Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:14 - ພຣະຄຳພີສັກສິ

14 ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ກັບຄືນ​ມາ​ແຂວງ​ຄາລີເລ ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ຂົງເຂດ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ພຣະເຢຊູເຈົ້າ​ໄດ້​ກັບ​ຄືນ​ມາ​ແຂວງ​ຄາລີເລ​ດ້ວຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ແລະ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ກະຈາຍ​ໄປ​ທົ່ວ​ເຂດ​ນັ້ນ.

Uka jalj uñjjattʼäta Copia luraña




ລູກາ 4:14
10 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຈັບ​ຂັງ​ຄຸກ​ແລ້ວ, ພຣະອົງ​ກໍໄດ້​ກັບໄປ​ແຂວງ​ຄາລີເລ.


ແລ້ວ​ເລື່ອງ​ກ່ຽວກັບ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ຊ່າລື​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.


ແຕ່​ເມື່ອ​ພວກເຂົາ​ຈາກ​ໄປ​ແລ້ວ ພວກເຂົາ​ກໍ​ປະກາດ​ຂ່າວ​ກ່ຽວກັບ​ພຣະອົງ ໃຫ້​ຊ່າລື​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.


ຫລັງຈາກ​ໂຢຮັນ​ຖືກ​ຈັບ​ໃສ່​ຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.


ດັ່ງນັ້ນ ຊື່ສຽງ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ຊ່າລື​ໄປ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ​ໃນ​ແຂວງ​ຄາລີເລ.


ເມື່ອ​ມານຮ້າຍ​ທົດລອງ​ພຣະເຢຊູເຈົ້າ​ທຸກປະການ​ແລ້ວ ມັນ​ກໍ​ໜີ​ຈາກ​ພຣະອົງ​ໄປ ຈົນເຖິງ​ເວລາ​ທີ່​ມັນ​ມີ​ໂອກາດ​ອີກ.


ແລ້ວ​ຊື່ສຽງ​ຂອງ​ພຣະເຢຊູເຈົ້າ ກໍ​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ​ໃນ​ຂົງເຂດ​ນັ້ນ.


ຫລັງຈາກ​ສອງ​ວັນ​ຜ່ານ​ໄປ​ແລ້ວ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ໄປ​ທີ່​ແຂວງ​ຄາລີເລ. (


ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ອັນ​ຍິ່ງໃຫຍ່ ທີ່​ໄດ້​ເກີດຂຶ້ນ​ທົ່ວ​ທັງ​ດິນແດນ​ຂອງ​ຢູດາຍ ຄື​ເຫດການ​ທີ່​ໄດ້​ເລີ່ມຕົ້ນ​ໃນ​ແຂວງ​ຄາລີເລ. ເມື່ອ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ປະກາດ​ໃຫ້​ທຸກຄົນ ຮັບ​ບັບຕິສະມາ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka