Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:15 - ພຣະຄຳພີສັກສິ

15 ພຣະອົງ​ໄດ້​ສັ່ງສອນ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ທຸກຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ພຣະອົງ​ສັ່ງສອນ​ໃນ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ທຸກຄົນ​ພາກັນ​ສັນລະເສີນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 4:15
10 Jak'a apnaqawi uñst'ayäwi  

ບັດນີ້ ເຈົ້າ​ຈະ​ເອີ້ນ​ຊົນຊາດ​ຕ່າງດ້າວ​ທັງຫລາຍ ຊຶ່ງ​ໃນ​ເວລາ​ໜຶ່ງ​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ ແຕ່​ບັດນີ້ ພວກເຂົາ​ຈະ​ແລ່ນ​ມາ​ຫາ​ເຈົ້າ ເພື່ອ​ຂໍ​ຮ່ວມເຂົ້າ​ກັບ​ເຈົ້າ​ໃດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເພາະ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ໃຫ້​ເຈົ້າ​ມີ​ສະຫງ່າຣາສີ​ແລະ​ກຽດຕິຍົດ.”


ເມື່ອ​ກັບ​ໄປ​ເຖິງ​ເມືອງ​ຂອງຕົນ​ແລ້ວ ພຣະອົງ​ໄດ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຳມະສາລາ​ຂອງ​ພວກເຂົາ ຈົນ​ພວກເຂົາ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ກັນ​ວ່າ, “ຄົນ​ນີ້​ໄດ້​ສະຕິປັນຍາ ແລະ​ເຮັດ​ການ​ອັດສະຈັນ​ນີ້​ມາ​ຈາກ​ໃສ?


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ພຣະເຢຊູເຈົ້າ​ໄດ້​ໄປ​ທຸກ​ເມືອງ​ທຸກ​ບ້ານ ແລະ​ພຣະອົງ​ໄດ້​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ໃຫ້​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ພະຍາດໂຣຄາ​ນາໆ​ຊະນິດ.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ເຫດການ​ນີ້​ພວກເຂົາ​ຈຶ່ງ​ຢ້ານ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ​ທີ່​ໃຫ້​ສິດ​ອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ຄຳສັ່ງສອນ​ໃໝ່​ມີ​ສິດ​ອຳນາດ​ແທ້ ເພາະ​ທ່ານ​ຜູ້​ນີ້​ສັ່ງ​ຜີຊົ່ວຮ້າຍ ແລະ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ຂັບໄລ່​ພວກ​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ແຕ່​ຊາຍ​ຄົນ​ນີ້​ພໍ​ຈາກ​ໄປ​ແລ້ວ ລາວ​ກໍ​ປະກາດ​ຂ່າວ​ນີ້​ໃຫ້​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ. ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ອາດ​ເຂົ້າ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່ໄປ, ແຕ່​ພຣະອົງ​ໄດ້​ໄປ​ອາໄສ​ຢູ່​ນອກ​ເມືອງ ໃນ​ບ່ອນ​ປ່ຽວ ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ.


ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka