຕາມທີ່ພວກເຈົ້າໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດເຫັນຮຸ່ງໄດ້ ຄົນເປ້ຍຍ່າງໄດ້ ຜູ້ທີ່ທົນທຸກດ້ວຍພະຍາດຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາມີຊີວິດ ແລະຂ່າວປະເສີດກໍປະກາດແກ່ຄົນຍາກຈົນ.