Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:16 - ພຣະຄຳພີສັກສິ

16 ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແລ້ວ​ພຣະອົງ​ໄປ​ທີ່​ນາຊາເຣັດ​ບ່ອນ​ທີ່​ພຣະອົງ​ຈະເລີນ​ເຕີບໃຫຍ່​ຂຶ້ນ, ແລະ ໃນ​ວັນຊະບາໂຕ ພຣະອົງ​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ປົກກະຕິ ແລະ ໄດ້​ຢືນ​ຂຶ້ນ​ອ່ານ​ພຣະຄຳ.

Uka jalj uñjjattʼäta Copia luraña




ລູກາ 4:16
14 Jak'a apnaqawi uñst'ayäwi  

ແລະ​ໄປ​ອາໄສ​ຢູ່​ເມືອງ​ໜຶ່ງ​ຊື່​ວ່າ ນາຊາເຣັດ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ ໄທ​ນາຊາເຣັດ.”


ເມື່ອ​ໂຢເຊັບ​ແລະ​ມາຣີ ເຮັດ​ທຸກສິ່ງ​ສຳເລັດ ຕາມ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແລ້ວ ພວກເພິ່ນ​ກໍ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງຕົນ ທີ່​ນາຊາເຣັດ​ໃນ​ແຂວງ​ຄາລີເລ.


ເມື່ອ​ພຣະ​ກຸມມານ​ເຢຊູ​ອາຍຸ​ໄດ້​ສິບສອງ​ປີ ພວກເພິ່ນ​ກໍໄດ້​ຂຶ້ນ​ໄປ​ສະຫລອງ​ເທດສະການ​ນີ້ ຕາມ​ທຳນຽມ​ທີ່​ເຄີຍ​ປະຕິບັດ​ມາ.


ແລ້ວ​ພຣະ​ກຸມມານ​ເຢຊູ ຈຶ່ງ​ລົງ​ເມືອ​ກັບ​ພວກເພິ່ນ​ສູ່​ເມືອງ​ນາຊາເຣັດ ແລະ​ອ່ອນນ້ອມ​ຍອມ​ຟັງ​ພວກເພິ່ນ ຝ່າຍ​ແມ່​ກໍ​ເກັບ​ກຳ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.


ພຣະອົງ​ໄດ້​ສັ່ງສອນ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ທຸກຄົນ.


ແລະ ເຂົາ​ກໍໄດ້​ຍື່ນ​ໜັງສື​ມ້ວນ​ຂອງ​ຜູ້ທຳນວາຍ​ເອຊາຢາ ໃຫ້​ພຣະອົງ​ອ່ານ ເມື່ອ​ພຣະອົງ​ພື​ໜັງສື​ມ້ວນ​ອອກ ກໍ​ພົບ​ຂໍ້ຄວາມ​ທີ່​ຂຽນ​ໄວ້​ວ່າ,


ແລະ ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະທຳ​ຕອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ​ໃນວັນນີ້ ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ແຫຼະ.”


ພຣະອົງ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຄົງ​ຈະ​ກ່າວ​ຄຳ​ສຸພາສິດ​ຂໍ້​ນີ້ ຕໍ່​ເຮົາ​ເປັນ​ແນ່​ຄື​ວ່າ, ‘ທ່ານໝໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ’ ຄື ‘ບັນດາ​ການ ຊຶ່ງ​ພວກເຮົາ​ໄດ້ຍິນ​ວ່າ ທ່ານ​ໄດ້​ກະທຳ​ໃນ​ເມືອງ​ກາເປນາອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງຕົນ​ທີ່​ນີ້​ເໝືອນກັນ.”’


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ຢ່າງ​ເປີດເຜີຍ ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ໃນ​ພຣະວິຫານ​ຢູ່​ສະເໝີ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເຮົາ​ບໍ່ໄດ້​ເວົ້າ​ສິ່ງໃດ​ສິ່ງໜຶ່ງ​ໃນ​ທີ່​ລັບລີ້.


ໂປໂລ​ເຂົ້າ​ໄປ​ໃນ​ທຳມະສາລາ ຕາມ​ທີ່​ເຄີຍ​ປະຕິບັດ​ມາ, ໃນ​ທີ່ນັ້ນ​ເພິ່ນ​ໄດ້​ຍົກ​ເອົາ​ຂໍ້ຄວາມ​ໃນ​ພຣະຄຳພີ​ຂຶ້ນ ໂຕ້ຕອບ​ກັບ​ປະຊາຊົນ​ເປັນ​ເວລາ​ສາມ​ວັນ​ຊະບາໂຕ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka